ຖ້າບໍ່ໄດ້ນອນຕອນກາງຄືນສາມາດນອນຕອນກາງເວັນທົດແທນໄດ້ບໍ?


ການນອນຫຼັບຖືເປັນສ່ວນສຳຄັນໃນກິດຈະວັດປະຈຳວັນຂອງຄົນເຮົາ ພວກເຮົາໃຊ້ເວລາໜຶ່ງໃນສາມຂອງເວລາທັງໝົດໄປກັບການນອນ. ການນອນທີ່ມີຄຸນະພາບ ແລະ ພຽງພໍໃນເວລາທີ່ເໝາະສົມນັ້ນມີຄວາມສຳຄັນຕໍ່ການຢູ່ລອດເຊັ່ນດຽວກັບອາຫານ ແລະ ນ້ຳ. ຫາກບໍ່ໄດ້ນອນເຮົາຈະບໍ່ສາມາດສ້າງ ຫຼື ຮັກສາເສັ້ນທາງໃນສະໝອງທີ່ຊ່ວຍໃຫ້ເຮົາສາມາດຮຽນຮູ້, ເສີມສ້າງຄວາມຊົງຈຳໃໝ່ໆໄດ້ ແລະ ຍາກຕໍ່ການມີສະມາທິຕອບສະໜອງຢ່າງວ່ອງໄວ. ໃນຄວາມເປັນຈິງແລ້ວສະໝອງ ແລະ ຮ່າງກາຍຂອງຄົນເຮົາຍັງຄົງສືບຕໍ່ເຮັດວຽກໃນຂະນະທີ່ນອນຫຼັບ ຜົນການວິໄຈຊີ້ໃຫ້ເຫັນວ່າການນອນມີບົດບາດໃນການຊ່ວຍກຳຈັດສານພິດໃນສະໝອງທີ່ເຮົາສະສົມໃນຂະນະຕື່ນ ແລະ ການນອນຫຼັບທີ່ມີຄຸນະພາບຕ່ຳ ຫຼື ການອົດນອນເລື້ອຍໆນັ້ນເພີ່ມຄວາມສ່ຽງໃນການເກີດຄວາມຜິດປົກກະຕິຕ່າງໆຢ່າງເຊັ່ນ: ຄວາມດັນເລືອດສູງ, ໂຣກຫົວໃຈ ແລະ ຫຼອດເລືອດ, ເບົາຫວານ, ໂຣກຊຶມເສົ້າ ແລະ ໂຣກຕຸ້ຍອີກດ້ວຍ.

ແລ້ວທຸກຄົນເຄີຍສົງໄສບໍວ່າເປັນຫຍັງຄົນເຮົາຈຶ່ງຕ້ອງນອນຫຼັບໃນຕອນກາງຄືນ ໃນກໍລະນີທີ່ບາງຄົນຈຳເປັນຕ້ອງຕື່ນໃນຕອນກາງຄືນອາດຈະດ້ວຍເຫດຜົນສ່ວນຕົວ, ການເຮັດວຽກກະກາງຄືນ ຫຼື ນອນບໍ່ຫຼັບກໍຕາມ ແລ້ວເຮົາຈະສາມາດນອນໃນຕອນກາງເວັນເພື່ອທົດແທນກັນໄດ້ບໍ່?

ກ່ອນອື່ນໝົດເຮົາມາເລີ່ມກັບຄຳຖາມທີ່ວ່າເປັນຫຍັງວັດທະນະທຳການນອນຂອງຄົນເຮົາຈຶ່ງເປັນຕອນກາງຄືນ? ເລື່ອງນີ້ວິທະຍາສາດເບື້ອງຫຼັງການນອນໄດ້ໃຫ້ຄຳອະທິບາຍເອົາໄວ້ເຖິງເລື່ອງໂມງຂອງຮ່າງກາຍ ແລະ ການນອນຫຼັບ ເວົ້າງ່າຍໆກໍຄືຮ່າງກາຍຂອງຄົນເຮົາມີໂມງພາຍໃນທີ່ຄວບຄຸມວົງຈອນການນອນຫຼັບ ແລະ ຄວບຄຸມຄວາມຮູ້ສຶກເຊັ່ນ: ຕອນນີ້ເຮົາຮູ້ສຶກເມື່ອຍ ແລະ ພ້ອມເຂົ້ານອນແລ້ວບໍ່? ຫຼືຕອນນີ້ເຮົາຮູ້ສຶກສົດຊື່ນ ແລະ ຕື່ນຕົວບໍ່? ເປັນຕົ້ນ

