ປະທານປະເທດຫວຽດນາມ ປະກາດລາອອກ ຫຼັງສະມາຊິກລັດຖະບານຫຼາຍຄົນມີຂ່າວພົວພັນກັບການສໍ້ລາດບັງຫຼວງ

ປະທານປະເທດຫວຽດນາມ

ທ່ານ ຫງວຽນ ຊວັນຟຸກ ປະທານປະເທດ ສສ ຫວຽດນາມ ໄດ້ປະກາດລາອອກຈາກຕຳແໜ່ງ ຫຼັງສະມາຊິກໃນລັດຖະບານຫຼາຍຄົນມີຂ່າວພົວພັນກັບການສໍ້ລາດບັງຫຼວງ ທ່າມກາງໄລຍະເວລາທີ່ພັກຄອມມູນິດຫວຽດນາມ ກຳລັງພະຍາຍາມປາບປາມການສໍ້ລາດບັງຫຼວງ ຢ່າງໜັກ.

ວັນທີ 17 ມັງກອນ 2023 ຢູ່ນະຄອນຫຼວງ ຮ່າໂນ້ຍ, ຄະນະບໍລິຫານງານ ສູນກາງພັກ ຄອມມູນິດ ຫວຽດນາມ ຊຸດທີ XIII ໄດ້ຈັດ ກອງປະຊຸມ ພິຈາລະນາ ແລະ ປະກອບຄຳເຫັນ ກ່ຽວກັບ ຄວາມປາຖະໜາ ຢາກລາອອກ ຈາກບັນດາຕຳແໜ່ງ ຂໍພັກບຳນານ ຂອງ ທ່ານ ຫງວຽນ ຊວັນຟຸກ, ກຳມະການກົມການເມືອງ ສູນກາງພັກ ຊຸດທີ XIII, ປະທານປະເທດ ສສ ຫວຽດນາມ, ປະທານສະພາປ້ອງກັນຊາດ, ປ້ອງກັນ ຄວາມສະຫງົບ ອາຍຸການ 2021–2026. ໂດຍອີງໃສ່ຂໍ້ກໍານົດປັດຈຸບັນຂອງພັກ, ລັດ ແລະ ພິຈາລະນາ ທ່ານ ຫງວຽນ ຊວັນ ຟຸກ.

ປະທານປະເທດຫວຽດນາມ

ຄະນະບໍລິຫານງານສູນກາງພັກ ​ໄດ້ຕົກລົງ ອະນຸຍາດໃຫ້ ທ່ານ ຫງວຽນ ຊວັນຟຸກ ລາ​ອອກ ຈາກ​ການດຳລົງບັນດາຕຳແໜ່ງດັ່ງກ່າວ ແລະ ມອບໃຫ້ກົມການເມືອງ ສູນກາງພັກ ຊີ້ນຳ ບັນດາອົງການສຳນັກງານທີ່ກ່ຽວຂ້ອງ ຜັນຂະຫຍາຍ ປະຕິບັດລະບຽບການຕ່າງໆຕາມກຳນົດ.

ຄວາມເຄື່ອນໄຫວດັ່ງກ່າວ ມີຂຶ້ນຫຼັງຈາກ ເຈົ້າໜ້າທີ່ລະດັບສູງ ລະດັບນາຍົກລັດຖະມົນຕີ ແລະ ຮອງນາຍົກລັດຖະມົນຕີ ຢ່າງໜ້ອຍ 2 ຄົນ ໃນລັດຖະບານ ພາຍໃຕ້ການນຳຂອງ ຫງວຽນ ຊວັນຟຸກ ຖືກສັ່ງປົດອອກຈາກຕຳແໜ່ງ ໃນໄລຍະຕົ້ນປີ ທີ່ຜ່ານມາ ຫຼັງມີສ່ວນພົວພັນກັບຄະດີສໍ້ລາດບັງຫຼວງ.

ປະທານປະເທດຫວຽດນາມ

ໂດຍໃນປີ 2022 ທີ່ຜ່ານມາ ສສ ຫວຽດນາມຖືໄດ້ວ່າຢູ່ໃນໄລຍະທີ່ດຳເນີນນະໂຍບາຍການກວາດລ້າງການສໍ້ລາດບັງຫຼວງຢ່າງເຕັມກຳລັງ ເຊິ່ງທາງການໄດ້ເປີດເຜີຍວ່າ ພາຍໃນປີ 2022 ທີ່ຜ່ານມາ ມີສະມາຊິກພັກກວ່າ 539 ຄົນຖືກຕັດສິດໂທດ ຫຼື ຖືກກວດພົບມີສ່ວນຮ່ວມກັບຄະດີສໍ້ລາດບັງຫຼວງ.

ນອກຈາກນີ້ ທາງຕຳຫຼວດຍັງໄດ້ເປີດເຜີຍວ່າໃນປີທີ່ຜ່ານມາໄດ້ມີການກວດສອບຄະດີສໍ້ລາດບັງຫຼວງເຖິງ 453 ກໍລະນີ ເຊິ່ງເພີ່ມຂຶ້ນເຖິງ 50% ຈາກປີ 2021.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/