ນອນກອດໝອນກອດ ມີປະໂຫຍດຫຼາຍກວ່າທີ່ຄິດ


ເຈົ້າເປັນຄົນໜຶ່ງບໍ່ທີ່ຕິດໝອນກອດ? ຖ້າບໍ່ໄດ້ກອດໝອນກອດນຸ້ມໆ ຫຼື ບໍ່ມີໄວ້ຂ້າງກາຍຈະຮູ້ສຶກຂາດຫາຍບາງຢ່າງຈົນສົ່ງຜົນເຮັດໃຫ້ນອນບໍ່ຫຼັບ. 

ໃນແຕ່ລະມື້ ຄົນເຮົາເຮັດວຽກ ຫຼື ກິດຈະກຳຕ່າງໆແຕກຕ່າງກັນໄປ ແນ່ນອນວ່າຮ່າງກາຍເຮົາມີຄວາມເມື່ອຍລ້າອ່ອນແຮງ. ສະນັ້ນ, ການນອນຢູ່ເທິງຕຽງພ້ອມກັບໝອນກອດຄູ່ໃຈຈຶ່ງຖືເປັນການພັກຜ່ອນທີ່ດີທີ່ສຸດຕໍ່ຮ່າງກາຍ. ທຸກຄົນຮູ້ບໍວ່າ ໝອນກອດນອກຈາກໃຫ້ຄວາມຜ່ອນຄາຍສະບາຍຕົວແລ້ວຍັງມີປະໂຫຍດຕໍ່ສຸຂະພາບຢ່າງຫຼວງຫຼາຍ.

ມື້ນີ້ LaoX ກໍບໍ່ພາດທີ່ຈະນຳເອົາ 6 ສັບພະຄຸນຂອງໝອນກອດຄູ່ໃຈມາບອກທຸກທ່ານ

1. ຊ່ວຍຜ່ອນຄາຍ

ຈາກການນັ່ງ ຫຼື ຢືນເຄື່ອນໄຫວຮ່າງກາຍໃນແຕ່ລະມື້ ເຮັດໃຫ້ຄວາມຕຶງຄຽດສະສົມ ລອງເອົາໝອນກອດມາຮອງບໍລິເວນໃຕ້ຊ່ວຍໃຫ້ຄວາມຄຽດຫຼຸດລົງ ແລະ ກ້າມຊີ້ນຜ່ອນຄາຍ

2. ກອດໝອນກອດຊ່ວຍຫຼຸດຜ່ອນອາການປວດເມື່ອຍ

ເນື່ອງຈາກເຮົາໃຊ້ພະລັງງານມາໝົດມື້ ການວາງຕົວລົງນອນບ່ອນນຸ້ມໆ ພ້ອມກັບໝອນກອດຄູ່ໃຈຄົງຈະແມ່ນຄວາມສຸກອີກຢ່າງ ຖ້າຫາກມີອາການປວດເມື່ອຍຕາມຮ່າງກາຍເຊັ່ນ: ປວດແຂນ, ຂາ… ໃຫ້ນຳສ່ວນທີ່ປວດວາງລົງໃສ່ໝອນກອດໂດຍປັບລະດັບໃຫ້ສູງຂຶ້ນເລັກນ້ອຍຈະຊ່ວຍໃຫ້ອາການປວດເມື່ອຍ ແລະ ລະບົບໄຫຼວຽນຂອງເລືອດດີຂຶ້ນ.

3. ຊ່ວຍຈັດລະບຽບຫຼັງຊື່ ແລະ ສູງຂຶ້ນ

ຫຼາຍຄົນອາດຍັງບໍ່ຮູ້ວ່າການກອດໝອນກອດຊ່ວຍຈັດລະບຽບສັນຫຼັງຂອງຄົນເຮົາໃຫ້ດີຂຶ້ນ ແລະ ເພີ່ມຄວາມສູງຫາກເຮົານອນຢຽດຂາໃຫ້ຊື່.

