ປະທານປະເທດ ແລະ ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີຕ່າງປະເທດຫວຽດນາມ ພ້ອມສະເຫຼີມສະຫຼອງປີສາມັກຄີມິດຕະພາບ


ໃນຕອນບ່າຍຂອງວັນທີ 28 ເມສາ 2022 ທີ່ຜ່ານມານີ້ ຢູ່ຫ້ອງຮັບແຂກສະພາແຫ່ງຊາດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ບຸຍ ແທັງ ເຊິນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ, ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 27-29 ເມສານີ້.

ການຢ້ຽມລາວຄັ້ງນີ້ ຢູ່ທ່າມກາງໃນໂອກາດທີ່ສອງປະເທດ ພວມສະເຫຼີມສະຫຼອງປີສາມັກຄີມິດຕະພາບ ແລະ ເພື່ອເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວຫວຽດນາມ ເວົ້າລວມສະເພາະ ການພົວພັນປະສານງານລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ເກີດດອກອອກຜົນຍິ່ງຂຶ້ນ.

ໃນໂອກາດດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ສປປ ລາວ ກໍໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມຕີລາຄາສູງຕໍ່ການມາຢ້ຽມຢາມຂອງທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ເຊິ່ງເປັນການເສີມຂະຫຍາຍສາຍພົວພັນການຮ່ວມມືຮອບດ້ານ ທັງເປັນການຮັດແໜ້ນຄວາມສາມັກຄີຮັກແພງໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງສອງພັກ-ສອງລັດ ກໍຄືປະຊາຊົນສອງຊາດລາວ-ຫວຽດນາມອ້າຍນ້ອງ ທີ່ມີມາແຕ່ດົນນານໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.

ທ່ານ ບຸຍ ແທັງ ເຊິນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານ ປະທານປະເທດແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ພ້ອມນັ້ນ, ຍັງໄດ້ລາຍງານໃຫ້ຮູ້ກ່ຽວກັບຈຸດປະສົງຂອງການມາຢ້ຽມຢາມ ສປປ ລາວ ກໍຄືນະຄອນຫຼວງວຽງຈັນໃນຄັ້ງນີ້, ທັງລາຍງານກ່ຽວກັບຜົນສໍາເລັດຂອງການພົບປະ ແລະ ເຮັດວຽກຮ່ວມກັບກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ໃນຕອນບ່າຍຂອງວັນດຽວກັນນີ້ ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ກໍໄດ້ເຂົ້າຢ້ຽມຄຳນັບ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງ ສປປ ລາວ ແລະ ໃນເວລາຕໍ່ມາໄດ້ເດີນທາງເຂົ້າຢ້ຽມຄຳນັບທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຢູ່ສຳນັກງານນາຍົກລັດຖະມົນຕີ.

ຂອບໃຈຂໍ້ມູນຈາກ: https://bit.ly/3rVMtx5

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/