ຍີ່ປຸ່ນຣີໄຊເຄິນ ເສດຜັກ ແລະ ໝາກໄມ້ ມາເປັນວັດສະດຸກໍ່ສ້າງທີ່ສາມາດກິນໄດ້!


ຕໍ່ໄປນີ້ການກໍ່ສ້າງເຮືອນຈະມີຣົດຊາດຫຼາຍຂຶ້ນ ເພາະວ່າສະຖາບັນ ວິທະຍາສາດອຸດສາຫະກຳຂອງມະຫາວິທະຍາໄລ ໂຕກຽວ ໄດ້ນຳເອົາເສດອາຫານມາເພີ່ມມູນຄ່າເປັນວັດສະດຸທີ່ໃຊ້ໃນການກໍ່ສ້າງທີ່ແຂງແຮງ, ທີ່ສຳຄັນກິນໄດ້ ແລະ ແຊບອີກ.

ທາງສະຖາບັນໄດ້ໃຫ້ຄວາມສົນໃຈກັບການນຳໃຊ້ເສດອາຫານມາເປັນມູນຄ່າຍ້ອນວ່າ ເສດອາຫານຖືກຖິ້ມໄປລ້າໆນັ້ນມີຈຳນວນຫຼາຍເຖິງ 1.3 ພັນລ້ານໂຕນຕໍ່ປີ, ສ່ວນໃຫຍ່ແລ້ວຈະເປັນປະເພດອາຫານທີ່ບໍ່ຜ່ານເກນ ຖືກຖິ້ມຍ້ອນໝົດອາຍຸ ຫຼື ອາຫານເຫຼືອເປັນຕົ້ນ.

ພວກເຂົາຈຶ່ງນຳເອົາເສດອາຫານບໍ່ວ່າຈະເປັນ ຜັກ, ເປືອກໝາກໄມ້, ເປືອກກ້ວຍ ນຳໄປອົບໃຫ້ແຫ້ງ ແລ້ວບົດລະອຽດຈົນກາຍເປັນຜົງ. ຫຼັງຈາກນັ້ນພວກເຂົາໄດ້ນຳເອົາຜົງທີ່ໄດ້ມາໃສ່ກັບນໍ້າໂດຍຜ່ານການປຸງແຕ່ງຕ່າງໆ ແລ້ວນຳມາອັດໃສ່ແມ່ພິມໂດຍຜ່ານຄວາມຮ້ອນສູງ (ຂັ້ນຕອນຄ້າຍໆຄືການນຳເອົາຂີ້ເລື່ອຍມາເຮັດວັດສະດຸກໍ່ສ້າງ)

ສຸດທ້າຍສິ່ງທີ່ພວກເຂົາໄດ້ມາ ແມ່ນແຜ່ນອັດທີ່ມີລັກສະນະແຂງແຮງຄືຄອນກີດ, ການທີ່ໃສ່ນໍ້າຕານ ແລະ ໃສ່ເກືອລົງໄປບໍ່ໄດ້ເຮັດໃຫ້ແຜ່ນອັດນັ້ນມີປະສິດທິພາບໜ້ອຍລົງເລີຍ ແລະ ທີ່ສຳຄັນບໍ່ຕ້ອງເປັນກັງວົນເລື່ອງເນົ່າເປື່ອຍ. ເພາະພວກເຂົາໄດ້ລອງທົດລອງມາແລ້ວເປັນເວລາ 4 ເດືອນ ວັດສະດຸດັງກ່າວບໍ່ມີເຊື້ອຣາ, ບໍ່ເນົ່າ ແລະ ບໍ່ມີແມງໄມ້ ມາຂຶ້ນອີກ.

Kota Machida ຜູ້ຮ່ວມຜະລິດໄດ້ເຜີຍວ່າ ບໍ່ແມ່ນເສດຜັກ ແລະ ເປືອກໝາກໄມ້ທຸກຊະນິດທີ່ຈະສາມາດເຮັດໃຫ້ແຜ່ນອັດແຂງແຮງ, ຕົວຢ່າງເປືອກໝາກອຶທີ່ບໍ່ໄດ້ແຂງແຮງພໍເທົ່າໃດ ກົງກັນຂ້າມກັບຜັກກາດຂາວທີ່ພິສູດມາແລ້ວວ່າມັນທົນທານ ແລະ ແຂງແຮງທີ່ສຸດ.

ທີ່ມາ:

https://bit.ly/2W3NgyY

https://bit.ly/3g8oJQA

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/