 4. ຊ່ວຍຈັດທ່ານອນໃຫ້ຖືກຕ້ອງ

ເຈົ້າເຄີຍສັງເກດຕົນເອງບໍ່? ຫຼັງຈາກຕື່ນນອນມັກຈະມີອາການປວດຫຼັງ, ເຈັບຄໍ, ປວດບ່າ ເຊິ່ງສ່ວນໜຶ່ງອາດເປັນຜົນມາຈາກການນອນໃນທ່າທີ່ບໍ່ຖືກຕ້ອງ ໝອນກອດຈຶ່ງເປັນອຸປະກອນເສີມທີ່ສຳຄັນໃນການປັບປ່ຽນທ່ານອນຂອງທ່ານໂດຍການນອນສະແຄງໃຊ້ແຂນກອດ ແລະ ຂາຮອງ ຈະຊ່ວຍຫຼຸດແຮງກົດທັບຂອງນໍ້າໜັກໄດ້ດີ.

5. ເຮັດໃຫ້ນອນຫຼັບສະບາຍ ແລະ ເລິກຂຶ້ນ

ອີງ​ຕາມ​ການ​ຄົ້ນຄວ້າພົບວ່າ ໝອນກອດຊ່ວຍໃຫ້ ຄຸນະພາບການນອນດີຂຶ້ນ ໂດຍສະເພາະໃນເວລາທີ່ນອນສະແຄງ ແຂນ, ຂາຖືກຜ່ອນຄາຍ ສົ່ງຜົນໃຫ້ນອນຫຼັບສະບາຍຂຶ້ນ.

6. ເພີ່ມຄວາມອົບອຸ່ນ

ໃນເວລາທີ່ເຮົາຮູ້ສຶກໜາວ ຫຼື ໂດດດ່ຽວ ໝອນກອດສາມາດ ຊ່ວຍໃຫ້ເຮົາຮູ້ສຶກເຖິງຄວາມອົບອຸ່ນ ແລະ ປອດໄພທັງກາຍ ແລະ ໃຈ ພ້ອມທັງຊ່ວຍໃຫ້ສະພາບຈິດໃຈຄົນເຮົາດີຂຶ້ນ. 

ຫຼັງຈາກທີ່ໄດ້ຮູ້ເຖິງ 6 ຄຸນປະໂຫຍດຂອງໝອນກອດໄປແລ້ວ ຕໍ່ໄປເຮົາມາຮູ້ວິທີການອະນາໄມໝອນກອດຄູ່ໃຈຂອງເຮົານຳກັນ. 

ໂດຍທົ່ວໄປແລ້ວ, ການຊັກໝອນກອດກໍຄ້າຍຄືຊັກໝອນທົ່ວໄປ ແຕ່ຈະຕ່າງບ່ອນທີ່ວ່າມັນມີຂະໜາດໃຫຍ່ກວ່າ ແລະ ສ່ວນໃຫຍ່ຜະລິດມາຈາກເສັ້ນໃຍສັງເຄາະຈຶ່ງເໝາະສຳລັບຊັກດ້ວຍຕູ້ຊັກຜ້າຫຼາຍກວ່າ.

  1. ຊັກເທື່ອລະ 1 ໝອນເພື່ອຊັກລ້າງໄດ້ຢ່າງທົ່ວເຖິງ
  2. ເລືອກໃຊ້ນໍ້າຢາຊັກຜ້າ ແລະ ນໍ້າຢາກຳຈັດຮອຍເປື້ອນຕາມຄວາມເໝາະສົມ
  3. ເລືອກໂໝດການຊັກແບບປົກກະຕິ ເມື່ອຊັກສຳເລັດແລ້ວໃຫ້ນຳມາປັ່ນອີກ 1ຄັ້ງ ເພື່ອລ້າງນໍ້າຢາ ແລະ ນໍ້າເປື້ອນອອກໝົດ

ສຸດທ້າຍແລ້ວ, ໝອນກອດຈຶ່ງຖືເປັນອຸປະກອນເສີມທີ່ທຸກຄົນຄວນມີໄວ້ຂ້າງກາຍໃນທຸກໆຄືນ ເພື່ອຊ່ວຍໃຫ້ຄຸນະພາບການນອນຂອງເຮົາດີຂຶ້ນ ແລະ ພັກຜ່ອນໄດ້ຢ່າງເຕັມອີ່ມຂຶ້ນກວ່າເກົ່າ.

ອ້າງອີງຈາກ:

https://cutt.ly/CwsikgU4

https://cutt.ly/uwsij5a3

https://cutt.ly/cwsijXDj

https://cutt.ly/0wsijm38

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/