ໂດຍຈັງຫວະຮອບວຽນນັ້ນກໍຄືວົງຈອນ 24 ຊົ່ວໂມງທີ່ຄວບຄຸມໂມງຊີວິດຂອງເຮົານັບຕັ້ງແຕ່ເວລາຕື່ນນອນໄປຈົນເຖິງເວລາເຂົ້ານອນ, ທາງມະຫາວິທະຍາໄລອັອກຟອດ(The University of Oxford) ໄດ້ອະທິບາຍກ່ຽວກັບປາກົດການທາງທຳມະຊາດນີ້ລວມໄປເຖິງບົດບາດທີ່ເກີດຂຶ້ນໃນຊີວິດປະຈຳວັນເອົາໄວ້ວ່າ: ປັດໄຈເບື້ອງຫຼັງທີ່ ຂັບເຄື່ອນໃຫ້ເຮົາຮູ້ສຶກຢາກນອນຫຼັບຫຼາຍຂຶ້ນນັ້ນກໍຄືແສງ ໂດຍສະເພາະແສງທຳມະຊາດຈາກດວງຕາເວັນ; ເມື່ອດວງຕາຂອງເຮົາປະເຊີນກັບແສງທຳມະຊາດ ຫຼື ແສງປະດິດກໍຕາມມັນຈະສົ່ງສັນຍານໄປຍັງສະໝອງວ່າເປັນກາງເວັນ ຫຼື ກາງຄືນ ແລະ ເມື່ອສິ່ງແວດລ້ອມພາຍນອກມືດລົງຮ່າງກາຍຄົນເຮົາຈະປ່ອຍຮໍໂມນຊະນິດໜຶ່ງທີ່ມີຊື່ວ່າເມລາໂທນິນ (melatonin) ເພື່ອເຮັດໃຫ້ເຮົາຮູ້ສຶກເມື່ອຍ ແລະ ຢາກເຂົ້ານອນ ໃນທຳນອງດຽວກັນ, ເມື່ອສະພາບແວດລ້ອມພາຍນອກຫາກມີແສງສະຫວ່າງຮ່າງກາຍຂອງເຮົາກໍຈະປ່ອຍຮໍໂມນອີກຊະນິດທີ່ມີຊື່ວ່າຄໍຕິຊອລ (cortisol) ອອກມາເພື່ອຊ່ວຍເພີ່ມພະລັງງານ ແລະ ເຮັດໃຫ້ຮູ້ສຶກຕື່ນຕົວຢູ່ສະເໝີ ເວົ້າງ່າຍໆກໍຄືການນອນຫຼັບໃນຕອນກາງຄືນເປັນສິ່ງທີ່ຮ່າງກາຍຂອງເຮົາກຳນົດໄວ້ໃຫ້ເປັນໄປຕາມທຳມະຊາດນັ້ນເອງ.

