ນິວຊີແລນ ເລັ່ງແບນຢາສູບໄຟຟ້າແບບໃຊ້ເທື່ອດຽວຖິ້ມ


ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ກະຊວງສາທາລະນະສຸກນິວຊີແລນ ໄດ້ລະບຸວ່າ ເຖິງແມ່ນວ່າອັດຕາການໃຊ້ຢາສູບໄຟຟ້າຂອງປະຊາຊົນຫຼຸດລົງໃນພາບລວມ ແຕ່ອັດຕາການສູບຢາສູບໄຟຟ້າໃນກຸ່ມຜຸ້ໃຫຍ່ ແລະ ໄວໜຸ່ມ ແມ່ນເພີ່ມຂຶ້ນ ສ້າງຄວາມວິຕົກກັງວົນໃຫ້ກັບຜູ້ປົກຄອງ.

ໂດຍລັດຖະມົນຕີນິວຊີແລນມີແຜນການປັບແກ້ກົດໝາຍທີ່ກ່ຽວຂ້ອງ ໂດຍຈະຫ້າມຜູ້ຄ້າລາຍຍ່ອຍຈຳໜ່າຍຢາສູບໄຟຟ້າ ໃຫ້ກັບບຸກຄົນທີ່ມີອາຍຸ 18 ປີ ຖ້າຫາກຝ່າຝືນອາດຈະຕ້ອງຊຳລະຄ່າປັບສະຖານໜັກ ແລະ ການພິຈາລະນາເພີ່ມຄວາມເຂັ້ມງວດໃນການອອກໃບອະນຸຍາດຈຳໜ່າຍຢາສູບໄຟຟ້າໃຫ້ຜູ້ຄ້າລາຍຍ່ອຍ ແລະ ການແບນຢາສູບໄຟຟ້າແບບໃຊ້ເທື່ອດຽວຖິ້ມ. ທັງນີ້ລັດຖະບານນິວຊີແລນ ມີກຳນົດເປົ້າໝາຍຫຼຸດສັດສ່ວນການສູບຢາສູບ ໃຫ້ເຫຼືອຕ່ຳກວ່າ 5% ຂອງປະຊາກອນໃນປະເທດພາຍໃນປີ 2050.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/