ບໍ່ໄດ້ຫຼຸດມາຈາກຮູບເງົາ! ນັກວິໄຈຊີ້ວ່າພົບເຫັນ “ກ້ອນປິດສະໜາຂະໜາດໃຫຍ່ 2 ກ້ອນ” ຢູ່ພາຍໃຕ້ພື້ນຜິວໂລກ ເຊິ່ງມັນສາມາດເຄື່ອນໄຫວໄດ້ພ້ອມ

ຮູບເງົາ

ເລື່ອງຕໍ່ໄປນີ້ອາດຈະຟັງເບິ່ງເຫຼືອເຊື່ອໄປແດ່ໜ້ອຍໜຶ່ງ ແລະເບິ່ງຄືມັນມາຈາກນອກໂລກ ແຕ່ຮູ້ບໍ່ວ່າ ໃຕ້ພື້ນໂລກຂອງເຮົານັ້ນຍັງມີສິ່ງປິດສະໜາທີ່ຖ້າໃຫ້ເຮົາຄົ້ນຫາຢູ່ຕະຫຼອດເວລາ ເຊັ່ນດຽວກັນກັບ “ກ້ອນປິດສະໜາ 2 ກ້ອນຂະໜາດໃຫຍ່” ນີ້  ທີ່ມັນໄດ້ຕັ້ງຢູ່ໃນພື້ນໂລກຂອງເຮົາ ເຊິ່ງນັກວິທະຍາສາດໃຫ້ຊື່ມັນວ່າ “Blobs ຫຼື Superblobers” ໂດຍທັງສອງກ້ອນນີ້ແມ່ນຢູ່ຄົນລ່ະບ່ອນ ກ້ອນໜຶ່ງແມ່ນຢູ່ທີ່ໃຕ້ອາຟຣິກາ ແລະ ອີກກ້ອນຢູ່ໃຕ້ມະຫາສະໝຸດປາຊີຟິກ.

ຮູບເງົາ

ແລະນັກວິທະຍາສາດກໍຍັງບໍ່ຄ່ອຍເຂົ້າໃຈວ່າກ້ອນຂະໜາດຍັກນີ້ເກີດຂຶ້ນໄດ້ແນວໃດ ຫຼື ມາຈາກໃສກັນແທ້ ເອີ້ນໄດ້ວ່າເລື່ອງທີ່ເຮົາໝັ້ນໃຈນັ້ນມີພຽງກ້ອນທີ່ວ່ານີ້ຢູ່ມາດົນນານແລ້ວກໍເທົ່ານັ້ນ.

ແຕ່ບັນຫາຫຼ້າສຸດນີ້ເອງກໍຄື ນັກວິທະຍາສາດໄດ້ຄົ້ນພົບວ່າກ້ອນປິດສະໜາທີ່ຢູ່ໃຕ້ພື້ນໂລກເຮົານັ້ນ ແທ້ຈິງແລ້ວ ມັນຍັງ “ເໜັງຕີງໄດ້” ຫຼາຍກວ່າທີ່ເຮົາຄາດຄິດເອົາໄວ້ອີກດ້ວຍ (ໂດຍທີ່ຜ່ານມາເຮົາເຄີຍໄດ້ຍິນວ່າກ້ອນດັ່ງກ່າວຈະຢູ່ລ້າ ຫຼາຍສຸດກໍພຽງມີການເຄື່ອນໄຫວຂຶ້ນລົງເລັກໜ້ອຍ).

ຮູບເງົາ

“ກ້ອນໃນຊັ້ນໂລກພວກນີ້ກໍາລັງເຄື່ອນທີ່ ແລະມັນກໍຖືກເຮັດໃຫ້ໂຄງສ້າງຊັ້ນເນື້ອໂລກທີ່ເປັນຫິນບະຊອລ (basalt) ກໍາລັງປ່ຽນຮູບໄປນຳ” ນັກວິໄຈຮ່ວມຈາກຝຣັ່ງ, ຈີນ ແລະ ອອສເຕຣເລຍລະບຸໃນວາລະສານ Nature.

ຮູບເງົາ

ໜ້າເສຍດາຍທີ່ຄວາມເລິກລັບຂອງກ້ອນປິດສະໜາສອງກ້ອນນີ້ ເຮົາຈຶ່ງຍັງບໍ່ສາມາດຢືນຢັນໄດ້ຊັດເຈນວ່າຄວາມປ່ຽນແປງທີ່ເກີດຂຶ້ນຈະສົ່ງຜົນຫຍັງແດ່ກັບໂລກຂອງເຮົາ ແຕ່ຈາກການທີ່ໃນອະດີດກ້ອນທັງສອງເບິ່ງຄືວ່າມັນຈະສາມາດສ້າງພູໄຟຂຶ້ນໄດ້ເມື່ອພວກມັນສຳຜັດກັບພື້ນຜິວໂລກ ຈາກຄວາມປ່ຽນແປງນີ້ກໍອາດຈະເຮັດໃຫ້ເກີດພູໄຟໃນພື້ນທີ່ໃໝ່ໆ ທີ່ເຮົາບໍ່ເຄີຍເຫັນມາກ່ອນ ໄດ້ບໍ່ຍາກ.

ເລື່ອງນີ້ຖ້າຟັງເບິ່ງຜ່ານໆອາດຈະເປັນເລື່ອງບໍ່ຄ່ອຍດີປານໃດ ແຕ່ນັກວິໄຈກ່າວວ່າການຄົ້ນພົບນີ້ສາມາດຊ່ວຍເສດຖະກິດໂລກໄດ້ຢ່າງປະຫຼາດເຊັ່ນກັນ ເພາະວ່າການເຮັດຄວາມເຂົ້າໃຈການເຄື່ອນໄຫວຂອງກ້ອນໃຕ້ໂລກທັງສອງນີ້ ກໍອາດຈະຊ່ວຍໃຫ້ເຮົາກວດສອບຈຸດທີ່ມີການສະສົມຂອງເພັດ ຫຼື ແຮ່ທາດຫາຍາກອື່ນໆ ໄດ້ດີຂຶ້ນຕາມໄປນຳ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/