ພາກລັດ-ເອກະຊົນ ຫາລື ແກ້ໄຂຂັ້ນຂອດ ແລະ ສິ່ງອຳນວຍຄວາມສະດວກໃນການ ດຳເນີນທຸລະກິດ ໃນຂົງເຂດ ພະລັງງານ


ລັດຖະບານ ແລະ ນັກລົງທຶນ ພາກເອກະຊົນ ໄດ້ຮ່ວມກັນ ຈັດກອງປະຊຸມ ຫາລື ແກ້ໄຂຂັ້ນຂອດ ແລະ ສິ່ງອຳນວຍຄວາມສະດວກໃນການ ສ້າງຕັ້ງ ແລະ ດຳເນິນທຸລະກິດ ໃນຂົງເຂດ ພະລັງງານ ເພື່ອໃຫ້ມີການຄຸ້ມຄອງທີ່ຊັດເຈນ ແລະ ເກີດຜົນປະໂຫຍດສູງສຸດຕໍ່ປະເທດຊາດ.

ເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມໂຮງແຮມ ແລນມາກ ແມ່ຂອງ ຣິເວີໄຊ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໃນນາມກອງເລຂາກອງປະຊຸມທຸລະກິດລາວ ໄດ້ຈັດກອງປະຊຸມປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ກ່ຽວກັບການສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຄົມເສດຖະກິດ  ກ່ຽວກັບບັນຫາທີ່ຕິດພັນກັບວຽກງານພະລັງງານໄຟຟ້າ.

ໂດຍກອງປະຊຸມຄັ້ງນີ້ ຮັບກຽດເປັນປະທານຮ່ວມຂອງ ທ່ານ ວັນທອງ ສິດທິກຸນ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ແລະ ທ່ານ ທອງພັດ ອິນທະວົງ, ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່. ກອງປະຊຸມຄັ້ງນີ້ ໄດ້ມີຜູ້ຕາງໜ້າຈາກໜ່ວຍງານປຶກສາຫາລືພາກທຸລະກິດພາຍໃຕ້ກົນໄກກອງປະຊຸມທຸລະກິດລາວ, ບັນດານັກລົງທຶນ ແລະ ຜູ້ຖືຮຸ້ນໃນເຂື່ອນຜະລິດໄຟຟ້າທົ່ວ ສປປ ລາວ. ສ່ວນຂະແໜງການທີ່ກ່ຽວຂ້ອງຂອງພາກລັດກໍມີຕາງໜ້າຈາກ ກະຊວງ ພະລັງງານ ແລະ ບໍ່ແຮ່, ກະຊວງ ການເງິນ, ກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ, ແລະ ລັດວິສາຫະກິດ ໄຟຟ້າລາວ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອ ໃຫ້ພາກລັດ ແລະ ພາກທຸລະກິດ  ໄດ້ຮ່ວມກັນ ປຶກສາຫາລື ຂໍ້ສະເໜີຂອງພາກທຸລະກິດ ໃນການແກ້ໄຂສິ່ງທ້າທາຍ ແລະ ບັນຫາຕ່າງໆທີ່ທຸລະກິດຂະແໜງການພະລັງງານໄຟຟ້າໄດ້ພົບພໍ້. ເຊິ່ງເປົ້າໝາຍຫຼັກແມ່ນການຫຼຸດຜ່ອນ ແລະ ລົບລ້າງອຸປະສັກທີ່ມີຕໍ່ການເຕີບໃຫຍ່ຂະຫຍາຍຕົວຂອງທຸລະກິດ ໂດຍການປັບປຸງສະພາບແວດລ້ອມດ້ານລະບຽບກົດໝາຍ, ຫຼຸດຜ່ອນຕົ້ນທຶນການຄ້າ ແລະ ຍົກລະດັບຄວາມສາມາດການແຂ່ງຂັນຂອງພາກທຸລະກິດ.

ກອງປະຊຸມຄັ້ງນີ້ ແມ່ນໜຶ່ງໃນຂະບວນການປຶກສາຫາລືຂອງກອງປະຊຸມທຸລະກິດລາວ, ທີ່ແນໃສ່ການແກ້ໄຂຂອດອຸດຕັນທີ່ຕິດພັນກັບການກໍ່ຕັ້ງ ແລະ ດຳເນີນທຸລະກິດ. ພ້ອມດຽວກັນນັ້ນ, ພາກທຸລະກິດໄດ້ເວົ້າເຖິງ 6 ບັນຫາໃຫຍ່ ແລະ 16 ຂໍ້ສະເໜີ, ເຊິ່ງສາມາດສັງລວມໄດ້ດັ່ງນີ້:

1. ການພັດທະນາການຜະລິດໄຟຟ້າ

2. ການຈັດຕັ້ງປະຕິບັດຕາມຂໍ້່ກຳນົດໃນສັນຍາສຳປະທານລະຫວ່າງລັດຖະບານ ແລະ ຜູ້ຜະລິດໄຟຟ້າ

3. ການສົ່ງເສີມຜູ້ຜະລິດອຸປະກອນ ແລະ ຜູ້ໃຫ້ບໍລິການທີ່ປິ່ນອ້ອມການສະໜອງໄຟຟ້າພາຍໃນປະເທດ

4. ການປັບປຸງຄຸນະພາບຂອງການບໍລິການໄຟຟ້າ ແລະ ການສະໜອງໄຟຟ້າໃຫ້ຜູ້ຊົມໃຊ້

5. ການປະຕິຮູບຂະແໜງການໄຟຟ້າລາວ

6. ການໃຫ້ນະໂຍບາຍດ້ານຄ່າອັດຕາໄຟຟ້າແກ່ຂະແໜງການຜະລິດກະສິກຳ ແລະ ການບໍລິການທີ່ປິ່ນອ້ອມການທ່ອງທ່ຽວ

https://www.facebook.com/LNCCI/posts/pfbid02Ycao8YbJgVYGqXAkjR7XrWGTnAYNQUzv2GuSDEdYh9ch5HSUBRtrqQ1Uvz9LdAhAl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/