ບໍ່ຈຳເປັນຕ້ອງເປັນຜູ້ຊ່ຽວຊານດ້ານການນອນຫຼັບກໍສາມາດຮັບຮູ້ໄດ້ວ່າຍິ່ງນອນໜ້ອຍເທົ່າໃດຍິ່ງຮູ້ສຶກເມື່ອຍໃນເວລາຕື່ນຫຼາຍຂຶ້ນເທົ່ານັ້ນ. ດັ່ງທີ່ໄດ້ກ່າວໄວ້ກ່ອນໜ້ານີ້ວ່າມັນເປັນຫຼັກຊີວະວິທະຍາພື້ນຖານເຊິ່ງປະລິມານການນອນທີ່ແຕ່ລະຄົນຕ້ອງການກໍມີການປ່ຽນແປງຢູ່ຕະຫຼອດຕາມເວລາຊີວິດ ແຕ່ໂດຍທົ່ວໄປແມ່ນຈຳເປັນຕ້ອງນອນໃຫ້ໄດ້ 7-9 ຊົ່ວໂມງ.

ສ່ວນສາເຫດທີ່ເຮັດໃຫ້ຄົນເຮົາຝືນທຳມະຊາດຕົນເອງໃນການນອນລະຫວ່າງວັນແທນທີ່ຈະເປັນຕອນກາງຄືນກໍມີຫຼາກຫຼາຍປະການບໍ່ວ່າຈະເປັນການງີບຫຼັບເພື່ອພັກຜ່ອນສະໝອງ, ການເຮັດວຽກເປັນກະກາງຄືນ, ຄວາມເມື່ອຍລ້າລະຫວ່າງວັນ ຫຼື ບັນຫາສຸຂະພາບຊຳເຮື້ອກໍຕາມ.

ສຳລັບຜູ້ທີ່ບໍ່ໄດ້ເຮັດວຽກກະກາງຄືນ ຫຼື ມີໂຣກປະຈຳຕົວ ການນອນໃນລະຫວ່າງວັນມັກຈະຢູ່ໃນຮູບແບບຂອງການງີບຫຼັບ ເຊິ່ງວ່າຜົນກະທົບທີ່ເກີດຂຶ້ນຈະເປັນໄປໃນທາງທີ່ດີ ຫຼື ບໍ່ດີນັ້ນກໍຂຶ້ນຢູ່ກັບໄລຍະເວລາ ແລະ ເວລາຂອງວັນ. ໂດຍມີເປົ້າໝາຍຄືບໍ່ໃຫ້ການນອນລະຫວ່າງວັນມາລົບກວນການນອນໃນຕອນກາງຄືນ.

ການສຶກສານີ້ໄດ້ຖືກຕີພິມໃນ The National Library of Medicine ໂດຍພົບວ່າ: “ການງີບຫຼັບເປັນເວລາໜ້ອຍກວ່າ 30 ນາທີໃນລະຫວ່າງວັນຈະສົ່ງເສີມຄວາມຕື່ນຕົວ, ເພີ່ມປະສິດທິພາບໃນການເຮັດວຽກ ແລະ ຄວາມສາມາດໃນການຮຽນຮູ້  ໃນທາງກົງກັນຂ້າມພຶດຕິກຳການງີບຫຼັບຖີ່ ແລະ ຍາວນານອາດຈະສຳພັນກັບອັດຕາການເຈັບປ່ວຍ ແລະ ການເສຍຊີວິດທີ່ສູງຂຶ້ນໂດຍສະເພາະໃນກຸ່ມຜູ້ສູງອາຍຸ” ໂດຍທົ່ວໄປແລ້ວການງີບຫຼັບທີ່ຍາວນານເກີນໄປເຮັດໃຫ້ຮູ້ສຶກເມື່ອຍຫຼາຍຂຶ້ນ ແລະ ຮູ້ສຶກມຶນງົງໄປຕະຫຼອດວັນ.

