ນາຊາຍທອງ ເປີດຂະບວນການປູກເຂົ້າຕາມທິດຫັນເປັນອຸດສາຫະກຳທັນສະໄໝ


ເພື່ອເປັນການຜັນຂະຫຍາຍນະໂຍບາຍການປູກເຂົ້າເປັນສິນຄ້າ ຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ ເພື່ອລົດຜ່ອນແຮງງານຊາວນາ ປຸກລະດົມຊາວກະສິກອນເຂົ້າຮ່ວມໃນການຈັດຕັ້ງປະຕິບັດ ດັ່ງນັ້ນ ໃນວັນທີ 13 ກໍລະກົດ 2023 ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງນາຊາຍທອງ ໄດ້ສົມທົບກັບ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ແລະ ບໍລິສັດອິນຊີທອງ ມໍເຕີ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ໄດ້ເປີດຂະບວນການ ສາທິດການດຳນາດ້ວຍກົນຈັກຂຶ້ນ ຢູ່ທີ່ບ້ານອີ່ໄລໃຕ້ ເມືອງນາຊາຍທອງ ໂດຍມີທ່ານ ພູວຽງ ເພຍເທບ ປະທານຄະນະກວດກາພັກ-ປະທານອົງການກວດກາລັດ ເມືອງນາຊາຍທອງ ທ່ານ ວາດສະໜາ ສີຈະເລີນ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາແຂກທີ່ຖືກເຊີນເຂົ້າຮ່ວມ.

ທ່ານ ນາງ ສຸດສະດາ ອິນທະສົມ ຮັກສາການຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງນາຊາຍທອງ ໄດ້ຂື້ນລາຍງານຫຍໍ້ການເຄື່ອນໄຫວຂອງວຽກງານດັ່ງກ່າວ ໃຫ້ຮູ້ວ່າ: ໂຄງການປູກເຂົ້າເປັນສິນຄ້າ ຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ ເພື່ອລົດຜ່ອນແຮງງານຊາວນາ ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2012 ເປັນຕົ້ນມາ ໂດຍແມ່ນພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໄດ້ນຳເອົານະໂຍບາຍຂອງນະຄອນຫຼວງວຽງຈັນ ມາຈັດຕັ້ງຜັນຂະຫຍາຍ ເຂົ້າສູ່ວຽກງານຕົວຈິງ ການປູກເຂົ້າເປັນສິນຄ້າຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ ເພື່ອລົດຜ່ອນແຮງງານຊາວນາ ເປັນວຽກໜຶ່ງທີ່ນອນຢູ່ໃນແຜນພັດທະນາເສດຖະກິດສັງຄົມ ຂອງຂະແໜງກະສິກຳ ໂດຍຫັນນຳໃຊ້ກົນຈັກ ທີ່ທັນສະໄໝ ແລະ ເຕັກນິກອື່ນໆ ທີ່ລົດຜ່ອນແຮງງານຊາວນາ ເຊັ່ນ : ການດຳນາດ້ວຍກົນຈັກ ການເຮັດນາຫວ່ານ ການເຮັດນາຢອດ ນາໂຍນ ແລະ ນຳໃຊ້ແນວພັນປັບປຸງ ທີ່ມີຄຸນະພາບເຂົ້າໃນການຜະລິດ ຜ່ານມາເມືອງນາຊາຍທອງ ໄດ້ເປີດຂະບວນການດຳນາດ້ວຍກົນຈັກ ຈຳນວນ 6 ຄັ້ງ ມີຜູ້ເຂົ້າຮ່ວມທັງໝົດ 264 ຄົນ ຍິງ 90 ຄົນ.

ຂໍ້ມູນຈາກ: Vientian Mai

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/