ທຫລ ກຽມອອກນະໂຍບາຍສິນເຊື່ອ ໃຫ້ຂະແໜງການບູລິມະສິດ ເພື່ອສົ່ງເສີມການຜະລິດສົ່ງອອກ ແລະ ກະຕຸ້ນເສດຖະກິດ


ທະນາຄານແຫ່ງ ສປປ ລາວ (ທຫລ) ກຽມອອກນະໂຍບາຍ ກຳນົດໃຫ້ຂະແໜງການບູລິມະສິດ ເພື່ອສົ່ງເສີມການຜະລິດສົ່ງອອກ ແລະ ກະຕຸ້ນເສດຖະກິດ ຮັກສາສະຖຽນລະພາບມະຫາພາກ ດ້ານການເງິນ-ເງິນຕາ ເພື່ອຜັນຂະຫຍາຍເນື້ອໃນວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ (ປີ 2021-2023).

ໃນຕອນເຊົ້າຂອງວັນທີ 30 ພຶດສະພາ 2023 ທະນາຄານແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມເຜີຍແຜ່ນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດໃນ ສປປ ລາວ ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໂດຍການເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດທັງເຊິ່ງໜ້າ ແລະ ທາງໄກ ຫຼາຍກວ່າ 100 ທ່ານ ຈາກບັນດາກະຊວງທີ່ກ່ຽວຂ້ອງພ້ອມທັງບັນດາທະນາຄານທຸລະກິດທີ່ດຳເນີນທຸລະກິດພາຍໃນ ສປປ ລາວ.

ນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ມີເປົ້າໝາຍສຸມໃສ່ຂະແໜງການຜະລິດ, ການຄ້າ ແລະ ການບໍລິການ ທີ່ເປັນປາຍແຫຼມ ເພື່ອທົດແທນການນໍາເຂົ້າ – ສົ່ງເສີມການຜະລິດເພື່ອສົ່ງອອກ, ສ້າງວຽກເຮັດງານທຳ ແລະ ປະກອບສ່ວນ ເຂົ້າໃນການຮັກສາສະຖຽນລະພາບມະຫາພາກ ດ້ານການເງິນ-ເງິນຕາ ໃຫ້ເຂັ້ມແຂງ ແລະ ການພັດທະນາເສດຖະກິດ ໃຫ້ມີການຂະຫຍາຍຕົວແບບຍືນຍົງ.

ນອກນັ້ນຍັງໄດ້ ແນໃສ່ໃນການສ້າງເງື່ອນໄຂໃຫ້ຫົວໜ່ວຍທຸລະກິດ (ຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ, ກາງ ແລະ ວິສາຫະກິດຂະໜາດໃຫຍ່ຈຳນວນໜຶ່ງ) ໃນຂະແໜງບູລິມະສິດຂອງລັດ ສາມາດເຂົ້າຫາແຫຼ່ງທຶນທີ່ມີຕົ້ນທຶນເໝາະສົມໃນການສ້າງ, ຂະຫຍາຍ ແລະ ປັບປຸງຖານການຜະລິດ-ປຸງແຕ່ງ, ບໍລິການການຄ້າຂອງຕົນ ທັງຮັບປະກັນການຜະລິດສະໜອງສະບຽງອາຫານ ແລະ ເຄື່ອງອຸປະໂພກ-ບໍລິໂພກພາຍໃນ.

ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ຍັງໄດ້ຊຸກຍູ້ໃຫ້ບັນດາພາກສ່ວນທີ່ກ່ຽວຂ້ອງທັງຜູ້ຄຸ້ມຄອງ ແລະ ບັນດາທະນາຄານທຸລະກິດໃຫ້ສ້າງບັນດາປະຖົມປັດໄຈ ເພື່ອຮອງຮັບການຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອກະຕຸ້ນເສດຖະກິດໃຫ້ມີປະສິດທິຜົນ ແລະ ທ່ານຍັງຫວັງວ່ານະໂຍບາຍນີ້ຈະສາມາດຊ່ວຍແກ້ໄຂ ແລະ ສ້າງເງື່ອນໄຂໃຫ້ຫົວໜ່ວຍທຸລະກິດ ໃນຂະແໜງບູລິມະສິດ ຂອງລັດຖະບານສາມາດເຂົ້າຫາແຫຼ່ງທຶນທີ່ມີຕົ້ນທຶນເໝາະສົມໃນການສ້າງ, ຂະຫຍາຍ ແລະ ປັບປຸງຖານການຜະລິດ-ປຸງແຕ່ງ, ບໍລິການ-ການຄ້າຂອງຕົນ ທັງຮັບປະກັນການຜະລິດສະໜອງສະບຽງອາຫານ ແລະ ເຄື່ອງອຸປະໂພກ-ບໍລິໂພກພາຍໃນ ແລະ ສົ່ງເສີມການຜະລິດ ເພື່ອສົ່ງອອກ ໃຫ້ເຂັ້ມແຂງ.

ຜ່ານການຄົ້ນຄວ້າ ນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ໄດ້ແບ່ງອອກເປັນ 2 ນະ ໂຍບາຍ ສະເພາະຄື: ນະໂຍບາຍສິນເຊື່ອ ຖົມຂຸມດອກເບ້ຍ ແລະ ນະໂຍບາຍສິນເຊື່ອ ກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ.

ໂດຍ ເປົ້າໝາຍຂະແໜງບູລິມະສິດ ທີ່ຈະໄດ້ຮັບນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດນີ້ ຕ້ອງເປັນຂະແໜງການທີ່ຜ່ານການຢັ້ງຢືນຈາກພາກສ່ວນກ່ຽວຂ້ອງຂອງລັດ ເຊັ່ນ: ຂະແໜງກະສິກຳ-ປ່າໄມ້: ການປູກຝັງ, ການລ້ຽງສັດ ແລະ ການປຸງແຕ່ງຜະ ລິດຕະພັນກະສິກຳ ທີ່ຄຸ້ມຄອງໂດຍ ຂະແໜງກະສິກຳ-ປ່າໄມ້, ອຸດສາຫະກຳ-ປຸງແຕ່ງ: ປຸງແຕ່ງອາຫານ ແລະ ເຄື່ອງດື່ມ, ເຄມີອຸດສາຫະກຳ ແລະ ເຄື່ອງໃຊ້ປະຈໍາວັນ ແລະ ເຄື່ອງຫຸ້ມຫໍ່, ບໍລິການ-ທ່ອງທ່ຽວ ແລະ ຫັດຖະກຳ, ການຄ້າ: ທຸລະກິດທີ່ຕິດພັນການສົ່ງອອກເປັນຕົ້ນແມ່ນ ການເກັບຊື້ສິນຄ້າກະສິກໍາ, ການຂົນສົ່ງ-ຄ່ຽນຖ່າຍສິນຄ້າສົ່ງອອກ ແລະ ການຄ້າ-ການບໍລິການ ປິ່ນອ້ອມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/