ຍັງໄຫວຢູ່! Ronaldo ຍິງ 4 ປະຕູ ຄົນດຽວ ພາ Al Nassr ຊະນະຂາດລອຍ ພ້ອມທຳລາຍສະຖິຕິ ຍິງຄົບ 500 ປະຕູໃນລະດັບສະໂມສອນ

ຍັງໄຫວຢູ່!

ເອີ້ນໄດ້ວ່າໄປໃສກໍຍິງຢູ່ບ່ອນນັ້ນ ສຳລັບຊຸບເປີ້ສະຕາ ຊາວໂປຕຸເກດ ອາຍຸ 37 ປີ ຢ່າງ ຄຣິສເຕຍໂນ ໂຣນັລໂດ້ ຫຼັງເຈົ້າຕົວ ໂຊຟອມໂຫດ ຍິງ 4 ປະຕູ ຄົນດຽວ ພາ ອັລ ນາສເຊີ ເອົາຊະນະ ອັລ ເວດາ ໃນລີກ ຊາອຸດີອາຣະເບຍ ໂປຣລີກ ໄປແບບຂາດລອຍ 4 ປະຕູ ຕໍ່ 0.

ໂດຍເກມການແຂ່ງຂັນດັ່ງກ່າວ ອັລ ນາສເຊີ ໂຊຟອມໄດ້ຢ່າງໂດດເດັ່ນ ໂດຍສະເພາະ ຄຣິສເຕຍໂນ ໂຣນັລໂດ້ ທີ່ ສາມາດຍິງ Hattrick ທຳອິດໄດ້ໃນແຜ່ນດິນຊາອຸດີອາຣະເບຍ  ແລະ ເປັນ Hattrick ທີ 61​ ໃນຕະຫຼອດອາຊີບນັກເຕະຂອງລາວ ພາຕົ້ນສັງກັດ ເກັບເພີ່ມອີກ 3 ຄະແນນ ເປັນ 37 ຄະແນນ ຂຶ້ນເປັນອັນດັບໜື່ງໃນຕາຕະລາງຄະແນນ ໃນປັດຈຸບັນ.

ຍັງໄຫວຢູ່!

ການຍິງ 4 ປະຕູຄັ້ງນີ້ ຊ່ວຍໃຫ້ ໂຣນັລໂດ້ ຍິງໄດ້ເກີນ 500 ປະຕູໃນລະດັບສະໂມສອນ ເປັນຄົນທີ 5 ຂອງໂລກ ຮ່ວມກັບ ເປເລ້, ໂຣມາຣິໂອ້, ໂຈເຊຟ ບິກັນ ແລະ ເຟຣນ ບຸສກັສ. ສ່ວນລີໂອເນວ ເມສຊີ່ ນັ້ນ ຍັງສາມາດຍິງປະຕູໃນລະດັບສະໂມສອນໄດ້ພຽງ 490 ປະຕູ.

ຍັງໄຫວຢູ່!

ສຳລັບ ນັດຕໍ່ໄປຂອງ ອັລນາສເຊີ  ແມ່ນມີຄິວລົງຫຼິ້ນໃນບ້ານພົບກັບ ອັລ ທາວອນ ທີມອັບດັບ 5 ໃນຕາຕະລາງຄະແນນ ໃນວັນສຸກທີ 17 ກຸມພານີ້.

     ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/