ບິນສູ່ອະນາຄົດ! ເຮືອບິນພະລັງງານແສງຕາເວັນທີ່ບິນໄດ້ເປັນເດືອນ ໂດຍທີ່ລໍ້ບໍ່ຕ້ອງແຕະພື້ນດິນເລີຍ!!!


Solar Impulse 2 ເປັນເຮືອບິນພະລັງງານແສງຕາເວັນ ທີ່ສາມາດບິນໄດ້ເປັນເດືອນໂດຍທີ່ລໍ້ບໍ່ຕ້ອງແຕະພື້ນ ຫວັງຈະເຮັດໜ້າທີ່ຄ້າຍກັບດາວທຽມທີ່ສຳຫຼວດຊັບພະຍາກອນທຳມະຊາດ ແລະ ໄພພິບັດ.

ເຮືອບິນດັ່ງກ່າວມີນ້ຳໜັກເບົາ ບໍ່ໃຊ້ເຊື້ອໄຟເປັນພະລັງງານເຜົາໄໝ້ ບໍ່ປ່ອຍຄາບອນອອກສູ່ຊັ້ນບັນຍາກາດ. ເຮືອບິນມີຮູບຊົງແປກຕາ ພ້ອມກັບຕິດຕັ້ງແຜງພະລັງງານແສງຕາເວັນຈຳນວນຫຼາຍໄວ້ເທິງຫຼັງເຮືອບິນ.

ແນວຄິດກ່ຽວກັບເຮືອບິນດັ່ງກ່າວ ເປັນຂອງບໍລິສັດໃນສະວິດເຊີແລນໃນປີ 2016. ຫຼັງຈາກນັ້ນໃນປີ 2019 ກໍຖືກຊື້ໄປໂດຍບໍລິສັດສະຕາດອັບໃນສະຫະລັດອາເມຣິກາທີ່ຊື່ວ່າ Skydweller Aero ເພື່ອຫວັງຈະໃຊ້ວຽກໃຫ້ເປັນຄືດາວທຽມ ຫຼື ໂດຣນຂະໜາດໃຫຍ່ ທີ່ສາມາດໃຊ້ວຽກໄດ້ຫຼາກຫຼາຍ ບໍ່ວ່າຈະເປັນການໂທລະຄົມມະນາຄົມ, ການຖ່າຍພາບທາງອາກາດ, ການສຳຫຼວດໄພພິບັດ ຫຼື ການສຳຫຼວດຊັບພະຍາກອນທຳມະຊາດ ແລະ ທະເລ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/