ບໍລິສັດຍີ່ປຸ່ນໃນຫວຽດນາມວາງແຜນທີ່ຈະຂະຫຍາຍທຸລະກິດຂອງຕົນ ໂດຍຄາດການວ່າຕະຫຼາດມີທ່າອ່ຽງທີ່ຈະເຕີບໂຕຂຶ້ນຢ່າງເຂັ້ມແຂງໃນອະນາຄົດ


ບໍລິສັດຍີ່ປຸ່ນຫຼາຍກວ່າເຄິ່ງໜຶ່ງໃນອາຊີຕາເວັນອອກສຽງໃຕ້ ໄດ້ແນເປົ້າໝາຍໄປທີ່ປະເທດຫວຽດນາມ​ ໂດຍວາງແຜນທີ່ຈະ​ຂະຫຍາຍ​ທຸລະ​ກິດ​ພາຍ​ໃນ 1 – 2 ປີ​ຂ້າງໜ້າ, ສົ່ງ​ຜົນ​ໃຫ້​ຫວຽດນາມ​ຕົກ​ມາຈາກ​ອັນ​ດັບ 1 ທີ່​ເຄີຍຄອງຕໍາແໜ່ງມາ​ 2 ປີ​ລຽນຕິດ.

ຈາກຜົນການສຳຫຼວດສະພາບການລົງທຶນຂອງບໍລິສັດຍີ່ປຸ່ນຢູ່ໃນຕ່າງປະເທດປະຈໍາປີ 2023 ໂດຍອົງການການຄ້າຍີ່ປຸ່ນ (JETRO) ໃນຫວຽດນາມໄດ້ເປີດເຜີຍວ່າ ບໍລິສັດຍີ່ປຸ່ນຫຼາຍກວ່າເຄິ່ງໜຶ່ງ ຫຼື ໃນອັດຕາສ່ວນປະມານ 56.7% ສົນໃຈທີ່ຈະຂະຫຍາຍ ແລະ ລົງທຶນຕື່ມໃນທຸລະກິດຕົນເອງໃນຫວຽດນາມ, ເຊິ່ງຫຼຸດລົງ 3.3% ເມື່ອທຽບກັບຜົນສໍາຫຼວດປີ 2022.

ເມື່ອພິ​ຈາ​ລະ​ນາເຖິງ​​ຕະ​ຫຼາດທັງໝົດ​ໃນ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ​ທີ່ JETRO ສຳຫຼວດໃນ​ປີ 2023, ອັດ​ຕາ​ການ​ຂະ​ຫຍາຍ​ຕົວ​ຂອງ​ບໍລິສັດ​ຍີ່​ປຸ່ນ​ຢູ່​ຫວຽດ​ນາມ ຍັງຕາມຫຼັງອິນເດຍ ແລະ ບັງກະລາເທດອີກດ້ວຍ.

ໃນ​ຂະ​ແໜງ​ການ​ທຸ​ລະ​ກິດການ​ຜະ​ລິດປະມານ 47.1% ຂອງ​ບໍລິສັດ​ຍີ່​ປຸ່ນ​​ຕ້ອງ​ການທີ່ຈະ​ເປີດກວ້າງ​ການ​ດຳ​ເນີນ​ງານ​ຢູ່​ຫວຽດ​ນາມ. ໃນສ່ວນຂອງບໍລິສັດນອກຂະແໜງການຜະລິດ ແລະ ຮ້ານຂາຍຍ່ອຍແມ່ນມີອັດຕາຢູ່ທີ່ 65.5% ແລະ 100%, ຕາມລໍາດັບ.

Nobuyuki Matsumoto ຫົວໜ້າຜູ້ຕາງໜ້າອົງການ JETRO ປະຈຳນະຄອນ ໂຮ່ຈີມິນ ໄດ້ກ່າວວ່າ:

“ບັນດາບໍລິສັດຍີ່ປຸ່ນໄດ້ມີການເຂົ້າມາລົງທຶນທຸລະກິດໃນຫວຽດນາມນັບມື້ນັບຫຼາຍຂຶ້ນ, ເນື່ອງຈາກຕ້ອງການທີ່ຈະຂະຫຍາຍທຸລະກິດຂອງຕົນ ແລະ ເຂົ້າມາຄອບຄອງຕະຫຼາດຫວຽດນາມ. ໂດຍສະເພາະແມ່ນໃນທຸລະກິດເຕັກໂນໂລຊີຂໍ້ມູນຂ່າວສານເຊິ່ງມີທ່າອ່ຽງທີ່ຈະລົງທຶນຫຼາຍຂຶ້ນ”

ບັນດາ​ບໍລິສັດຍີ່​ປຸ່ນໄດ້ປະເມີນ​ຄວາມໜ້າ​ດຶງ​ດູດ​ຂອງ​ຫວຽດນາມ ​ໃນ​ຖານະ​ເປັນ​ຕະຫຼາດ​ທີ່​ມີ​ການ​ເຕີບ​ໂຕ ​ແລະ ມີສັກກະຍາພາບ​ໃນ​ອະນາຄົດ, ລວມທັງຈຸດແຂງດ້ານ​ອື່ນໆ​ເຊັ່ນ: ​ສະພາບ​ການ​ເມືອງ​ສັງຄົມ​ທີ່​ໝັ້ນຄົງ ແລະ ຕົ້ນທຶນແຮງງານທີ່ມີລາຄາຖືກເປັນຕົ້ນ.

