ຖ້ານ້ຳມັນບໍ່ໄດ້ຄຸນະພາບ ຈະບໍ່ໄດ້ຮັບອະນຸຍາດໃຫ້ນຳເຂົ້າມາຈຳໜ່າຍຢູ່ລາວ


ກົມມາດຕະຖານ ແລະ ວັດແທກ ໄດ້ສຸມໃສ່ການກວດກາຄຸນະພາບນໍ້າມັນ ນັບແຕ່ຕອນນໍາເຂົ້າຈົນເຖິງການຈຳໜ່າຍຕາມປໍ້າຕ່າງໆ, ທັງນີ້ກໍເພື່ອໃຫ້ສັງຄົມໄດ້ຊົມໃຊ້ນໍ້າມັນຕາມມາດຕະຖານທີ່ກຳນົດ ແລະ ໄດ້ເຕັມບໍລິມາດ.

ການກວດຄຸນະພາບນ້ຳມັນເຊື້ອໄຟຢູ່ລາວເຮົາ ເລີ່ມຈັດຕັ້ງປະຕິບັດຄຸ້ມຄອງ ແລະ ກວດກາຄຸນະພາບ ແຕ່ປີ 2016 ເປັນຕົ້ນມາ ຈະກວດກາເລີ່ມແຕ່ນ້ຳມັນນຳເຂົ້າ, ການກວດກາ ແລະ ຄຸ້ມຄອງນ້ຳມັນທີ່ນຳມາປຸງແຕ່ງຢູ່ ສປປ ລາວ ແລະ ການຈຳໜ່າຍຢູ່ ສປປ ລາວ.

ການນຳເຂົ້ານ້ຳມັນເຊື້ອໄຟ ອີງໃສ່ມາດຕະຖານນ້ຳມັນ ເຊັ່ນ: ນ້ຳມັນກາຊວນ,​ ແອັດຊັງ, ​ນ້ຳມັນເຕົາ, ນ້ຳມັນກາດຍົນ ແລະ ອື່ນໆ. ທັງໝົດມີ 8 ຊະນິດທີ່ໄດ້ຄຸ້ມຄອງ ລວມທັງແກ໊ສຫຸງຕົ້ນ. ສະນັ້ນການນຳເຂົ້ານ້ຳມັນຫຼັກໆແມ່ນນຳເຂົ້າມາຈາກປະເທດເພື່ອນບ້ານ ເຊັ່ນ: ປະເທດໄທ 90% ແລະ ສສ ຫວຽດນາມ 10%. ເນື່ອງຈາກບ້ານເຮົາບໍ່ມີທະເລຕິດເຮັດໃຫ້ການຂົນສົ່ງ ແລະ ຈໍາໜ່າຍກະແຈກກະຈາຍ ເຮັດໃຫ້ບັນດາເຈົ້າໜ້າທີ່ກວດກາຄຸນະພາບນ້ຳມັນເຊື້ອໄຟ ຕ້ອງປະຈຳຢູ່ດ່ານຮ່ວມກັບຂະແໜງການອື່ນ ເຊິ່ງການຄຸ້ມຄອງກວດການ້ຳມັນເຊື້ອໄຟຈະແຕກຕ່າງຈາກບາງປະເທດທີ່ມີທະເລຕິດ ສາມາດໃຊ້ເຮືອກໍາປັ່ນເຂົ້າມາກວດຢູ່ສູນລວມຈຸດດຽວແລ້ວກະຈາຍອອກໄປ ຈຳໜ່າຍກໍສະດວກໃນການຄຸ້ມຄອງ, ກວດກາ ແລະ ໃຊ້ເຈົ້າໜ້າທີ່ໜ້ອຍລົງ.

ການກວດການ້ຳມັນຢູ່ລາວ ຖ້າຜົນອອກມາເປັນໄປຕາມມາດຕະຖານແລ້ວ ຈຶ່ງສາມາດດຳເນີນການນຳເຂົ້າມາແຈ້ງພາສີ ຖ້າບໍ່ຜ່ານມາດຕະຖານບໍ່ອະນຸຍາດໃຫ້ນຳເຂົ້າ ພ້ອມທັງປະຕິບັດຕາມລະບຽບກົດ   ໝາຍການຄຸ້ມຄອງທີ່ໄດ້ວາງໄວ້.

ຂອບໃຈຂໍ້ມູນຈາກ: ເສດຖະກິດ-ການຄ້າ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/