ຕາມເຄົາເຕີບໍລິການຂອງ ທຄຕລ ແມ່ນຍັງບໍ່ສາມາດໃຊ້ເງິນກີບ ແລກປ່ຽນເປັນເງິນຕາຕ່າງປະເທດໄດ້


ທ່າມກາງ ຄວາມຜັນຜວນຂອງອັດຕາແລກປ່ຽນ ແລະ ຄວາມຫຍຸ້ງຍາກໃນການແລກປ່ຽນເງິນຕາຕ່າງປະເທດ ແລະ ກະແສຂ່າວ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ຍິນດີໃຫ້ບໍລິການແລກປ່ຽນເງິນຕາຕ່າງປະເທດ ຕາມອັດຕາການແລກປ່ຽນຂອງທະນາຄານ. ໄດ້ສ້າງຄວາມຕື່ນເຕັ້ນ ແລະ ຮືຮາໄປທົ່ວສັງຄົມອອນລາຍ ພາຍໃຕ້ຄວາມຫວັງທີ່ຕ້ອງການໃຊ້ກີບໄປແລກເອົາເງິນຕາຕ່າງປະເທດ.

 ແຕ່ຜ່ານການສອບຖາມ ປັດຈຸບັນແມ່ນຍັງບໍ່ສາມາດໃຊ້ເງິນກີບ ແລກ ເງິນຕ່າງປະເທດໄດ້ ສ່ວນລາຍລະອຽດແມ່ນລໍຖ້າແຈ້ງການພາຍຫຼັງ.

ໂດຍ ທຄຄລ ປະກາດວ່າ BCEL ຍິນດີໃຫ້ບໍລິການແລກປ່ຽນເງິນຕາ ທີ່ເຄົາເຕີບໍລິການ ສຳນັກງານໃຫຍ່, ສາຂາ, ໜ່ວຍບໍລິການ ແລະ ຫ້ອງແລກປ່ຽນຫຼາຍກວ່າ 100 ແຫ່ງ ທົ່ວປະເທດ ເວລາໃຫ້ບໍລິການເລີ່ມ 8:30-15:30 ໂມງ, ວັນຈັນ-ສຸກ (ວັນເສົາ-ອາທິດ ໃຫ້ບໍລິການສະເພາະບາງຈຸດບໍລິການ).

ນອກນີ້ ທຄຕລ ຍັງໄດ້ປະກາດກຽມເປີດໃຫ້ບໍລິການຟັງຊັນໃໝ່ Currency Exchange ໃນແອັບ BCEL One ແຕ່ລາຍລະອຽດຂອງບໍລິການດັ່ງກ່າວຍັງບໍ່ທັນມີການເປີເຜີຍແຕ່ຢ່າງໃດ.

ຢ່າງໃດກໍຕາມ ຜ່ານການສອບຖາມຜ່ານສາຍດ່ວນ 1555 ຂອງທະນາຄານການຄ້າຕ່າງປະເທດລາວ ຍັງເຫັນວ່າ: ປັດຈຸບັນ ຕາມເຄົາເຕີບໍລິການ ຍັງບໍ່ສາມາດໃຊ້ເງິນກີບແລກປ່ຽນເອົາເງິນຕາຕ່າງປະເທດໄດ້ ຕາມທີ່ປະຊາຊົນຄາດຫວັງ, ສາມາດແລກໄດ້ພຽງ ເງິນຕ່າງປະເທດ ເປັນເງິນກີບເທົ່ານັ້ນ ແລະ ໃນອະນາຄົດຍັງບໍ່ເປັນທີ່ຊັດເຈນ ຈະສາມາດໃຊ້ເງິນກີບ ແລກເງິນຕາຕ່າງປະເທດໄດ້ເມື່ອໃດ ແລະ ໃຫ້ຕິດຕາມແຈ້ງການໃນຕໍ່ໜ້າ.

ສຳລັບອັດຕາແລກປ່ຽນໃນວັນທີ 8 ມິຖຸນາ 2023 ເງິນບາດ ແມ່ນຊື້ໃນລາຄາ 534,26 ຂາຍໃນລາຄາ 539,55; ເງິນໂດລາສະຫະລັດ ແມ່ນຊື້ໃນລາຄາ 18.095 ແລະ ຂາຍໃນລາຄາ 18.210 ແລະ ເງິນຢວນ ຊື້ໃນລາຄາ 1 ຢວນຕໍ່ 2.558 ກີບ ແລະ ຂາຍໃນລາຄາ 1 ຢວນຕໍ່ 2,581 ກີບ.

ໂດຍໃນໄລຍະທີ່ຜ່ານມາ ທາງລັດຖະບານໄດ້ມີມາດຕະການປິດຮ້ານແລກປ່ຽນເງິນຕາ ທີ່ບໍ່ແມ່ນຂອງທະນາຄານ ເພື່ອຈຳກັດ ແລະ ຄວບຄຸມອັດຕາການແລກປ່ຽນ ແລະ ປ້ອງກັນການປຸກປັ່ນອັດຕາແລກປ່ຽນທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ເຮັດໃຫ້ມີຄວາມຫຍຸ້ງຍາກໃນການຊອກແລກປ່ຽນເງິນຕາ ມີຄວາມຫຍຸ້ງຍາກຫຼາຍ ໂດຍສະເພາະແມ່ນ ພາກທຸລະກິດ ແລະ ປະຊາຊົນໃນການທີ່ຈະເອົາເງິນກີບໄປປ່ຽນເອົາເງິນຕ່າງປະເທດ.

ຂອບໃຈຂໍ້ມູນຈາກ: https://t.ly/uQnd

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/