ຕະຫຼາດນ້ຳມັນອາຊຽນ ກຳລັງແຂ່ງຂັນກັນຢ່າງດຸເດືອດ ທ່າມກາງຄວາມບໍ່ໝັ້ນຄົງດ້ານພະລັງງານ ທີ່ກຳລັງກໍ່ຕົວຂຶ້ນ


ຈາກການວິໄຈຂອງ BMI ພົບວ່າ ປະເທດຜູ້ຜະລິດນ້ຳມັນໃນພູມີພາກອາຊີຕາເວັນອອກສຽງໃຕ້ ກຳລັງພະຍາຍາມຟື້ນອຸດສາຫະກຳປີໂຕຣເຄມີຂັ້ນຕົ້ນ ທ່າມກາງຄວາມກັງວົນເລື່ອງຄວາມໝັ້ນຄົງດ້ານພະລັງງານທີ່ກໍ່ຕົວຂຶ້ນ ໂດຍມາເຊຍ ອິນໂດເນເຊຍ ແລະ ໄທ ກຳລັງແຂ່ງຂັນກັນ ເພື່ອການລົງທຶນດັ່ງກ່າວຈາກບໍລິສັດທັງໃນ ແລະ ຕ່າງປະເທດ.

ໂດຍເງິນລົງທຶນຈາກຕ່າງປະເທດໃນພາກນ້ຳມັນ ແລະ ກາສຂອງມາເລເຊຍຢູ່ທີ່ 6.17 ໝື່ນລ້ານໂດລາສະຫະລັດໃນປີ 2023 ຄິດເປັນ 47% ຂອງການລົງທຶນທັງໝົດຂອງປະເທດ ເຊິ່ງປີນີ້ຄາດວ່າຈະຍັງຄົງເຕີບໂຕ ເນື່ອງຈາກບໍລິສັດນ້ຳມັນແຫ່ງຊາດ Petronas ອາດມີການປະກາດສັນຍາແບ່ງປັນຜົນຜະລິດສະບັບໃໝ່.

ໃນຂະນະທີ່ ອິນໂດເນເຊຍ ຂຶ້ນນຳໃນການແຂ່ງຂັນນີ້ ໂດຍດຶງດູດນັກລົງທຶນໃໝ່ໆ ເຊິ່ງການລົງທຶນໃນພາກນ້ຳມັນທັງໝົດເພີ່ມຂຶ້ນເຖິງ 10% ຈາກ 1.22 ໝື່ນລ້ານໂດລາສະຫະລັດໃນປີ 2023 ເປັນ 1.48 ໝື່ນລ້ານໂດລາສະຫະລັດໃນປີຜ່ານມາ.

ຫວຽດນາມ ກໍພະຍາຍາມພັດທະນາເພື່ອແຂ່ງຂັນໃນອຸດສາຫະກຳເຊັ່ນກັນ ຜ່ານການສະເໜີແຮງຈູງໃຈດ້ານການລົງທຶນທີ່ດີຂຶ້ນ ເຊິ່ງຫວຽດນາມຢູ່ໃນໄລຍະຊະລໍຕົວໂຄງສ້າງຂອງການສຳຮອງນ້ຳມັນ ແລະ ກາສ ທ່າມກາງອຸປະສົງພະລັງງານ ແລະ ການເພິ່ງພາການນຳເຂົ້າທີ່ຫຼາຍຂຶ້ນ. ດັ່ງນັ້ນ ຫວຽດນາມຈຶ່ງຕ້ອງເພີ່ມການສຳຫຼວດພາຍໃນປະເທດ ແລະ ກິດຈະກຳການຜະລິດຕ່າງໆ.

ຂໍ້ມູນຈາກ: AEC Connect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/