ນັກກິລາອີສະປອດລາວ ເຮັດຜົນງານເກີນຄາດຕິດ Top 2 ແລະ Top 4 ໃນການແຂ່ງຂັນ Road to Asian Games


ນັບເປັນອີກໜຶ່ງບາດກ້າວສຳຄັນທີ່ສື່ເຖິງການພັດທະນາຂອງນັກກິລາ, ຄູເຝິກ ແລະ ທີມງານອີສະປອດລາວເຮົາ ພາຍຫຼັງນັກກິລາສາມາດເຮັດຜົນງານເກີນຄາດຕິດ Top2 ແລະ Top4 ປະເພດເກມ PUBGM  ແລະ HOK  ໃນການແຂ່ງຂັນ Road to Asian Games.

ເຊິ່ງຄະແນນລວມ ທີ່ສະຫຼຸບອອກມາຂອງທັງສອງລາຍການເກມແມ່ນ PUBGM ສາມາດເກັບຄະແນນລວມໄດ້ຈົນຄວ້າອັນດັບ 2 ມາໄດ້ ແລະ HOK ສາມາດເກັບຄະແນນລວມໄດ້ຈົນຄວ້າອັນດັບ 4 ມາໄດ້.

ກ່ຽວກັບຜົນງານຄັ້ງນີ້ ທ່ານ ວັນທະນາ ກຸນນະວັນ ຮອງປະທານ ແລະ ເລຂາທິການ ສະຫະພັນອີສະປອດ ໄດ້ເປີດເຜີຍກັບທີມຂ່າວ LaoX ວ່າ: “ສຳລັບການແຂ່ງຂັນຄັ້ງນີ້ ພວກເຮົາກໍຄືກັບປະເທດອື່ນໆ ທີ່ຕ້ອງການສົ່ງນັກກິລາເຂົ້າຮ່ວມເພື່ອທົດສອບ ແລະ ຈັດອັນດັບ ແຕ່ຜ່ານການແຂ່ງຂັນຕົວຈິງ ຖືວ່ານັກກິລາເຮົາເຮັດໄດ້ເກີນຄາດ ໂດຍສະເພາະ ການແຂ່ງຂັນ PUBGM ທີ່ເຮັດຄະແນນໄດ້ດີຈົນຕິດອັນດັບ 2 ໃນພາກພື້ນອາຊີຕາເວັນອອກສຽງໃຕ້ ຫ່າງຈາກໄທທີ່ໄດ້ອັນດັບ 1 ພຽງບໍ່ເທົ່າໃດນາທີ”.

ສ່ວນໃນດ້ານຂອງ HOK ກໍຖືວ່າເຮັດໄດ້ດີພໍສົມຄວນເນື່ອງຈາກຍັງເປັນເກມທີ່ມີຮູບແບບການຫຼິ້ນທີ່ໃໝ່ຫຼາຍສຳລັບບ້ານເຮົາ ແຕ່ກໍຍັງສາມາດຍາດອັນດັບ 4 ​ມາໄດ້. ແຕ່ໃນການແຂ່ງ ASEAN Game ແທ້ໆ ທາງສະຫະພັນ ອີສະປອດລາວ ກໍຍັງພິຈາລະນາຢູ່ວ່າຈະມີການສົ່ງການແຂ່ງຂັນປະເພດນີ້ເຂົ້າຫຼືບໍ່ ເພາະເຮົາເສຍປຽບເລື່ອງປະສົບການໃນເກມນີ້ຫຼາຍ.

ທ່ານ ວັນທະນາ ກຸນນະວັນ ກ່າວວ່າ: “ເຖິງແມ່ນວ່າໃນການແຂ່ງຂັນ HOK ເຮົາຈະສາມາດຍາດມາໄດ້ທີ 4 ໃນອາຊີຕາເວັນອອກສຽງໃຕ້ກໍຕາມ ແຕ່ຖ້າທຽບໃສ່ໂຊນເຈົ້າພາບໃນປີນີ້ຢ່າງ ຮ່ອງກົງ, ມາເກົາ ຫຼື ແມ່ນແຕ່ເກົາຫຼີ ເຮົາຍັງຖືວ່າຫ່າງຊັ້ນນໍາເຂົາຫຼາຍ ເນື່ອງຈາກບັນດາປະເທດເຫຼົ່ານີ້ໄດ້ມີໂອກາດລອງ ແລະ ຫຼິ້ນກ່ອນເຮົາມາດົນແລ້ວ”.

ສຳລັບການແຂ່ງຂັນໃນລາຍການ Road to Asian Games ປະເພດເກມ PUBGM ແລະ AOV ແມ່ນທັບນັກກິລາລາວ ຈະເດີນທາງໄປແຂ່ງຂັນແບບ Offline ທີ່ມາເກົ້າໃນລະຫວ່າງວັນທີ 22 ມິຖຸນາ ຫາວັນທີ 2​ ກໍລະກົດນີ້. ສໍາລັບເກມ DTK2 ແມ່ນຈະເດີນທາງໄປແຂ່ງທີ່ເມືອງ ກວາງໂຈ ປະເທດຈີນ ໃນເດືອນ ກໍລະກົດ. ສ່ວນ Dota 2 ແມ່ນຈະແຂ່ງຂັນກັນແບບອອນລາຍໃນວັນທີ 12-16 ກໍລະກົດ.

ຂອບໃຈຂໍ້ມູນຈາກ: Lao Esports Federation

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/