ຕາລີບັນ ສັ່ງປິດຮ້ານເສີມສວຍທົ່ວປະເທດອັບການິສຖານ ໂດຍບໍ່ແຈ້ງເຫດຜົນ


ວັນທີ 4 ກໍລະກົດ 2023 ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງຄາບູນ ປະເທດອັບການິສຖານ ກະຊວງສິນທຳຂອງອັບການິສຖານ ທີ່ກໍ່ຕັ້ງໂດຍລັດຖະບານຕາລີບັນ ປະກາດເມື່ອວັນອັງຄານ ທີ່ຜ່ານມາວ່າຮ້ານເສີມສວຍທຸກແຫ່ງທົ່ວປະເທດ ຕ້ອງປິດບໍລິການພາຍໃນໄລຍະເວລາ 1 ເດືອນ ໂດຍບໍ່ມີການໃຫ້ເຫດຜົນຢ່າງຊັດເຈນ.

ການອອກຄຳສັ່ງນີ້ຖືວ່າເປັນການຈຳກັດສິດທິ ແລະ ເສລີພາບຂອງແມ່ຍິງໃນອັບການິສຖານ ທີ່ປົກຄອງໂດຍກຸ່ມຕາລີບັນ ທີ່ເຄັ່ງຄັດເລື່ອງຫຼັກສາສະໜາອິດສະລາມຢ່າງຫຼວງຫຼາຍ ໂດຍກ່ອນໜ້ານີ້ກຸ່ມຕາລີບັນ ໄດ້ສັ່ງຫ້າມໃຫ້ແມ່ຍິງຮຽນໜັງສື ຫ້າມປາກົດຕົວໃນສະຖານທີ່ສາທາລະນະ ແລະ ຫ້າມຈ້າງງານແມ່ຍິງທຸກຢ່າງ.

ນັບຕັ້ງແຕ່ຫວນຄືນສູ່ອຳນາດເປັນຄັ້ງທຳອິດໃນຮອບ 2 ທົດສະວັດ ເມື່ອເດືອນ ສິງຫາ 2021 ການປົກຄອງຂອງກຸ່ມຕາລີບັນໃນອັບການິສຖານ ບໍ່ໄດ້ຮັບການຍອມຮັບຢ່າງເປັນທາງການຈາກປະຊາຄົມໂລກ ເຊິ່ງຢືນຢັນວ່າ ໜຶ່ງໃນເງືອນໄຂສຳຄັນ ຄືການທີ່ລັດຖະບານຕາລີບັນຕ້ອງຮັກສາ ແລະ ຍົກລະດັບສິດທິຂອງເດັກນ້ອຍ ແລະ ແມ່ຍິງໃນອັບການິສຖານ.

ທາງທ່ານ ໂມຮຳມັດ ຊາເດດ ອາຄິບ ມູຮາຈີ ໂຄສົກຂອງກະຊວງສະໜັບສະໜູນສິນທຳ ແລະ ປ້ອງກັນຄວາມຊົ່ວຮ້າຍ ກໍບໍ່ໄດ້ເປີດເຜີຍລາຍລະອຽດກ່ຽວກັບຄຳສັ່ງປິດຮ້ານເສີມສວຍຂອງແມ່ຍິງ ບອກພຽງວ່າຫາກປິດຮ້ານທັງໝົດແລ້ວ ຈະອອກມາແຈ້ງເຫດຜົນໃຫ້ກັບສື່ໄດ້ຮັບຮູ້ຕໍ່ໄປ ພ້ອມກັບກ່າວຕໍ່ວ່າ ຮ້ານເສີມສວຍເຫຼົ່ານີ້ຈະໄດ້ມີເວລາໃນການປິດກິດຈະການ ເພື່ອທີ່ຈະໄດ້ມີເວລາໃນການໃຊ້ວັດຖຸດິບໃນຮ້ານໂດຍບໍ່ຂາດທຶນ.

ຢ່າງໃດກໍຕາມ ໄຮບາຕຸນເລາະ ອັກຮຸນຊາດາ ຢືນຢັນ ຜູ້ນຳສູງສຸດຂອງກຸ່ມຕາລີບັນ ອອກມາຢືນຢັນວ່າມີການດຳເນີນການຕາມຂັ້ນຕອນທີ່ຈຳເປັນ ເພື່ອເຮັດໃຫ້ແມ່ຍິງມີຄວາມເປັນດີຢູ່ດີຂຶ້ນ ໃນຖານະອີກເຄິ່ງໜຶ່ງຂອງສັງຄົມ, ມຸມມອງແງ່ລົບຂອງການຢຶດຄອງຕະຫຼອດ 20 ປີທີ່ຜ່ານມາ ທີ່ກ່ຽວຂ້ອງກັບຮິຢາບຂອງແມ່ຍິງ ແລະ ການເຂົ້າໃຈຜິດຕ່າງໆ ຈະສິ້ນສຸດລົງໃນໄວໆນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/