ຍິງບຣາຊິລອາຍຸ 19 ປີ ໃຫ້ກໍາເນີດລູກຝາແຝດຄົນລະພໍ່ ຫຼັງມີເພດສຳພັນກັບຊາຍ 2 ຄົນໃນມື້ດຽວກັນ

ລູກຝາແຝດຄົນລະພໍ່

ລູກຝາແຝດຄົນລະພໍ່

ທີ່ຜ່ານມາເຮົາອາດຈະຮູ້ວ່າການໃຫ້ກໍາເນີດລູກແຝດ ແມ່ນຈະເກີດຂຶ້ນໄດ້ກໍຕໍ່ເມື່ອໄຂ່ 1 ໜ່ວຍໄດ້ເຮັດການປະຕິສົນທິກັບອະສຸຈິ 1 ຕົວ ຈາກນັ້ນໄຂ່ໄດ້ເຮັດການແບ່ງຕົວອອກເປັນ 2 ສ່ວນ ເຮັດໃຫ້ກາຍເປັນເດັກ 2 ຄົນ, ມີເພດດຽວກັນ, ມີຢີນຄືກັນ ແລະ ມີລັກສະນະພາຍນອກຄືກັນ ເຊິ່ງແຝດແບບນີ້ເຮົາຈະເອີ້ນວ່າແຝດແທ້ ແລະ ອີກໜຶ່ງກໍລະນີຂອງການກໍາເນີດແຝດກໍຄື ແຝດທຽມທີ່ເກີດຈາກການປະຕິສົນທິຂອງໄຂ່ 2 ໃບ ແລະ ອະສຸຈິິ 2 ຕົວທີ່ແຍກກັນຢູ່ຕັ້ງແຕ່ໃນທ້ອງແມ່ ດ້ວຍເຫດນັ້ນໜ້າຕາຂອງແຝດທຽມຈຶ່ງຄ້າຍຄືກັບອ້າຍນ້ອງທີ່ຄານຕາມກັນມາ ເຊິ່ງບໍ່ຄືກັນກັບແຝດແທ້ທີ່ໜ້າເປັນພິມດຽວກັນ ໃນສ່ວນຂອງເພດອາດຈະມີຄົນລະເພດຫຼືເພດດຽວກັນກໍໄດ້.

ລູກຝາແຝດຄົນລະພໍ່

ແຕ່ສຳລັບກໍລະນີການເກີດລູກແຝດຂອງຍິງຄົນນີ້ອາດຈະບໍ່ຄືກັນກັບດັ່ງທີ່ກ່າວມາຂ້າງເທິງ ເພາະເມື່ອວັນທີ 7 ກັນຍາ 2022 ທີ່ຜ່ານມາ Daily Mail ໄດ້ລາຍງານວ່າຍິງສາວ 19 ປີ ຈາກເມືອງມິເນໂຣສ, ລັດໂກຍາຊ ປະເທດບຣາຊິລ ໄດ້ກາຍເປັນຂ່າວຮືຮາ ຫຼັງຈາກທີ່ລາວໄດ້ກວດ DNA ໃຫ້ກັບລູກຝາແຝດທັງສອງຄົນ ແຕ່ກັບພົບວ່າລູກແຝດຂອງຕົນນັ້ນມີພໍ່ຄົນລະຄົນກັນ.

ສາເຫດທີ່ເຮັດໃຫ້ຮູ້ວ່າເດັກແຝດມີພໍ່ຄົນລະຄົນກັນກໍຍ້ອນຍິງສາວບຣາຊິລຄົນນີ້ໄດ້ມີເພດສຳພັນກັບຊາຍ 2 ຄົນໃນມື້ດຽວກັນ ກ່ອນທີ່ຕົນຈະຖືພາ ແລະ ເນື່ອງດ້ວຍຄວາມສົງໄສຄາໃຈວ່າໃຜເປັນພໍ່ກັນແທ້ ຍິງສາວຈຶ່ງໄດ້ເອີ້ນຊາຍທັງສອງມາກວດ DNA ແລ້ວຫຼັງຈາກນັ້ນກໍພົບວ່າວ່າລູກຝາແຝດຂອງຕົນເປັນລູກຄົນລະພໍ່. ຢ່າງໃດກໍຕາມກວ່າທີ່ຈະຮູ້ຄວາມຈິງ ເດັກແຝດ 2 ຄົນໄດ້ມີອາຍຸໄດ້ 8 ເດືອນແລ້ວຈຶ່ງໄດ້ຮັບການກວດ DNA.

ລູກຝາແຝດຄົນລະພໍ່

ທາງດ້ານທ່ານໝໍ ຕູລິໂອ ຈໍເກ້ ຟຣັງໂກ (Tulio Jorge Franco)ເຊິ່ງເປັນໝໍຜູ້ດູແລແມ່ໄວໜຸ່ມຄົນນີ້ ໄດ້ກ່າວວ່າ ການທີ່ໄຂ່ສອງໃບຈາກແມ່ຄົນດຽວກັນປະຕິສົນທິກັບອະສຸຈິຂອງ 2 ຄົນໃນເວລາດຽວກັນ ມັນເປັນເລື່ອງທີ່ເກີດຂຶ້ນໄດ້ ເຊິ່ງເດັກແມ່ນຈະໄດ້ກຳມະພັນຈາກແມ່ ແຕ່ຈະເຕີບໃຫຍ່ຈາກສາຍແຮ່ຄົນລະເສັ້ນ ໂດຍປາກົດການນີ້ເອີ້ນວ່າ Heteropaternal Superfecundation ເຊິ່ງມັນຫາໄດ້ຍາກຫຼາຍມີໂອກາດພົບພຽງ 1 ໃນລ້ານ ແລະ ແມ່ຊາວບຣາຊິລຄົນນີ້ກໍເປັນກໍລະນີທີ່ 20 ທີ່ພົບເຫັນໃນໂລກฏ ປັດຈຸບັນນີ້ຝາແຝດທັງ 2 ມີອາຍຸ 1 ປີ 6 ເດືອນແລ້ວ ແລະ ສຸຂະພາບກໍແຂງແຮງດີ.

ທັງນີ້ ເຖິງວ່າປາກົດການ Heteropaternal Superfecundation ຈະພົບເຫັນໄດ້ຍາກໃນມະນຸດ ແຕ່ເຮົາສາມາດພົບເຫັນໄດ້ເລື້ອຍໆ ໃນສັດຊະນິດອື່ນໆ ເຊັ່ນ: ໝາ, ແມວ, ໜູ, ງົວ…ນອກຈາກນີ້ໃນສັດບາງສາຍພັນທີ່ຕົວແມ່ມີຄູ່ນອນຫຼາຍຕົວ ຕົວຜູ້ຈຶ່ງໄດ້ມີການພັດທະນາກົນລະຍຸດຂອງຕົນເພື່ອໃຫ້ໝັ້ນໃຈວ່າອະສຸຈິຂອງພວກມັນໄປຮອດໄຂ່ຂອງຕົວແມ່.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply