ທີມຮັກສາຄວາມປອດໄພຂອງ Meta ລາຍງານວ່າ ChatGPT ແລະ AI ກາຍມາເປັນເຄື່ອງມືໃໝ່ໃນການເເຜ່ Malware


ທີມຮັກສາດ້ານຄວາມປອດໄພຂອງ Meta ກ່າວວ່າ “ເຄື່ອງມື AI ເເລະ ChatGPT ໄດ້ກາຍມາເປັນທາງເລືອກໃຫ້ກັບຜູ້ທີ່ບໍ່ປະສົງດີໃນການເຜີຍເເຜ່ Malware, Scams ເເລະ Spam”

ເມື່ອວັນທີ 1 ພຶດສະພາທີ່ຜ່ານມາ, ຈາກການຄົ້ນຄວ້າຂອງທີມຮັກສາດ້ານຄວາມປອດໄພຂອງ Meta ລາຍງານວ່າ: ໃນເດືອນມີນາພຽງເດືອນດຽວ ພວກເຮົາກວດພົບ Malware 10 ຕະກຸນທີ່ປອມຕົວເປັນ ChatGPT ເເລະ ເຄື່ອງມື AI ທີ່ມີລັກສະນະຄ້າຍຄືກັນ ເຈາະເຂົ້າບັນຊີຕ່າງໆຜ່ານອິນເຕີເນັດ, ເຊິ່ງບາງຕະກຸນພົບເຫັນໃນສ່ວນຂະຫຍາຍຂອງບຣາວເຊີຕ່າງໆ.

Meta ອະທິບາຍວ່າ ຜູ້ທີ່ບໍ່ປະສົງດີເຫຼົ່ານີ້ໄດ້ເຂົ້າມາໃຊ້ AI ຈາກການທີ່ມັນ “ມີຄວາມນິຍົມຫຼາຍໃນປັດຈຸບັນ” ທີ່ສາມາດດຶງດູດ “ຈິນຕະນາການ ແລະ ຄວາມຕື່ນເຕັ້ນຂອງຜູ້ຄົນ” ໄດ້.

ທີມຮັກສາດ້ານຄວາມປອດໄພຂອງ Meta ກ່າວວ່າ “ສ່ວນຂະຫຍາຍທີ່ເປັນອັນຕະລາຍ” ເຫຼົ່ານີ້ ລວມໄປເຖິງເຄື່ອງມືທີ່ດຳເນີນງານຄື ChatGPT ເຊິ່ງຢູ່ຮ່ວມກັນກັບ malware. ທີມງານຍັງກ່າວຕື່ມອີກວ່າ ຜູ້ບໍ່ປະສົງດີເຫຼົ່ານີ້ມີທ່າອ່ຽງທີ່ຈະຫັນປ່ຽນຕົວເອງໄປຕາມຄວາມນິຍົມຂອງຜູ້ຄົນໃນປັດຈຸບັນ ເຊັ່ນດຽວກັບທີ່ເຄີຍເກີດຂຶ້ນກັບ cryptocurrencies.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/