ທະເລແດງ! ເຊັນສັນຍາກຽມເປີດ E-mart ເພີ່ມການແຂ່ງຂັນທີ່ດຸເດືອດ ຂອງທຸລະກິດຂາຍຍ່ອຍ ໃນ ສປປ ລາວ


ກຸ່ມ ບໍລິສັດໂຄລາວຈັບມືກັບ ບໍລິສັດ ອີມາດ ( E-Mart ) ທຸລະກິດຮ້ານຂາຍຍ່ອນຊື່ດັງ ທີ່ມີຫຼາຍກວ່າ 100 ສາຂາ ຈາກ ສ. ເກົາຫຼີ  ຄາດອີກບໍ່ດົນກໍຈະເປີດສາຂາໃນລາວ ເພື່ອນໍາສິນຄ້າຫຼາກຫຼາຍຢ່າງສ້າງທາງເລືອກໃຫ້ຄົນລາວ ແລະ ຊາວຕ່າງປະເທດຢູ່ລາວໄດ້ຊົມໃຊ້ ແລະ ບໍລິໂພກ ເພີ່ມການແຂ່ງຂັນທີ່ກຳລັງດຸເດືອດໃນ ທຸລະກິດຂາຍຍ່ອຍ ຂອງ ສປປ ລາວ.

ໃນວັນທີ 22 ກຸມພາ 2024 ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນສັນຍາຮ່ວມມືທາງທຸລະກິດ ລະຫວ່າງ ບໍລິສັດ ຢູ່ດີ ( U-Dee ) ແລະ ບໍລິສັດ ອີມາດ ( E-Mart ) ເຊິ່ງບໍລິສັດ ຢູ່ດີ ແມ່ນທຸລະກິດໃນເຄືອ ກຸ່ມບໍລິສັດໂຄລາວ.

ການເຊັນສັນຍາຮ່ວມມືທາງທຸລະກິດຄັ້ງນີ້ ເປັນການລົງນາມລະຫວ່າງ ທ່ານ ປອ. ວຽງທອງ ຈັນລີວົງ ຜູ້ອໍານວຍການ ບໍລິສັດ U-Dee ກັບ ທ່ານ ຊົງ ມານຈູນ ຮອງປະທານບໍລິຫານ ບໍລິສັດ E-Mart ພາຍໃຕ້ການເຂົ້າຮ່ວມເປັນແຂກກິດຕິມະສັກ ແລະ ເປັນພິຍານຂອງ ທ່ານ ເຊຢັງ ໂອ ປະທານໃຫຍ່ກຸ່ມບໍລິສັດໂຄລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ກຸ່ມບໍລິສັດ ໂຄລາວ ເປັນບໍລິສັດໃຫຍ່ ແລະ ມີຊື່ສຽງໃນລາວໄດ້ຮັບການກໍ່ຕັ້ງ ແລະ ເຕີບໃຫຍ່ຂະຫຍາຍຕົວມາຕະຫຼອດ 20 ກວ່າປີ ໂດຍການເປັນທຸລະກິດຊັ້ນນໍາດ້ານອຸດສາຫະກໍາຍານຍົນ, ທຸລະກິດທະນາຄານ ແລະ ທຸລະກິດບໍລິການອື່ນໆຊ່ວຍຂັບເຄື່ອນໄປພ້ອມໆກັນ.

ສ່ວນບໍລິສັດ ອີມາດ ເປັນທຸລະກິດຮ້ານຄ້າ – ການບໍລິການ ທີ່ມີຊື່ສຽງໃນ ສ.ເກົາຫຼີ ທີ່ມີສາຂາເປີດບໍລິການແລ້ວ 133 ແຫ່ງ ເຊິ່ງໄດ້ມີຊື່ສຽງເປັນຜູ້ນໍາໃນທຸລະກິດຂາຍຍ່ອຍ ມາເປັນເວລາຍາວນານ ພ້ອມເປັນທີ່ຍອມຮັບໃນລະດັບສາກົນ.

ທ່ານ ສຸລະພົງ ຈັນປູມ ໃນນາມຕາງໜ້າ ກຸ່ມບໍລິສັດ ໂຄລາວ ໄດ້ເປີດເຜີຍຕໍ່ສື່ວ່າ: ຈຸດປະສົງຫຼັກໃນການເຊັນສັນຍາແມ່ນເພື່ອທີ່ຈະເຮັດທຸລະກິດຮ່ວມກັນດ້ານທຸລະກິດຂາຍຍ່ອຍ ເຊິ່ງທາງ ອີ-ມາດ ມີ ຄວາມຊ່ຽວຊານທາງທຸລະກິດຂາຍຍ່ອຍ ທີ່ ສ.ເກົາຫຼີ ມາຍາວນານແລ້ວ; ຄາດວ່າຈະເປີດສາຂາໃນ ສປປ ລາວ ໄວໆນີ້.

ປັດຈຸບັນ ທຸລະກິດຂາຍຍ່ອຍ ໃນ ສປປ ລາວ ກຳລັງແຂ່ງຂັນກັນຢ່າງດຸເດືອດ ໂດຍໃນຊຸມປີມໍ່ໆ ມານີ້ ໄດ້ມີ ສາຂາຂອງບັນດາທຸລະກິດແບບນີ້ມາເປີດຢູ່ ສປປ ລາວ ຢ່າງຫຼວງຫຼາຍ ບໍ່ວ່າຈະເປັນ 7-eleven, Mini Big-C ລວມທັງ ຈາກກຸ່ມທຶນໃນປະເທດເອງບໍ່ວ່າຈະເປັນ ໂຊກໄຊມາດ, ໂຊກທະວີ, ຈິບຟີ້ ລວມໄປຮອດ ກ໊ອກກ໊ອກມາດ ທີ່ດຳເນີນການພາຍໃຕ້ບໍລິສັດ ໂຄລາວ ເຊັ່ນດຽວກັນ.

https://www.facebook.com/Laoedaily/posts/pfbid033NhJwZ4ie4uF3MyegXFZN15h9jfTgro1VVGfo11hNCyja5A4CFL3CPqbC5NPWmasl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/