ທຫລ ຕັ້ງເປົ້າຄວບຄຸມອັດຕາເງິນເຟີ້ບໍ່ໃຫ້ເກີນ 9% ໃນທ້າຍປີ 2024 ທ່າມກາງຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຮອບດ້ານ


ທະນາຄານແຫ່ງ ສປປ ລາວ ຕັ້ງເປົ້າຈະຄວບຄຸມອັດຕາເງິນເຟີ້ໃຫ້ຢູ່ໃນລະດັບບໍ່ເກີນ 9% ໃນທ້າຍປີ 2024, ທ່າມກາງຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ຈາກທັງປັດໄຈພາຍນອກ ແລະ ພາຍໃນ ໂດຍສະເພາະແມ່ນພື້ນຖານໂຄ່ງລ່າງທາງເສດຖະກິດທີ່ຍັງບໍ່ເຂັ້ມແຂງ ແລະ ຄວາມກົດດັນຈາກພັນທະຊຳລະໜີ້ສິນຕ່າງປະເທດ ຍັງຢູ່ໃນລະດັບສູງ.

ໂດຍເມື່ອບໍ່ດົນມານີ້ ຄະນະກໍາມະການນະໂຍບາຍເງິນຕາ (Monetary Policy Committee) ໄດ້ດໍາເນີນກອງປະຊຸມຄັ້ງທີ 4 ຂອງປີ 2023 ເພື່ອກະກຽມເນື້ອໃນທິດທາງນະໂຍບາຍເງິນຕາປີ 2024 ທີ່ຈະນໍາສະເໜີຕໍ່ກອງປະຊຸມສະພາບໍລິຫານຂອງທະນາຄານແຫ່ງ ສປປ ລາວ ທີ່ຈະຈັດຂຶ້ນໃນມໍ່ໆນີ້ ໂດຍການເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ປະທານຄະນະກໍາມະການນະໂຍບາຍເງິນຕາ, ມີຮອງປະທານຄະນະກໍາມະການ, ຄະນະກໍາມະການ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

ໂດຍໃນກອງປະຊູມໄດ້ເຫັນດີ ເອກະພາບກັນວ່າ ສໍາລັບປີ 2024, ເຖິງແມ່ນວ່າເສດຖະກິດຂອງ ສປປ ລາວ ຄາດວ່າຈະຂະຫຍາຍຕົວດີຈາກ 4,4% ໃນປີ 2023 ມາເປັນ 4,5%, ແຕ່ເສດຖະກິດຍັງປະເຊີນກັບສິ່ງທ້າທາຍ ທີ່ບໍ່ແຕກຕ່າງຈາກປີຜ່ານມາ ແລະ ອາດທ້າທາຍກວ່າປີ 2023 ເປັນຕົ້ນແມ່ນຄວາມບໍ່ແນ່ນອນທາງດ້ານການເມືອງ ຢູ່ຂົງເຂດຕາເວັນອອກກາງ ຍັງຈະສືບຕໍ່ແກ່ຍາວ ເຊິ່ງຈະສົ່ງຜົນຕໍ່ລາຄາສິນຄ້າທີ່ເປັນປັດໄຈການຜະລິດໂດຍສະເພາະໝວດພະລັງງານສືບຕໍ່ເພີ່ມຂຶ້ນ ເປັນແຮງກົດດັນອັດຕາເງິນເຟີ້ໃນຫຼາຍປະເທດທົ່ວໂລກ ເຊິ່ງຈະເຮັດໃຫ້ຫຼາຍທະນາຄານກາງຂອງແຕ່ລະປະເທດໃນທົ່ວໂລກ ຈະດໍາເນີນນະໂຍບາຍເງິນຕາໃນທິດທາງທີ່ຮັດກຸມ ໂດຍສະເພາະທ່າອ່ຽງການຮັກສາຂອງອັດຕາດອກເບ້ຍນະໂຍບາຍໃນລະດັບສູງໄວ້ ເພື່ອຮັບມືກັບການເພີ່ມຂຶ້ນຂອງເງິນເຟີ້ ເຊິ່ງການດໍາເນີນນະໂຍບາຍດັ່ງກ່າວຈະສ້າງຄວາມຜັນຜວນໃຫ້ແກ່ຕະຫຼາດເງິນ ແລະ ຕະຫຼາດທຶນໃນສາກົນ.

ເຊິ່ງປັດໄຈເຫຼົ່ານີ້ ແມ່ນສົ່ງຜົນກະທົບກັບ ສປປ ລາວ ໂດຍກົງ ເນື່ອງຈາກ ປະເທດ ລາວ ຍັງເປັນປະເທດນໍາເຂົ້າ, ມີການເຊື່ອມໂຍງທາງດ້ານການຄ້າ, ການລົງທຶນ ແລະ ຕະຫຼາດການເງິນກັບສາກົນ, ມີການນໍາໃຊ້ເງິນຕາຕ່າງປະເທດຫຼາຍສະກຸນໃນສັງຄົມ ແລະ ມີພັນທະໜີ້ສິນຕໍ່ຕ່າງປະເທດຍັງຢູ່ໃນລະດັບສູງ.

ຈາກປັດໄຈເຫຼົ່ານີ້ ຍັງເປັນແຮງກົດດັນໃຫ້ອັດຕາແລກປ່ຽນ ແລະ ລະດັບອັດຕາເງິນເຟີ້. ດັ່ງນັ້ນ, ຄະນະກໍາມະການນະໂຍບາຍເງິນຕາ ຈະສືບຕໍ່ດໍາເນີນນະໂຍບາຍເງິນຕາໃນທິດທາງທີ່ີີຮັດກຸມ ໂດຍການສຸມໃສ່ເຮັດໃຫ້ອັດຕາແລກປ່ຽນສະຫງົບບໍ່ສ້າງແຮງກົດດັນຕໍ່ອັດຕາເງິນເຟີ້, ຄວບຄຸມອັດຕາເງິນເຟີ້ໃຫ້ຢູ່ໃນລະດັບບໍ່ເກີນ 9% ໃນທ້າຍປີ 2024, ຄຸ້ມຄອງປະລິມານເງິນ M2 ໃຫ້ຂະຫຍາຍຕົວຢູ່ໃນລະດັບບໍ່ເກີນ 25% ທຽບໃສ່ປີຜ່ານມາຕາມທີ່ສະພາແຫ່ງຊາດຮັບຮອງ.

ສຳລັບປີ 2023 ເສດຖະກິດ ສປປ ລາວ ເຖິງແມ່ນວ່າການສົ່ງອອກ ແລະ ການທ່ອງທ່ຽວ ຈະມີທ່າອ່ຽງດີຂຶ້ນ ແຕ່ກໍຈະຍັງປະເຊີນກັບຄວາມທ້າທາຍທີ່ສະສົມມາຫຼາຍປີ ໂດຍສະເພາະການນໍາເຂົ້າສິນຄ້າ ແລະ ການບໍລິການ ຍັງສືບຕໍ່ເພີ່ມຂຶ້ນ ແລະ ພັນທະການຊໍາລະໜີ້ສິນຕໍ່ຕ່າງປະເທດຢູ່ໃນລະດັບທີ່ສູງ.

https://www.facebook.com/photo?fbid=349683601142603&set=a.122177370559895

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/