ກໍຍ້ອນຫົວໃຈມັນຮຽກຮ້ອງ! ບ່າວລາວລົງທຶນຂີ່ລົດຈັກຂ້າມໄປຝາກໄທ ເພື່ອໄປຕາມຫາ ຕ່າຍ ອໍລະໄທ

ກໍຍ້ອນຫົວໃຈມັນຮຽກຮ້ອງ

ເຄີຍຫຼືບໍ່? ລົມນຳໃຜຈັກຄົນໄດ້ເປັນໄລຍະເວລາໜຶ່ງແລ້ວເຮົາຢາກໄປພົບເຂົາ ແຕ່ມັນມີອຸປະສັກຢູ່ບ່ອນວ່າເຮົາກັບເຂົາແມ່ນຢູ່ໄກກັນຈົນບໍ່ສາມາດໄປມາຫາສູ່ກັນໄດ້ ເຖິງຢ່າງນັ້ນເຮົາກໍຍັງມີຄວາມຫວັງວ່າມື້ໃດມື້ໜຶ່ງຈະຕ້ອງໄດ້ພົບກັນ.

ແຕ່ມັນບໍ່ແມ່ນສຳລັບບ່າວລາວຄົນນີ້ ເພາະວ່າລາວອົດໃຈບໍ່ໄຫວທີ່ຈະໄປພົບແຟນຂອງລາວ ເຊິ່ງລາວອ້າງວ່າ ເປັນນັກຮ້ອງສາວຊື່ດັງຢ່າງ ຕ່າຍ ອໍລະໄທ ແລະ ໄດ້ລົມກັນຜ່ານ Facebook ມາເປັນເວລາດົນ ຈົນໃນທີ່ສຸດລາວກໍໄດ້ຕັດສິນໃຈຂີ່ລົດຈັກຄູ່ໃຈຂ້າມຊາຍແດນໄປຫາສາວຄົນນັ້ນ ສຸດທ້າຍໄປບໍ່ຮອດໃສກໍຖືກຕຳຫຼວດກັກຕົວເອົາໄວ້.

ວັນທີ 6 ເມສາ 2022 ຕາມການລາຍງານຂອງສຳນັກຂ່າວຊ່ອງ 8 ຂອງປະເທດໄທ ໄດ້ລາຍງານວ່າ ໃນວັນທີ 5 ເມສາທີ່ຜ່ານມາ ເຈົ້າໜ້າທີ່ຕຳຫຼວດທາງຫຼວງ ຂອງຈັງຫວັດມຸກດາຫານ ໄດ້ເຮັດການຈັບກຸມຕົວ ທ້າວ ພູລົມ ແກ້ວພູນມາ ອາຍຸ 40 ສັນຊາດລາວ ເປັນຄົນຈາກ ເມືອງໄກສອນ ແຂວງສະຫວັນນະເຂດ ພ້ອມຂອງກາງທີ່ເປັນ ລົດຈັກຍີ່ຫໍ້ Honda ຮຸ່ນ Wave ສີດໍາ-ຟ້າ ໝາຍເລກທະບຽນ ຍຍ 9240 ສະຫວັນນະເຂດ ຈຳນວນ 1 ຄັນ.

ໂດຍໃນເບື້ອງຕົ້ນ ທ້າວ ພູລົມ ໄດ້ຮັບສາລະພາບວ່າ ອອກເດີນທາງຈາກເມືອງໄກສອນ ແຂວງສະຫວັນນະເຂດ ປະເທດລາວ ເພື່ອຈະມາຫາແຟນທີ່ລົມກັນທາງ Facebook ເຊິ່ງລາວອ້າງເປັນນັກສາວຊື່ວ່າ ຕ່າຍ ອໍລະໄທ.

ຫຼ້າສຸດມື້ນີ້ ທາງທີມຂ່າວກໍໄດ້ສອບຖາມຄວາມຄືບໜ້າກັບເຈົ້າໜ້າທີ່ເຈົ້າຂອງຄະດີ ແລະ ໄດ້ຮັບການເປີດເຜີຍວ່າ ບ່າວລາວຄົນດັ່ງກ່າວບອກວ່າ ຮູ້ຈັກກັບນັກຮ້ອງສາວທີ່ອ້າງວ່າຊື່ ຕ່າຍ ອໍລະໄທ ຜ່ານທາງ Facebook ມາໄດ້ປະມານໜຶ່ງເດືອນ ແລະ ທີ່ຜ່ານມາກໍບໍ່ເຄີຍໂອນເງິນໃຫ້ຝ່າຍຍິງ ມີແຕ່ນັດກັນໃຫ້ມາຝັ່ງໄທ ໂດຍສະຖານທີ່ນັດແມ່ນ ຢູ່ ອໍາເພີ ທາດພະນົມ ຈັງຫວັດ ທາດພະນົມ ເຊິ່ງຢູ່ຫ່າງຈາກຈຸດທີ່ເຈົ້າໜ້າທີ່ຕຳຫຼວດຈັບຕົວໄດ້ປະມານ 28 ກິໂລແມັດ.

ສ່ວນເສັ້ນທາງການລັກລອບເຂົ້າມານັ້ນ ທ້າວ ພູລົມ ບອກວ່າລາວໄດ້ຂັບລົດເຂົ້າມາທາງຂົວມິດຕະພາບໄທ-ລາວ. ໃນເບື້ອງຕົ້ນເຈົ້າໜ້າທີ່ຕຳຫຼວດແຈ້ງຂໍ້ຫາ “ເປັນບຸກຄົນຕ່າງປະເທດຫຼົບໜີເຂົ້າມາຢູ່ໃນຣາຊະອານາຈັກໄທ ໂດຍບໍ່ໄດ້ຮັບອະນຸຍາດ” ແລະ ກໍຕ້ອງມາສືບສວນອີກຄັ້ງເພື່ອທີ່ຈະໃຫ້ຮູ້ຂໍ້ເທັດຈິງວ່າ ທ້າວ ພູລົມ ນັ້ນຂ້າມມາຝັ່ງໄທໄດ້ແນວໃດ ສ່ວນວ່າຈະແຈ້ງຂໍ້ຫາເພີ່ມອີກຫຼືບໍ່ ແມ່ນຕ້ອງໄດ້ລໍຖ້າເຈົ້າໜ້າຕຳຫຼວດມຸກດາຫານ ມາຮ່ວມສອບສວນນຳອີກຄັ້ງ.

ເອີ້ນໄດ້ວ່າເປັນການຂ້າມປະເທດໄປຫາຄົນລົມ ທີ່ໃຊ້ໃຈລ້ວນໆ ແລະ ໝູ່ເພື່ອນເດຖ້າຫາກຄົນລົມເຈົ້າຢູ່ຄົນລະປະເທດ ເຈົ້າຈະລົງທຶນຂີ່ລົດໄປຫາ ຄືກັບຊາຍຄົນນີ້ຫຼືບໍ່?

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/