ແນວ​ໃດ​ກໍ​ດີ, Nobuyuki Matsumoto ຍັງໄດ້ກ່າວຕື່ມອີກວ່າ “ຫວຽດນາມຍັງ​ມີອຸປະສັກໃນດ້ານອື່ນໆອີກເຊັ່ນ: ​ ​ຂະ​ບວນການ​ບໍລິຫານ​ທີ່​ຊັບຊ້ອນ, ຄ່າແຮງງານທີ່ເພີ່ມຂຶ້ນ, ລະບົບກົດໝາຍທີ່ບໍ່ທັນສົມບູນ ແລະ ຍັງຂາດຄວາມໂປ່ງໃສ.

ໂດຍ​​ອັດຕາຜົນ​ກຳ​ໄລ​ຂອງ​ບໍລິສັດ​ຍີ່ປຸ່ນ​ຈາກ​ການ​ດຳ​ເນີນ​ງານ​ຢູ່​ຫວຽດນາມ​ໃນ​ປີ 2023 ​ແມ່ນຢູ່ທີ່ 54.3%, ຫຼຸດ​ລົງ 6.6% ​ຈາກ​ຄ່າ​ສະ​ເລ່ຍຂອງ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້. ເນື່ອງຈາກຄວາມຕ້ອງການທັງພາຍໃນປະເທດ ແລະ ຕ່າງປະເທດຫຼຸດລົງ, ຄ່າແຮງງານ ແລະ ຕົ້ນທຶນຂອງວັດຖຸດິບເພີ່ມຂຶ້ນ ແລະ​ ການ​ແຂ່ງ​ຂັນ​ທີ່​ນັບມື້ນັບເຂັ້ມຂຸ້ນຂຶ້ນ.

ຫຼາຍກວ່າເຄິ່ງໜຶ່ງຂອງບໍລິສັດຍີ່ປຸ່ນທີ່ຖືກສໍາຫຼວດຍັງຄາດຫວັງຜົນກໍາໄລທີ່ອາດຈະເພີ່ມຂຶ້ນໃນປີ 2024. ​ເຖິງ​ວ່າແມ່ນວາ​ການ​ສົ່ງ​ອອກ​ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ຕະຫຼອດ​ປີ, ແຕ່ຄາດວ່າມັນຈະສາມາດຟື້ນຕົວໄດ້ໃນໄວໆນີ້

ເຊິ່ງໃນປີ​ທີ່ຜ່ານມາ, ອັດ​ຕາ​ການ​ຜະ​ລິດ​ພາຍ​ໃນ​ຂອງ​ບັນ​ດາ​ບໍ​ລິ​ສັດ​ຍີ່​ປຸ່ນ​ຢູ່​ຫວຽດ​ນາມ​ໄດ້​ເພີ່ມຂຶ້ນ​ເຖິງ 41.9%. ໂດຍ​ລິ​ສັດ​ເຫຼົ່າ​ນີ້​ໄດ້ເພິ່ມແຮງກະຕຸ້ນໃຫ້ຕົນເອງ ດ້ວຍການເສີມສ້າງການ​ຈັດ​ຊື້​ຢູ່​ທ້ອງ​ຖິ່ນ ​ແລະ ພ້ອມ​ກັນ​ນັ້ນ, ກໍຍັງຄາດ​ຫວັງທີ່ຈະ​ສືບ​ຕໍ່​ພັດທະນາ ແລະ ສະໜັບສະໜູນໃນອຸດສາຫະກຳຕໍ່ໄປ.

ອີງຕາມຂໍ້ມູນຂອງສຳນັກງານສະ​ຖິຕິ​ສູນ​ກາງ, ນັກລົງທຶນຍີ່ປຸ່ນໄດ້ສຸມເງິນລົງທຶນກວ່າ 6.57 ຕື້ໂດລາສະຫະລັດ ເຂົ້າສູ່ຫວຽດນາມ, ເຊິ່ງກວມເອົາ 17,9% ຂອງ FDI ທັງໝົດໃນປີ 2023, ເພີ່ມຂຶ້ນ 37,3% ເມື່ອທຽບໃສ່ປີ 2022.

ທີ່ມາ:

vnexpress

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/