ປະທານປະເທດ ແນະນຳໃຫ້ ກະຊວງການເງິນ ນຳໃຊ້ບັນດາລາຍຮັບທີ່ເກີນແຜນມາແກ້ໄຂບັນຫາໜີ້ສິນ ແລະ ຄວາມຫຍຸ້ງຍາກໃຫ້ພະນັກງານ


ປະທານປະເທດແຫ່ງ ສປປ ລາວ ໄດ້ມີຄຳເຫັນແນະນຳໃຫ້ ລັດຖະບານ ໂດຍສະເພາະກະຊວງການເງິນ ໃຊ້ເງິນເກີນແຜນທີ່ທ້ອງຖິ່ນ ແລະ ບັນດາພາກສ່ວນຕ່າງໆ ຈັດເກັບໄດ້ນັ້ນເພື່ອແບ່ງສັດສ່ວນ ມານຳໃຊ້ໃນການແກ້ໄຂບັນຫາໜີ້ສິນ ແລະ ຄວາມຫຍຸ້ງຍາກທາງດ້ານເສດຖະກິດໃຫ້ແກ່ພະນັກງານ.

ຄຳເຫັນດັ່ງກ່າວ ໄດ້ມີຂຶ້ນໃນໂອກາດທີ່ ທ່ານ ທອງລຸນ  ສີສຸລິດ ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນກາງ​ພັກ​ ປະທານປະເທດ​ ໄດ້ເຂົ້າຮ່ວມ ກອງປະຊຸມ​ສະຫຼຸບວຽກງານການເງິນປະຈຳ ປີ 2023 ແລະ ທິດທາງແຜນການປີ 2024  ພາຍໃຕ້​ຄໍາຂວັນ ເພື່ອບັນລຸເປົ້າໝາຍ “ລາຍຮັບພາຍໃນກຸ້ມລາຍຈ່າຍ ມີສ່ວນສະສົມໄວ້ ແລະ ບຸກທະລຸການຄຸ້ມຄອງ ງົບປະມານແຫ່ງລັດເປັນທັນສະໄໝ”​ ໃນວັນທີ 19 ທັນວາ 2023 ທີ່ຜ່ານມານີ້ ທີ່ສູນ​ການ​ຮ່ວມ​ມື​ສາກົນ ​ແລະ​ ເຝິ​ກອົບຮົມ​ (ICTC) ໂດຍມີ ມີບັນດາລັດຖະມົນຕີ ຮອງລັດຖະມົນຕີ​,  ເຈົ້າແຂວງ ແລະ ຂະແໜງການກ່ຽວຂ້ອງທົ່ວປະເທດເຂົ້າຮ່ວມ.

ໂດຍທ່ານ ທອງລຸນ ສີສຸລິດ ໄດ້ເນັ້ນໃຫ້ກະຊວງການເງິນ ສືບຕໍ່ເອົາໃຈໃສ່ຫຼາຍບັນຫາສຳຄັນ ເປັນຕົ້ນ ສືບຕໍ່ສຸມໃສ່ປັບປຸງກົນໄກ ການຫັນເປັນທັນສະໄໝ ແລະ ການບັງຄັບໃຊ້ກົດໝາຍ ເພື່ອການສະກັດກັ້ນການຮົ່ວໄຫຼຂອງງົບປະມານ, ເພີ່ມລາຍຮັບໃຫ້ສູງຂຶ້ນສົມຄູ່ກັບການເຕີບໂຕຂອງເສດຖະກິດ ຄຸ້ມຄອງ ແລະ ປະຕິບັດລາຍຈ່າຍຢ່າງມີຈຸດສຸມ ມີປະສິດທິຜົນສູງ ແລະ ປະຢັດມັດທະຍັດ ໃຫ້ມີສ່ວນເຫຼືອແຮໄວ້, ຊຳລະໜີ້ສິນຕາມຍຸດທະສາດ ແລະ ແຜນໄລຍະກາງທີ່ກຳນົດໄວ້ ກໍຄືການສ້າງຄັງສະສົມແຫ່ງລັດໃຫ້ຫຼາຍຂຶ້ນ. ຕໍ່ບັນຫານີ້ ປັດຈຸບັນກົມການເມືອງສູນກາງພັກ ໄດ້ຕົກລົງ ແລະ ມີທິດຊີ້ນຳໃຫ້ລັດຖະບານ ນຳໃຊ້ເງິນເກີນແຜນທີ່ທ້ອງຖິ່ນ ແລະ ບັນດາພາກສ່ວນຕ່າງໆ ຈັດເກັບໄດ້ນັ້ນເພື່ອແບ່ງສັດສ່ວນເຄິ່ງໜຶ່ງມາບໍລິຫານ-ຈັດການໃສ່ 2 ບັນຫາຕົ້ນຕໍ ຄື: ແກ້ໄຂໜີ້ສິນ 25% ແລະ 25% ແກ້ໄຂຄ່າຄອງຊີບໃຫ້ແກ່ພະນັກງານ ທະຫານ ຕຳຫຼວດ ໃນເງື່ອນໄຂຝືດເຄືອງດ້ານການດໍາລົງຊີວິດ.

