ນັກວິເຄາະຄາດວ່າລາຄານ້ຳມັນຈະປິດທ້າຍໃນປີ 2023 ນີ້ໂດຍຫຼຸດລົງ 10% ແລະ ຄາດວ່າລາຄານໍ້າມັນອາດຈະເພີ່ມສູງຂຶ້ນໃນປີໜ້າ


ສຳນັກຂ່າວຕ່າງປະເທດໄດ້ມີການລາຍງານວ່າ ລາຄາຂອງນ້ຳມັນພາຍໃນປີນີ້ຈະຫຼຸດລົງ 10%, ເຊິ່ງນີ້ຖືໄດ້ວ່າເປັນການຫຼຸດລົງຄັ້ງທຳອິດໃນຮອບ 2 ປີ. ຫຼັງຈາກທີ່ເກີດ​​ຄວາມ​ກັງ​ວົນ​ທາງດ້ານດ້ານ​ພູມ​ສາດ, ການ​ຫຼຸດຜ່ອນ​ການ​ຜະ​ລິດ ແລະ ມາດ​ຕະ​ການ​ໃນ​ທົ່ວ​ໂລກ​ໃນ​ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້​ໄດ້​ເຮັດລາຄານ້ຳມັນມີການຜັນຜວນຢ່າງຮຸນແຮງ.

ໂດຍລາຄານ້ຳມັນດິບຂອງ Brent ໃນອະນາຄົດຈະໄດ້ເພີ່ມຂຶ້ນ 48 ເຊັນ ຫຼື 0.6%, ຢູ່ທີ່ 77.63 ໂດລາຕໍ່ບາເຣວ ທີ່ 0523 GMT ໃນວັນສຸກ, ເຊິ່ງເປັນມື້ສຸດທ້າຍໃນການຊື້ຂາຍຂອງປີ 2023, ໃນຂະນະທີ່ຕະຫຼາດນ້ຳມັນດິບຂອງສະຫະລັດ West Texas Intermediate (WTI) ຊື້ຂາຍກັນຢູ່ທີ່ 37 ເຊັນ ຫຼື ສູງກວ່າ 0.5% ໃນລາຄາ 72.14 ໂດລາ.

ແລະໃນວັນສຸກ ລາຄານ້ຳມັນຢູ່ຄົງທີ່ຫຼັງຈາກທີ່ຫຼຸດລົງ 3% ໃນມື້ກ່ອນ ເນື່ອງຈາກບໍລິສັດຂົນສົ່ງນ້ຳມັນຫຼາຍແຫ່ງກຽມທີ່ຈະຂົນສົ່ງຜ່ານເສັ້ນທາງທະເລແດງ. ບັນດາ​ບໍລິສັດ​ໃຫຍ່ໆ​ໄດ້​ຢຸດ​ການ​ນຳ​ໃຊ້​ເສັ້ນທາງ​ທະ​ເລ​ແດງ ຫຼັງ​ຈາກ​ກຸ່ມ​ຫົວ​ຮຸນ​ແຮງ Houthi ຂອງ​ເຢ​ແມນ ​ໄດ້​ເລີ່ມທີ່ຈະ​ແນ​ເປົ້າ​ໃສ່​ເຮືອຂົນສົ່ງຕ່າງໆ.

ແຕ່ເຖິງແບບນັ້ນ, ດັດຊະນີຂອງບໍລິສັດນ້ຳມັນດິບທັງສອງກໍກຳລັງຈະປິດຕົວລົງໃນລະດັບຕໍ່າສຸດໃນໄລຍະທ້າຍປີນີ້. ເຊິ່ງເຫດການດັ່ງກ່າວກໍໄດ້ເລີ່ມຂຶ້ນນັບຕັ້ງແຕ່ປີ 2020 ເປັນຕົ້ນມາຈາກການລະບາດຂອງໂຣກຄັ້ງໃຫຍ່ເຮັດໃຫ້ຄວາມຕ້ອງການ ແລະ ລາຄາຂອງນ້ຳມັນຫຼຸດລົງ

ການຫຼຸດຜ່ອນການຜະລິດໂດຍ  OPEC+ ໄດ້ຮັບການ​ພິ​ສູດ​ແລ້ວວ່າ​ບໍ່​ພຽງ​ພໍ​ໃນ​ການ​ຊຸກຍູ້ລາ​ຄາໃຫ້ເພີ່ມຂຶ້ນ, ໂດຍ​ໃນເກນ​ມາດ​ຕະ​ຖານ​ໄດ້​ຫຼຸດ​ລົງ​ເກືອບ 20% ຈາກ​ລະ​ດັບ​ສູງ​ສຸດ​ຂອງ​ຕົນ​ໃນ​ປີ​ນີ້.

