ຍີ່ປຸ່ນ ອະນຸມັດໃຫ້ຊາຍຂ້າມເພດປ່ຽນສະຖານະໄດ້ ໂດຍບໍ່ຕ້ອງແປງເພດກ່ອນແລ້ວ


ຫຼາຍເດືອນກ່ອນ ກົດໝາຍລະບຸວ່າໃຫ້ຊາຍຂ້າມເພດ ຫຼື Trangender ເຮັດໝັນ ຫຼື ແປງເພດກ່ອນ ຈຶ່ງຈະສາມາດປ່ຽນເພດໃນເອກະສານຢືນຢັນຕົນເອງໄດ້

ໃນວັນທີ 8 ກຸມພາທີ່ຜ່ານມາ ສານທາງຕາເວັນຕົກຂອງຍີ່ປຸ່ນອະນຸມັດໃຫ້ ຊາຍຂ້າມເພດສາມາດປ່ຽນເພດໃນເອກະສານທາງລາຊະການໄດ້ ໂດຍບໍ່ມີເງື່ອນໄຂໃດໆເລີຍ.

ຖືເປັນຂ່າວດີຂ່າວໃຫຍ່ຂອງ LGBTQIAN+ ໃນຍີ່ປຸ່ນ ເນື່ອງຈາກເລື່ອງຣົດສະນິຍົມທາງເພດ ແລະ ອັດຕະລັກທາງເພດຍັງບໍ່ເປັນທີ່ຍອມຮັບໃນຍີ່ປຸ່ນ ພວກເຂົາຕ້ອງເຊື່ອງຕົວຕົນນັ້ນໄວ້ ເນື່ອງຈາກການເລືອກປະຕິບັດໃນສັງຄົມຍີ່ປຸ່ນນັ້ນເອງ. ຍີ່ປຸ່ນເອງ ເປັນພຽງປະເທດດຽວໃນ G7 ທີ່ບໍ່ອະນຸຍາດໃຫ້ຄູ່ຮັກທີ່ເປັນເພດດຽວກັນແຕ່ງງານກັນ.

https://thematter.co/brief/222146/222146#google_vignette

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/