ອີງຕາມການລາຍງານຂອງກະຊວງການເງິນ ການປະຕິບັດແຜນງົບປະມານແຫ່ງລັດໃນປີ 2023 ແມ່ນສາມາດປະຕິບັດໄດ້ລື່ນແຜນການທີ່ສະພາແຫ່ງຊາດຮັບຮອງ, ເຊິ່ງນັບແຕ່ວັນທີ 01 ມັງກອນ 2023 ຫາ ວັນທີ 15 ທັນວາ 2023, ສາມາດປະຕິບັດລາຍຮັບໄດ້ທັງໝົດ 38.530 ຕື້ກີບເທົ່າກັບ 100,21% ຂອງແຜນການປີ. ໃນນັ້ນ, ລາຍຮັບພາຍໃນປະຕິບັດໄດ້ 37.241 ຕື້ກີບເທົ່າກັບ 106,71% ຂອງແຜນການປີ.

ທ່ານ ທອງລຸນ ສີສຸລິດ ໄດ້ເນັ້ນໃຫ້ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດບັນດານະໂຍບາຍ ແລະ ມາດຕະການໃນການຄຸ້ມຄອງເສດຖະກິດມະຫາພາກດ້ານການເງິນ ເງິນຕາ ເພື່ອສ້າງຄວາມໝັ້ນທ່ຽງ ຮັບປະກັນສະຖຽນລະພາບໃຫ້ເສດຖະກິດແຫ່ງຊາດ ສິ່ງສຳຄັນໃນສະເພາະໜ້າແກ້ໄຂອັດຕາເງິນເຟີ້ ເຮັດໃຫ້ອັດຕາແລກປ່ຽນເງິນກີບທຽບໃສ່ສະກຸນເງິນຫຼັກຫຼຸດລົງ ຫຼື ເຮັດໃຫ້ເງິນກີບແຂງຄ່າຂຶ້ນ.

ເອົາໃຈໃສ່ ສ້າງກົນໄກໃນການຄຸ້ມຄອງເງິນຕາຕ່າງປະເທດ ເພື່ອເພີ່ມຄັງສຳຮອງເງິນຕາຕ່າງປະເທດ ໄປຄຽງຄູ່ກັນນັ້ນ ຕ້ອງສ້າງຖານການຜະລິດໃໝ່ ຂະຫຍາຍການຜະລິດ ເພື່ອທົດແທນການນໍາເຂົ້າ ແລະ ເພີ່ມການສົ່ງອອກໃຫ້ຫຼາຍຂຶ້ນ. ສ້າງກົນໄກ ແລະ ຮູບແບບສົ່ງເສີມການເຂົ້າເຖິງແຫຼ່ງທຶນໃຫ້ແກ່ບັນດາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງໃຫ້ຫຼາຍຂຶ້ນ ທັງນຳໃຊ້ເຄື່ອງມືທີ່ທັນສະໄໝເຂົ້າມາຊ່ວຍ ໃນການຄຸ້ມຄອງການດໍາເນີນງານເພື່ອຫຼຸດຕົ້ນທຶນ ແລະ ສ້າງຄວາມສະດວກໃຫ້ວິສາຫະກິດ ແລະ ຜູ້ປະກອບການ ສາມາດເຂົ້າເຖິງແຫຼ່ງທຶນ ແລະ ຂໍ້ມູນໄດ້ໄວຂຶ້ນກວ່າເກົ່າ, ສືບຕໍ່ສ້າງຄວາມໝັ້ນທ່ຽງທາງດ້ານເສດຖະກິດ-ການເງິນໃຫ້ໄດ້ໂດຍໄວ ດ້ວຍການປັບປຸງນະໂຍບາຍ ແລະ ມາດຕະການແກ້ໄຂບັນຫາການລົງທຶນ, ການເກັບລາຍຮັບງົບປະມານ ສະພາບຄ່ອງເງິນຕາຕ່າງປະເທດ ອັດຕາແລກປ່ຽນ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນ ແລະ ຜູ້ປະກອບການ, ສ້າງຄວາມສະດວກໃຫ້ແກ່ຜູ້ປະກອບການສາມາດຂະຫຍາຍທຸລະກິດ ປະຕິບັດພັນທະໃຫ້ລັດຢ່າງຄົບຖ້ວນຕາມກົດໝາຍຢ່າງເຂັ້ມງວດ, ຕ້ອງ​ກຳແໜ້ນທິດຊີ້ນໍາ ຂອງປະທານ ໄກສອນ ພົມວິຫານທີ່ວ່າ: “ຂະແໜງການເງິນຕ້ອງເຮັດວຽກງານສ້າງ ແລະ ປະຕິບັດງົບປະມານໃຫ້ດີ ປະຕິບັດການກວດກາ ຂຶ້ນບັນຊີ, ກຳແໜ້ນໝົດທຸກແຫຼ່ງຊັບສົມບັດຂອງລັດ, ຄົ້ນຄວ້າ ແລະ ປະກາດໃຊ້ນະໂຍບາຍລາຍຮັບ-ລາຍຈ່າຍການເງິນ, ນະໂຍບາຍພາສີຢ່າງທັນການ.