ນອກຈາກນີ້ ການກຳນົດເວລາງີບຫຼັບກໍມີຄວາມສຳຄັນຕໍ່ປະສິດທິຜົນເຊັ່ນດຽວກັນ. The Mayo Clinic ແນະນຳໃຫ້ງີບຫຼັບກ່ອນເວລາ 15:00 ໂມງເພື່ອຫຼີກເວັ້ນການລົບກວນການນອນຫຼັບໃນຕອນກາງຄືນ. ສິ່ງທີ່ບໍ່ຄວນເຮັດເລີຍຄືການນອນຫຼັບໃນຕອນແລງ ຫຼື ກາຍເວລາ 15:00 ໂມງຂຶ້ນໄປເພາະຈະເຮັດໃຫ້ເຮົານອນບໍ່ຫຼັບໃນຕອນກາງຄືນຈາກນັ້ນກໍຕ້ອງງີບຫຼັບໃນມື້ຕໍ່ໄປເພື່ອຊົດເຊີຍຄວາມເມື່ອຍລ້າທີ່ຫຼາຍເກີນໄປ ສຸດທ້າຍກໍຈະຕິດກັບດັກວົງຈອນການນອນດັ່ງກ່າວໄປໂດຍບໍ່ຮູ້ຕົວ.

ໃນກໍລະນີຂອງພະນັກງານເຮັດວຽກກະກາງຄືນທີ່ບໍ່ມີທາງເລືອກອື່ນນອກຈາກການນອນຫຼັບເປັນເວລາຍາວນານໃນລະຫວ່າງວັນເພື່ອທົດແທນ ເຊິ່ງຖືເປັນການປະຕິບັດທີ່ຂັດກັບໂມງພາຍໃນຮ່າງກາຍ ແລະ ຈັງຫວະວົງຈອນຊີວິດ ໂດຍອາດນຳໄປສູ່ຄວາມເມື່ອຍລ້າທີ່ຫຼາຍເກີນໄປໃນຕອນກາງເວັນ, ອາການເຈັບຫົວ, ມີບັນຫາໃນການຈົດຈໍ່ ຫຼື ຄວາມຊົງຈຳເຊິ່ງຄວາມເມື່ອຍລ້າ ແລະ ການຂາດສະມາທິດັ່ງກ່າວສາມາດເພີ່ມຄວາມສ່ຽງຂອງບັນຫາສຸຂະພາບ ແລະ ຄວາມປອດໄພອັນໄດ້ແກ່: ອຸບັດຕິເຫດ, ການເຮັດວຽກຜິດພາດ, ການບາດເຈັບ, ໂຣກຫົວໃຈ, ພາວະຊຶມເສົ້າເປັນຕົ້ນ.

ນອກເໜືອຈາກທີ່ກ່າວມາແລ້ວກໍຍັງມີຄົນບາງກຸ່ມທີ່ຮູ້ສຶກມີປະສິດທິພາບໃນການເຮັດສິ່ງຕ່າງໆຫຼາຍຂຶ້ນໃນເວລາກາງຄືນທີ່ແສນງຽບສະຫງົບ ແລະ ມັກເຮັດວຽກໃນຂະນະທີ່ຄົນທ່ົວໂລກເຂົ້ານອນກັນຫຼາຍກວ່າ ທັງນີ້ທັງນັ້ນກໍຂຶ້ນຢູ່ກັບຄວາມສະດວກ, ຄວາມຕ້ອງການສ່ວນຕົວ, ສິ່ງທີ່ດີ ແລະ ເໝາະສົມສຳລັບແຕ່ລະບຸກຄົນ.

ສຳລັບຜູ້ທີ່ບໍ່ມີທາງເລືອກອື່ນ ແລະ ຈຳເປັນຕ້ອງໄດ້ນອນໃນເວລາລະຫວ່າງວັນກໍບໍ່ຕ້ອງເສຍໃຈໄປເພາະເຮົາມີວິທີຕ່າງໆທີ່ສາມາດຊ່ວຍເພີ່ມປະໂຫຍດສູງສຸດ ແລະ ລົດຜົນເສຍໄດ້ ນັ້ນກໍຄືການໝັ່ນທົບທວນຕົວເອງ ແລະ ການວາງແຜນບາງຢ່າງເພື່ອໃຫ້ສາມາດພັກຜ່ອນໄດ້ຢ່າງເຕັມທີ່ທີ່ສຸດເທົ່າທີ່ຈະເປັນໄປໄດ້ ເຖິງແມ່ນວ່າຈະເປັນການສູ້ກັບປັດໄຈທາງຊີວະພາບ ແລະ ສິ່ງແວດລ້ອມກໍຕາມ.

