ຍີ່ປຸ່ນຕົກຈາກ​ອັນ​ດັບ 3 ຂອງ​ເສດ​ຖະ​ກິດ​ໂລກ ເຂົ້າ​ສູ່​ສະພາວະຖົດ​ຖອຍ 2 ໄຕມາດຕິດຕໍ່ກັນ ເຮັດໃຫ້ເງິນເຢນອ່ອນຄ່າຢ່າງຮຸນແຮງ


ຍີ່​ປຸ່ນ​ໄດ້​ສູນ​ເສຍ​ຕໍາ​ແໜ່ງ​ເປັນ​ປະ​ເທດ​ເສດ​ຖະ​ກິດທີ່ມີຂະໜາດ​ໃຫຍ່​ອັນ​ດັບ​ 3 ຂອງ​ໂລກ​ໃຫ້ແກ່​ເຢຍ​ລະ​ມັນ ແລະ ຕົກລົງມາຢູ່ອັນດັບທີ 4. ເນື່ອງຈາກວ່າ​ຍັກ​ໃຫຍ່​ຂອງ​ອາຊີໄດ້ກ້າວ​ເຂົ້າ​ສູ່​ສະພາບ​ເສດຖະກິດ​ຖົດ​ຖອຍ​ຢ່າງ​ບໍ່​ຄາດ​ຄິດ.

ອີງຈາກບົດລາຍງານໃນວັນທີ 15 ກຸມພາທີ່ຜ່ານມາ, ລັດຖະບານຍີ່ປຸ່ນປະກາດວ່າ GDP ໃນໄຕມາດທີ 4 ປີ 2023 ຂອງຍີ່ປຸ່ນຫຼຸດລົງ 0.4% ເມື່ອທຽບເປັນລາຍປີ ເຊິ່ງສວນທາງກັບຄວາມຄາດຫວັງຂອງຕະຫຼາດທີ່ອາດຈະຂະຫຍາຍຕົວທີ່ 1.4% ຫຼັງຈາກທີ່ຫົດຕົວລົງ 3.3% ໃນໄຕມາດທີ 3 ຂອງປີ 2023.

ໃນບົດລາຍງານຍັງໄດ້ລະບຸວ່າ ໃນໄຕມາດທີ 4 ຂອງປີ 2023, ເສດຖະກິດໄດ້ມີການຫົດຕົວລົງ 0.1% ຈາກໄຕມາດກ່ອນ ຫຼື ຢູ່ທີ່ 0.4% ຕໍ່ປີ, ເນື່ອງຈາກການໃຊ້ຈ່າຍຂອງທັງຄົວເຮືອນ ແລະ ທຸລະກິດຂາດຄວາມເຂັ້ມແຂງທ່າມກາງອັດຕາເງິນເຟີ້.

ໃນດ້ານໂຄງສ້າງເສດຖະກິດ ການຫຼຸດລົງຂອງ GDP ໃນ 2 ໄຕມາດຕິດຕໍ່ກັນນັ້ນຍັງໝາຍເຖິງ ການກ້າວເຂົ້າສູ່ສະພາວະການຖົດຖອຍທາງດ້ານເຕັກນິກ ແລະ ພາວະເສດຖະກິດທີ່ອ່ອນແອດັ່ງກ່າວສາມາດເຮັດໃຫ້ຕະຫຼາດຂາດຄວາມໝັ້ນໃຈໃນສິ່ງທີ່ BOJ ຄາດການໄວ້ວ່າ ການເພີ່ມຂຶ້ນຂອງຄ່າຈ້າງຈະສະໜັບສະໜູນການບໍລິໂພກຂອງຍີ່ປຸ່ນ. ແລະເຮັດໃຫ້ຕະຫຼາດບໍ່ມີຄວາມໝັ້ນໃຈອີກວ່າ BOJ ຈະສາມາດຍຸຕິການໃຊ້ນະໂຍບາຍການເງິນແບບຜ່ອນຜັນພິເສດໄດ້ຫຼືບໍ່.

