ຊົມເຊີຍ! ນັກກິລາແລ່ນ-ລານ ຄົນພິການທີມຊາດລາວ ປິດສາກອາຊຽນ ພາຣາເກມ ຄັ້ງທີ 12 ດ້ວຍຜົນງານ 6 ຫຼຽນທອງ


ທັບນັກກິລາແລ່ນ-ລານຄົນພິການລາວ ສ້າງຜົນງານຄວ້າ 6 ຫຼຽນທອງ ປິດສາກການໄລ່ລ່າຫຼຽນ ການແຂ່ງຂັນກິລາແລ່ນ-ລານ ງານກິລາຄົນພິການອາຊຽນ ຫຼື ອາຊຽນ ພາຣາເກມ ຄັ້ງທີ 12 ທີ່ນະຄອນຫຼວງພະນົມເປັນ ຣາຊະອານາຈັກກຳປູເຈຍ ເປັນເຈົ້າພາບ.

ໃນວັນທີ 7 ມິຖຸນາ ຜ່ານມາ ເປັນມື້ສຸດທ້າຍຂອງທັບນັກກິລາແລ່ນ-ລານຄົນພິການລາວ ລົງແຂ່ງຂັນ 4 ລາຍການ ຈາກທັງໝົດທີ່ສົ່ງເຂົ້າຮ່ວມຊິງໄຊ 19 ລາຍການ ແລະ ຜົນງານ ນັກກິລາແລ່ນ-ລານຄົນພິການລາວ ກໍສາມາດຍາດໄດ້ 2 ຫຼຽນທອງເພີ່ມ ຈາກທ້າວ ບຸນເພັດ ເທບທິດາ ລາຍການແລ່ນ 200 ແມັດ T13 ສະຖິຕິສາມາດເຮັດໄດ້ 23,57 ວິນາທີ, ຫຼຽນຄຳ ເປັນຂອງນັກກິລາໄທ ແລະ ຫຼຽນເງິນ ເປັນຂອງນັກກິລາອິນໂດເນເຊຍ. ສ່ວນ ທ້າວ ຊາຍ ລັດດາວອນ ລາຍການແລ່ນ 800 ແມັດຊາຍ T12 ສະຖິຕິເຮັດໄດ້ 2,56.69 ວິນາທີ, ຫຼຽນຄຳ ເປັນຂອງນັກກິລາໄທ ແລະ ຫຼຽນເງິນ ເປັນຂອງນັກກິລາອິນໂດເນເຊຍ.

ນັບມາຮອດປັດຈຸບັນສາມາດສັງລວມຜົນງານຂອງທັບນັກກິລາແລ່ນ-ລານຄົນພິການລາວ ໃນການແຂ່ງຂັນກິລາແລ່ນ-ລານຄົນພິການອາຊຽນ ພາຣາເກມ ຄັ້ງທີ 12 ທີ່ຣາຊະອານາຈັກກຳປູເຈຍ ສາມາດຍາດໄດ້ 6 ຫຼຽນທອງ ຈາກ ທ້າວ ບຸນເພັດ ເທບທິດາ ຈາກລາຍການແລ່ນ 100 ແມັດ T13 ແລະ ລາຍການແລ່ນ 200 ແມັດ T13, ນາງ ມັນນີ ແກ້ວມະນີ ປະເພດ ຊັດຫຼາວຍິງ, ທ້າວ ແກ່ນ ເທບທິດາ  ປະເພດເຕັ້ນຍາວ, ນາງ ສຸລິພອນ ວົງດາລາ ລາຍການແລ່ນ 200 ແມັດຍິງ T12 ແລະ ທ້າວ ຊາຍ ລັດດາວອນ ລາຍການແລ່ນ 800 ແມັດຊາຍ T12.

ໃນໂອກາດນີ້, ທ່ານ ບຸນໂຮມ ສີລິຜົນ ຮອງຜູ້ອຳນວຍການວິທະຍາໄລພະລະສຶກສາ ທັງເປັນຫົວໜ້າຄູເຝິກແລ່ນ-ລານຄົນພິການລາວ ໃຫ້ສຳພາດວ່າ: ໃນການເຂົ້າຮ່ວມແຂ່ງຂັນງານຄັ້ງນີ້ ໃນເບື້ອງຕົ້ນສະຫະພັນພວກເຮົາໄດ້ຄາດໝາຍໄວ້ວ່າຈະພະຍາຍາມສູ້ຊົນໃຫ້ໄດ້ 1 ຫຼຽນເງິນ ແລະ 3 ຫຼຽນທອງ ແຕ່ຕົວຈິງແລ້ວ ພວກເຮົາສາມາດຍາດໄດ້ 6 ຫຼຽນທອງ ໂດຍຄວາມເປັນຈິງແລ້ວ ນັກກິລາພວກເຮົາກໍສາມາດທຳລາຍສະຖິຕິຂອງຕົນເອງ ແຕ່ຕ້ອງຂໍຍອມຮັບວ່ານັກກິລາຈາກຊາດອື່ນເຂົາເຈົ້າມີຄວາມແຂງແກ່ນຫຼາຍ.

ຂະນະທີ່ ຫົວໜ້າຄູເຝິກແລ່ນ-ລານຄົນພິການລາວ ໄດ້ຕີລາຄາຜົນງານ ຫາກທັບນັກກິລາແລ່ນ-ລານຄົນພິການລາວ ຢາກປະສົບຜົນສຳເລັດດີກວ່າເກົ່າໃນອາຊຽນ ພາຣາເກມ ຄັ້ງທີ 13 ຕ້ອງມີເວລາເຝິກຊ້ອມຫຼາຍກວ່າ 40 ວັນ ໂດຍມາດຕະຖານຕ້ອງ 6 ເດືອນ ຫຼື 1 ປີ. 

ຂອບໃຈຂໍ້ມູນຈາກ: https://t.ly/HSIh

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/