  1. ສ້າງກິດຈະວັດການນອນຂອງຕົນເອງຂຶ້ນມາ ແລະ ປະຕິບັດຕາມຢ່າງສະໝ່ຳສະເໝີ (ຖ້າເປັນການງີບຫຼັບຄວນເປັນເວລາສັ້ນໃນຕອນບ່າຍ) ຢ່າງໃດກໍຕາມສິ່ງສຳຄັນທີ່ຄວນຮູ້ນັ້ນກໍຄືປັດໄຈສ່ວນບຸກຄົນບໍ່ວ່າຈະເປັນຄວາມຕ້ອງການໃນການນອນຫຼັບ, ອາຍຸ ແລະ ການໃຊ້ຢາຕ່າງໆ
  2. ຮັກສາສຸຂະພາບອາຫານການກິນ ແລະ ໝັ່ນອອກກຳລັງກາຍ
  3. ສ້າງສະພາບແວດລ້ອມທີ່ເອື້ອຕໍ່ການນອນເຊັ່ນ: ການປິດຜ້າມ່ານໃຫ້ມືດທຶບ, ການໃຊ້ເຄື່ອງສຽງສີຂາວ (white noise machine) ແລະ ການຮັກສາອຸນຫະພູມໃຫ້ເຢັນສາມາດຊ່ວຍໃຫ້ນອນຫຼັບໄດ້ຢ່າງເຕັມທີ່ໃນລະຫວ່າງວັນ
  4. ລົດຜ່ອນສິ່ງລົບກວນໃຫ້ເຫຼືອໜ້ອຍທີ່ສຸດໂດຍການປິດສຽງອຸປະກອນຕ່າງໆ, ຫຼີກເວັ້ນແສງສີຟ້າ (ສາມາດໃຊ້ແວ່ນກັນແສງເຂົ້າຊ່ວຍ), ການຂຽນໂນ໊ດແປະໄວ້ທີ່ປະຕູ ແລະ ຂໍຄວາມຮ່ວມມືກັບໝູ່ຮ່ວມຫ້ອງ ຫຼື ຄອບຄົວໃຫ້ຊ່ວຍລົດຜ່ອນສຽງລົບກວນລົງ. ນອກນີ້ອາດເປັນເລື່ອງຍາກໃນການປິດກັ້ນຄວາມວິຕົກກັງວົນ ຫຼື ຄວາມຄຽດໃນແຕ່ລະວັນສະນັ້ນການເຝິກສະມາທິສັ້ນໆ ຫຼື ການເຝິກຫາຍໃຈກໍສາມາດຊ່ວຍໃຫ້ຈິດໃຈປອດໂປ່ງກ່ອນເຂົ້ານອນໄດ້.

ສະຫຼຸບແລ້ວ ຜົນການວິໄຈຊີ້ໃຫ້ເຫັນວ່າການນອນໃນລະຫວ່າງວັນເປັນເວລາຍາວນານນັ້ນບໍ່ເໝາະສົມ ຢ່າງໃດກໍຕາມດັ່ງທີ່ໄດ້ກ່າວໄວ້ກ່ອນໜ້ານີ້ວ່າການຕັດສິນໃຈວ່າຈະນອນຕອນໃດນັ້ນຂຶ້ນຢູ່ກັບຄວາມຕ້ອງການສ່ວນບຸກຄົນ, ສຸຂະພາບ ແລະ ແບບແຜນຊີວິດຂອງແຕ່ລະຄົນຫຼາຍກວ່າ.

ອ້າງອີງຈາກ:

https://shorturl.at/sHQR8

https://shorturl.at/dsWY6

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/