ນອກຈາກນີ້ ປະທານປະເທດແຫ່ງ ສປປ ລາວ ຍັງໄດ້ເນັ້ນເຖິງບັນຫາສຳຄັນອີກຢ່າງໜຶ່ງກໍຄືຕ້ອງສືບຕໍ່ເລັ່ງລັດການປະຕິຮູບບັນດາລັດວິສາຫະກິດໃຫ້ໄວ ຕ້ອງມີລະບຽບທີ່ຮັດກຸມ ມີເປົ້າໝາຍທີ່ຊັດເຈນຕໍ່ການກູ້ຢືມຕ່າງປະເທດ, ສືບຕໍ່ສຸມໃສ່ການພັດທະນາ ຍົກລະດັບລະບົບຄຸ້ມຄອງງົບປະມານແຫ່ງລັດ ກ້າວໄປເປັນດິຈິຕອນເທື່ອລະກ້າວ ເປັນຕົ້ນ ລະບົບຄຸ້ມຄອງລາຍຮັບ-ລາຍຈ່າຍ, ລະບົບຊຳລະສະສາງໃຫ້ລວມສູນ ລະບົບພື້ນຖານໂຄງລ່າງເຄືອຂ່າຍ ຖານຂໍ້ມູນ, ເຊື່ອມຕໍ່ແລກປ່ຽນ ວິເຄາະ-ວິໄຈ ຂໍ້ມູນ ກັບຂະແໜງການທີ່ກ່ຽວຂ້ອງ, ສ້າງຄວາມໂປ່ງໃສ ມີວິໄນ ເກັບໃຫ້ໝົດ ເກັບໃຫ້ຄົບຖ້ວນ ເກັບໃຫ້ເຂົ້າລະບົບ (ງົບປະມານ) ແລະ ຄຸ້ມຄອງລາຍຈ່າຍງົບປະມານໃຫ້ເຂັ້ມງວດ ຮັດກຸມ ແລະ ອື່ນໆໃຫ້ຖືກຕ້ອງສອດຍິ່ງຂຶ້ນ.

ສໍາລັບຕົວເລກແຜນງົບປະມານ ປະຈຳປີ 2024 ທັງໝົດຈຳນວນ 50.107 ຕື້ກີບເພີ່ມຂຶ້ນ 30,32% ທຽບໃສ່ປີ 2023 (ເທົ່າກັບ 17,06% ຂອງ GDP). ໃນນັ້ນ, ລາຍຮັບພາຍໃນຈໍານວນ 45.070 ຕື້ກີບເພີ່ມຂຶ້ນ 29,15% (ເທົ່າກັບ 15,34% ຂອງ GDP), ລາຍຮັບສ່ວຍສາອາກອນ 24.170 ຕື້ກີບເພີ່ມຂຶ້ນ 39,41%, ພາສີ 14.000 ຕື້ກີບເພີ່ມຂຶ້ນ 33.64%, ຊັບສິນ 5.700 ຕື້ກີບເພີ່ມຂຶ້ນ 32,1% ແລະ ລັດວິສາຫະກິດ 1.200 ຕື້ກີບ ເພີ່ມຂຶ້ນ 2,56%, ດ້ານລາຍຈ່າຍທັງໝົດກໍເພີ່ມຂຶ້ນ 58.914 ຕື້ກີບເພີ່ມຂຶ້ນ 35,44%. ໃນນັ້ນ, ລາຍຈ່າຍພາຍໃນ ຈໍານວນ 43.465 ຕື້ກີບເພີ່ມຂຶ້ນ 30,34% ທຽບໃສ່ 2023.

https://www.mof.gov.la/index.php/2023/12/19/mof-gov-la-index-php-2023-12-19-mof-gov-la-index-php-2023-12-19-mof-mofnews/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/