ນິວຢອກ ກາຍເປັນເມືອງຄ່າຄອງຊີບແພງທີ່ສຸດໃນໂລກ ແຊງ ຮ່ອງກົງ ແຊ້ມເກົ່າ


ເມື່ອວັນທີ 7​ ມິຖຸນາ 2023 ສຳນັກງານຂ່າວ CNBC ໄດ້ລາຍງານວ່າ ເມືອງ ນິວຢອກ ປະເທດ ອາເມຣິກາ ຂຶ້ນເປັນເມືອງທີ່ມີຄ່າຄອງຊີບທີ່ແພງທີ່ສຸດໃນໂລກ ສຳລັບຄົນຕ່າງປະເທດ ໂດຍແຊງໜ້າ ເກາະຮ່ອງກົງ ທີ່ຄອງອັນດັບ 1 ເມືອງທີ່ມີ່ຄ່າຄອງຊີບແພງທີ່ສຸດໃນໂລກຕິດຕໍ່ກັນ 4 ປີ.

ຜົນສຳຫຼວດ ຄ່າຄອງຊີບ ຂອງ ECA International ໄດ້ຈັດອັນດັບຄ່າຄອງຊີບສຳລັບຄົນຕ່າງປະເທດ ຈາກເມືອງທົ່ວໂລກຈຳນວນ 207 ເມືອງ ໂດຍພິຈາລະນາຈາກສິນຄ້າ ແລະ ບໍລິການທີ່ຜູ້ເຂົ້າຮ່ວມການວີໄຈຕ້ອງຊຶ້ໃນແຕ່ລະມື້ ເຊັ່ນ: ອາຫານ, ຂົນສົ່ງ ລວມທັງສິ່ງຂອງຈຳເປັນຂັ້ນພຶ້ຶນຖານ ໂດຍການວິໄຈເທື່ອນີ້ມີວັດຖຸປະສົງຫຼັກເພື່ອຊ່ວຍອົງກອນໃນການຄຳນວນຄ່າຄອງຊີບສຳລັບພະນັກງານໃນຕ່າງແດນ.

ສາເຫດທີ່ເຮັດໃຫ້ ນິວຢອກ ກາຍມາເປັນ ເມືອງຄ່າທີ່ຄອງຊີບສູງສຸດໃນໂລກສຳລັບຄົນຕ່າງປະເທດ ມາຈາກເງິນໂດລາ ທີ່ແຂງຄ່າຂຶ້ນ ແລະ ຄ່າເຊົ່າທີ່ສູງຂຶ້ນຢ່າງຫຼວງຫຼາຍ. ນອກຈາກນິ້ ເມືອງ ນິວຢອກ ຍັງຄອງອີກຕຳແໜ່ງ ເມືອງທີ່ເສດຖີເລືອກອາໄສຢູ່ຫຼາຍທີ່ສຸດໃນໂລກ ແລະ ນອກຈາກ ນິວຢອກ ກໍຍັງມີ ເມືອງ ຊານຟຣານຊີໂດ ທີ່ຂຶ້ນມາຈາກອັນດັບ 11 ມາຢູ່ ອັນດັບ 7

ລາຍງານວ່າລະບຸວ່າ ຮ່ອງກົງ ຕົກຈາກອັນດັນ 1 ເມືອງທີ່ມີຄ່າຄອງຊີບແພງທີ່ສຸດໃນໂລກຕົກມາຢູ່ອັນດັບ 2 ເນື່ອງຈາກລາຄາສິນຄ້າ ແລະ ບໍລິການປະຈຳວັນໃນຮ່ອງກົງເພີ່ມຂຶ້ນໃນລະດັບທີ່ຊະລໍຕົວລົງຈາກເງິນເຟີ້ ສາເຫດຫຼັກເນື່ອງຈາກຄ່າທີ່ພັກອາໄສໃນຮ່ອງກົງປັບຕົວລົດລົງໃນຮອບ 5 ປີ. ແຕ່ຢ່າງກໍຕາມ ຮ່ອງກົງ ຍັງເປັນເມືອງທີ່ຄ່າຄອງຊີບແພງທີ່ສຸດໃນໂລກສຳລັບເຂດອາຊີ.

ສຳລັບເມືອງທີ່ມີຄ່າຄອງຊີບສູງທີ່ສຸດໃນໂລກສຳລັບຄົນຕ່າງປະເທດ ໄດ້ແກ່ 1.  ນິວຢອກ, 2. ຮ່ອງກົງ , 3 ເຈນີວາ, 4. ລອນດອນ, 5. ສິງກະໂປ, 6. ຊູລິກ, 7. ຊານຟຣານຊິສໂກ, 8. ເທວອາວິບ,​ 9. ໂຊລ ແລະ 10. ໂຕກຽວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/