ທິເບດທຳລາຍສະຕິຖິ ຕົ້ນໄມ້ທີ່ສູງທີ່ສຸດໃນອາຊີ


ເມື່ອວັນທີ 29​ ພຶດສະພາ 2023 ສຳນັກຂ່າວ Xinhua ອອກມາລາຍງານວ່າ ສະມາຊິກທີມວິໄຈໃຊ້ໂດຣນ ແລະ ເຣດາເລເຊີເຮັດແຜນທີ່ພື້ນທີ່ປ່າສົນໄຊປັດ (Cupressus torulosa) ໃນເຂດປົກຄອງຕົນເອງທິເບດ (ຊີຈ້າງ) ທາງຕາເວັນອອກສຽງໃຕ້ ຂອງປະເທດ ເຊິ່ງກາຍເປັນຕົ້ນທີ່ມີຄວາມສູງຫຼາຍທີ່ສຸດໃນອາຊີ.

ຄະນະນັກວິໄຈຂອງຈີນ ຢືນຢັນການພົບຕົ້ນສົນໄຊປັດ (Cupressus torulosa) ທີ່ມີຄວາມສູງ 102,3 ແມັດໃນເຂດອະນຸລັກທຳມະຊາດແຫ່ງຊາດ ແກຣນແຄນຍອນຫຍ່າຫຼູ່ຈ້າງປູ້ ໃນເມືອງຫຼິນຈື່ ລະຫວ່າງທາງການສຳຫຼວດທາງວິທະຍາສາດທີ່ນຳໂດຍມະຫາວິທະຍາໄລປັກກິ່ງ.

ເຫຼິ່ນອີ້ ສະມາຊິກທີມວິໄຈຈາກມະຫາວິທະຍາໄລປັກກິ່ງ ກ່າວວ່າ ມີການພົບຕົ້ນໄມ້ຈຳນວນຫຼາຍທີ່ມີຄວາມສູງຫຼາຍກວ່າ 85​ ແມັດ ເຊິ່ງລວມກັບຕົ້ນໄມ້ທີ່ສູງຫຼາຍກວ່າ 90 ແມັດ ຈຳນວນ 25 ຕົ້ນ ໂດຍຜົນວິໄຈດັ່ງກ່າວ ມີສ່ວນສົ່ງເສີມທິເບດມີຄວາມໜາແໜ້ນຂອງຕົ້ນໄມ້ທີ່ມີຄວາມສູງຫຼາຍທີ່ສຸດໃນຈີນ ແລະ ອາຊີ.

ຢ່າງໃດກໍຕາມ ຕົ້ນສົນໄຊປັດ (Cupressus torulosa) ທາງຕາເວັນອອກສຽງໃຕ້ຂອງທິເບດເປັນສ່ວນໃຫຍ່ມີພື້ນທີ່ກະຈາຍຕົວເປັນພື້ນທີ່ແຄບ ແລະ ຈຳນວນປະຊາກອນໜ້ອຍ ແລະ ໄດ້ຮັບການຂຶ້ນທະບຽນເປັນພືດຄຸ້ມຄອງລະດັບສູງຂອງປະເທດຈີນ ແຕ່ກ່ອນໜ້ານີ້ ສະຖິຕິຕົ້ນໄມ້ທີ່ມີຄວາມສູງຫຼາຍທີ່ສຸດໃນຈີນເປັນຂອງຕົ້ນສົນເຟິບໍ່ຜັດໃບ ດ້ວຍຄວາມສູງ 83,4 ແມັດ ແຕ່ໃນປັດຈຸບັນ ຕົ້ນສົນໄຊປັດ (Cupressus torulosa) ກາຍເປັນຕົ້ນສົນທີ່ສູງທີ່ສຸດໃນຈີນ ແລະ ອາຊີ ດ້ວຍຄວາມສູງ 102,3 ແມັດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/