ຕະຫຼອດ​ປີ 2023, ຕົວເລກ GDP ຂອງ​ຍີ່​ປຸ່ນ​ໄດ້ມີການ​ເພີ່ມ​ຂຶ້ນ 5.7% ໂດຍມີມູນຄ່າຢູ່ທີ່ 591,48 ພັນ​ຕື້​ເຢນ (4,2 ພັນ​ຕື້​ໂດ​ລາ) ເມື່ອພິຈາລະນາອັດຕາແລກປ່ຽນສະເລ່ຍໃນປີນັ້ນ. ໃນທາງກົງກັນຂ້າມ, ຕົວເລກ GDP ຂອງເຢຍລະມັນ ໄດ້ມີການເຕີບໂຕ 6.3% ເປັນ 4.12 ພັນຕື້ເອີໂຣ (4.46 ພັນຕື້ໂດລາ), ອີງຕາມຂໍ້ອັດຕາແລກປ່ຽນສະເລ່ຍຂອງປີກ່ອນ.

ທັງນີ້, ການບໍລິໂພກເອກະຊົນ ເຊິ່ງກວມເອົາຫຼາຍກວ່າເຄິ່ງໜຶ່ງຂອງເສດຖະກິດຫຼຸດລົງ 0.2% ໃນໄຕມາດທີ 3 ຕິດຕໍ່ກັນຂອງການຫຼຸດລົງ, ເນື່ອງຈາກວ່າຄົວເຮືອນຕ້ອງຕໍ່ສູ້ກັບການເພີ່ມຂຶ້ນຂອງຄ່າໃຊ້ຈ່າຍໃນດໍາລົງຊີວິດ ແລະ ຄ່າຈ້າງງານທີ່ຫຼຸດລົງ.

ຍິ່ງໄປກວ່ານັ້ນ, ການໃຊ້ຈ່າຍໃນການລົງທຶນຍັງຂາດຄວາມເຂັ້ມແຂງ ໂດຍຫຼຸດລົງ 0.1%, ເຊິ່ງເປັນສັນຍານທີ່ໜ້າເປັນຫ່ວງ. ບໍລິສັດຍີ່ປຸ່ນຍັງຄົງລະມັດລະວັງກ່ຽວກັບການເພີ່ມງົບໃນການລົງທຶນ ເຖິງແມ່ນວ່າຈະມີແຜນງານທີ່ເຂັ້ມແຂງກໍຕາມ. ເຖິງແມ່ນວ່າຄວາມຕ້ອງການພາຍໃນແມ່ນຊະລໍຕົວລົງ ແຕ່ການສົ່ງອອກຂອງຍີ່ປຸ່ນຍັງສືບຕໍ່ຂະຫຍາຍຕົວ ໂດຍເພີ່ມຂຶ້ນ 2.6% ຍ້ອນໄດ້ຮັບການສະໜັບສະໜູນຈາກການທ່ອງທ່ຽວຂາເຂົ້າທີ່ຟື້ນຕົວ.

ຢ່າງໃດກໍຕາມ, ປະເທດທີ່ກໍາລັງພັດທະນາຂະໜາດໃຫຍ່ເຊັ່ນອິນເດຍ ທີ່ມີປະຊາກອນຫຼາຍກວ່າ 1.4 ຕື້ຄົນ, ໂດຍປະຊາກອນສ່ວນໃຫຍ່ມີອາຍຸຕໍ່າກວ່າ 35 ປີ ແລະ ມີອັດຕາການເຕີບໂຕທີ່ດີກວ່າ ຄາດ​ວ່າ​ຈະ​ສາມາດ​ແຊງໜ້າ​ທັງ​ສອງ​ປະ​ເທດໄດ້​ຢ່າງ​ກ້າວ​ກະ​ໂດດ​ ​ແລະ ​ຂຶ້ນ​ເປັນ​ປະ​ເທດ​ທີ່​ມີ​ເສດຖະກິດ​ໃຫຍ່​ອັນ​ດັບ​ 3 ​ຂອງ​ໂລກ, ຖັດຈາກ​ສະຫະລັດ ​ແລະ ​ຈີນ

ທີ່ມາ:

cnbc

facebook

theguardian

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/