ຍີ່ປຸ່ນ ບໍ່ສາມາດປະຕິບັດຕາມນະໂຍບາຍ ຄວາມເທົ່າທຽມທາງເພດໃນບ່ອນເຮັດວຽກໄດ້ສຳເລັດ


ອະດີດນາຍົກ Shinzo Abe ອ້າງວ່ານະໂຍບາຍການໃຫ້ຜູ້ຍິງໄດ້ມີບົດບາດເຮັດວຽກຫຼາຍຂຶ້ນນັ້ນໄດ້ປະສົບຜົນສຳເລັດ, ໂດຍການກ່າວວ່າມີຜູ້ຍິງທີ່ເຮັດວຽກຫຼາຍຂຶ້ນ ແຕ່ວຽກປະເພດໃດກັນແທ້ ທີ່ກຸ່ມຜູ້ຍິງທີ່ໄດ້ຮັບການສຶກສາສູງແບບພວກເຂົາກຳລັງເຮັດຢູ່?

ຫຼາຍທົດສະວັດມານີ້, 60% ຂອງຜູ້ຍິງໄດ້ອອກວຽກ ຫຼັງຈາກທີ່ໃຫ້ກຳເນີດລູກຜູ້ທຳອິດ ແລະ ກາຍເປັນແມ່ບ້ານເຕັມຕົວເພື່ອລ້ຽງລູກ ຍ້ອນວ່າລາຍໄດ້ຂອງສາມີສາມາດລ້ຽງຄົນທັງຄອບຄົວໄດ້, ວັດທະນະທຳນີ້ຈຶ່ງຍັງຖືກສືບຕໍ່ຈົນຮອດປັດຈຸບັນ. ໃນຂະນະທີ່ນະໂຍບາຍ Womenomics ເຂົ້າມາ ກຸ່ມແມ່ບ້ານຕ່າງກໍເລີ່ມກັບໄປເຮັດວຽກຢູ່ແລ້ວ ເນື່ອງຈາກລາຍຮັບໃນຄອບຄົວເລີ່ມຫົດຕົວລົງ. ໃນສະຖິຕິຂອງປີ 2019 ມີພຽງ 42,1% ທີ່ອອກວຽກ, ດ້ວຍເຫດນັ້ນຈຶ່ງໄດ້ກະຕຸ້ນໃຫ້ອັດຕາການເຂົ້າຮ່ວມຕະຫຼາດແຮງງານເປັນ 70,9% ສຳລັບຜູ້ຍິງໃນກຸ່ມ ອາຍຸ 15–64 ປີ, ສຳລັບ 25–44 ປີແມ່ນຂຶ້ນເປັນ 77,7%.

ນະໂຍບາຍ Womenomics ໄດ້ຖືກນຳສະເໜີໂດຍ Shinzo Abe ເພື່ອເພີ່ມຈຳນວນຜູ້ຍິງເຮັດວຽກພາຍໃນປີ 2020.​ ແຕ່ແຜນການດັ່ງກ່າວກໍໄດ້ຖືກຍົກເລີກ ໂດຍທີ່ຜົນອອກມາບໍ່ໃກ້ຄຽງກັບເປົ້າໝາຍທີ່ຕັ້ງໄວ້ເລີຍ.

ຍ້ອນກົດລະບຽບທີ່ເຄັ່ງຄັດໃນການວ່າຈ້າງ, ລະບົບຊາຍເປັນໃຫຍ່ ແລະຈະຕ້ອງເປັນຜູ້ນຳ ຍັງຄົງເປັນທີ່ນິຍົມໃນປະເທດ ມັນຈຶ່ງເປັນສິ່ງກີດຂວາງຜູ້ຍິງທີ່ຈະໄດ້ວຽກທີ່ດີ. ທຸກມື້ນີ້ຈະມີພຽງຜູ້ຍິງ 1 ຄົນ ໃນທຸກໆ 10 ຄົນຂອງຜູ້ຊາຍ ທີ່ໄດ້ເຮັດວຽກໃນສະພາ ແລະ ໜ້ອຍກວ່າ 15% ທີ່ຈະໄດ້ຕຳແໜ່ງຫົວໜ້າໃນພາກສ່ວນເອກະຊົນ.

ລັດຖະບານໄດ້ໃຫ້ການຊ່ວຍເຫຼືອໃນລະບົບ childcare, ພ້ອມທັງຍັງກົດດັນໃຫ້ບໍລິສັດໃຫຍ່ໃນປະເທດຈະຕ້ອງມີຕຳແໜ່ງຫົວໜ້າຢ່າງໜ້ອຍ 1 ຕຳແໜ່ງ ໃຫ້ກັບຜູ້ຍິງ. ແຕ່ເນື່ອງຈາກມາດຕະການນີ້ບໍ່ມີການປັບໃໝທາງການເງິນ ຫຼື ລົງໂທດຕໍ່ບໍລິສັດຕ່າງໆ ນະໂຍບາຍຈຶ່ງບໍ່ສຳເລັດ. ດ້ວຍເຫດນີ້, ຜູ້ຍິງຫຼາຍຄົນຈຶ່ງຍັງຕ້ອງເຮັດວຽກ Part time ຫຼື ເຮັດວຽກໃນຕຳແໜ່ງທີ່ບໍ່ສາມາດພັດທະນາໄດ້. ໂດຍສະເລ່ຍແລ້ວ, ລາຍໄດ້ຂອງຜູ້ຍິງຈະໜ້ອຍກວ່າຜູ້ຊາຍກວ່າ 40% ອ້າງອີງຈາກ World Economic Forum.

ການກັບມາເຮັດວຽກຂອງແມ່ບ້ານ ກໍເປັນເລື່ອງທີ່ລຳບາກຕໍ່ພວກເຂົາຫຼາຍ, ເຖິງແມ່ນວ່າຈະມີການສຶກສາທີ່ດີ ພ້ອມທັງໃບປະລິນຍາ ແຕ່ຫຼັງຈາກຄອບອອກໄປໃຫ້ກຳເນີດບຸດແລ້ວ ການກັບມາເຂົ້າສູ່ໜ້າວຽກທີ່ຕົນເອງເຄີຍເຮັດແມ່ນເປັນໄປບໍ່ໄດ້ເລີຍ ຈົນເປັນການຈົບລົງທີ່ການຫາວຽກ Part time ແລະ ວຽກແຮງງານແທນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/