ດຶງດູດແມງໄມ້ໜ້ອຍລົງ 84% ເມື່ອມົນລະພິດທາງອາກາດເຮັດໃຫ້ດອກໄມ້ຂົມ


ມົນລະພິດທາງອາກາດເຮັດໃຫ້ດອກໄມ້ “ຂົມ” ໂດຍມີງານວິໄຈໄດ້ຊີ້ໃຫ້ເຫັນວ່າ ດອກໄມ້ທີ່ເປື້ອນອາກາດສົກກະປົກ ມີກິ່ນຫວານໜ້ອຍລົງກວ່າສຳລັບແມງໄມ້ທີ່ຕ້ອງປະສົມເກສອນດອກໄມ້ ເຊິ່ງທ້າຍທີ່ສຸດແນ່ນອນວ່າກໍຈະລົບກວນຂະບວນການສືບພັນຂອງພືດໄດ້ນັ້ນເອງ.

ໃນຫຼາຍປີທີ່ຜ່ານມາ ນັກວິທະຍາສາດໄດ້ອອກມາລາຍງານກ່ຽວກັບມົນລະພິດທາງອາກາດ ທີ່ບໍ່ມີຜົນກະທົບຕໍ່ມະນຸດພຽງເທົ່າໃດ ແຕ່ຍັງມີຜົນກະທົບທັງພືດ ແລະ ໄມ້ ເພາະມີງານວິໄຈໄດ້ຊີ້ໃຫ້ເຫັນວ່າ ມົນລະພິດທາງອາກາດອາດເຮັດໃຫ້ດອກໄມ້ບໍ່ສາມາດຶງດູດແມງໄມ້ໄດ້ຫຼາຍຄືເກົ່າ ໂດຍສານ nitrate radicals ທີ່ຢູ່ໃນອາກາດຂອງເມືອງກາງຄືນໄປຫຼຸດກິ່ນທີ່ປ່ອຍອອກຈາກດອກໄມ້ຢ່າງຮຸນແຮງ.

ໝາຍຄວາມວ່າມັນຈະໄປລົບກວນການສືບພັນຂອງພືດພັນ ແລະ ເຮັດໃຫ້ມີຜົນຜະລິດທີ່ເປັນອາຫານລ້ຽງສັດຫຼາຍຊະນິດໄດ້ຫຼຸດລົງ ລວມໄປຮອດມະນຸດແບບເຮົາກໍເຊັ່ນດຽວກັນ ທ້າຍທີ່ສຸດມັນກໍສົ່ງຜົນໃຫ້ຄວາມຫຼາກຫຼາຍທາງຊີວະພາບຫຼຸດລົງ ອາດຈະລຸກລາມໄປທົ່ວໂລກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/