ຢ່າງໃດກໍຕາມ, ເຖິງແມ່ນວ່າຜົນປະກອບການຂອງນ້ຳມັນໃນທ້າຍປີຈະບໍ່ຄ່ອຍດີເທົ່າໃດ ແຕ່ໃນທາງກົງກັນຂ້າມຕະຫຼາດຮຸ້ນທົ່ວໂລກກັບມີທ່າອ່ຽງທີ່ຈະສູງຂຶ້ນໃນທ້າຍປີ 2023.

ໂດຍດັດຊະນີຮຸ້ນ MSCI (.MIWD00000PUS) ທີ່ໄດ້ຕິດຕາມຮຸ້ນໃນ 47 ປະເທດ, ເພີ່ມຂຶ້ນປະມານ 20% ຈາກຕົ້ນປີ, ເນື່ອງຈາກນັກລົງທຶນໄດ້ເພີ່ມການວາງເດີມພັນໃນການປັບຫຼຸດອັດຕາເງິນເຟີ້ຢ່າງໄວວາຈາກທະນາຄານກາງສະຫະລັດໃນປີໜ້າ. ໃນຕະຫຼາດສະກຸນເງິນ, ເງິນໂດລາແຂງຄ່າ ແລະ ມີທ່າອ່ຽງທີ່ຈະຫຼຸດລົງ 2% ໃນປີນີ້, ຫຼັງຈາກທີ່ສະກຸນເງິນໄດ້ມີການແຂງຄ່າຂຶ້ນໃນ 2 ປີທີ່ຜ່ານມາ.

ໂດຍຜູ້ຊ່ຽວຊານໄດ້ຄາດການວ່າ ການ​ຫຼຸດ​ອັດຕາ​ດອກ​ເບ້ຍ ອາດຈະສາມາດ​ຫຼຸດ​ຜ່ອນ​ຕົ້ນ​ທຶນ​ການ​ກູ້​ຢືມ​ເງິນ​ຂອງ​ຜູ້​ບໍລິ​ໂພ​ກ​ໃນ​ຂົງ​ເຂດ​ການ​ຊົມ​ໃຊ້​ທີ່​ສຳຄັນ ​ແລະ ​ເງິນ​ໂດ​ລາ​ທີ່​ອ່ອນ​ຄ່າລົງຈະເຮັດ​ໃຫ້​ນ້ຳມັນ​ມີລາຄາຖືກ​ສຳລັບ​ຜູ້​ຊື້​ຕ່າງປະ​ເທດ, ແລະນີ້ອາດ​ຈະ​ຊ່ວຍເພີ່ມ​ຄວາມ​ຕ້ອງການ​ໃນ​ປີ 2024.

ນອກຈາກນີ້ຍັງໄດ້ມີການຄາດການອີກວ່າ ລາຄາຂອງນ້ຳມັນ​ດິບ Brent ​ແມ່ນຈະ​ສະ​ເລ່ຍ ຢູ່ທີ່ 84.43 ​ໂດ​ລາ​ຕໍ່​ບາ​ເຣວ​ໃນ​ປີ 2024, ​ເມື່ອ​ທຽບ​ໃສ່​ກັບລາຄາ​ສະ​ເລ່ຍທີ່ປະມານ 80 ​ໂດ​ລາ​ຕໍ່​ບາ​ເຣວໃນ​ປີ​ນີ້ ​ແລະ ໄດ້ແຕະລະດັບ 100 ​ໂດ​ລາ​ໃນ​ປີ 2022 ຫຼັງ​ຈາກຣັດ​ເຊຍ​ບຸກ​ເຂົ້າ​ຢູເຄຣນ.

ທີ່ມາ:

reuters

investing

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/