ຍັງບໍ່ພໍອີກຫວາ! Meta ກຽມເພີ່ມໂຄສະນາແບບໃໝ່ທັງໃນ Facebook ແລະ Instagram ຫຼັງລາຍໄດ້ຍັງລົດລົງ

Meta

ຫຼັງຈາກຜ່ານໄຕມາດທີ 1 ແລະ ໄຕມາດທີ 2 ຂອງປີ 2022 ພົບວ່າຜົນການປະກອບການຂອງ Meta ບໍລິສັດແມ່ຂອງ Facebook ແລະ Instagram ອອກມາບໍ່ຄ່ອຍດີປານໃດ ເພາະທັງລາຍໄດ້ລົດລົງ ແລະ ມີຈຳນວນຜູ້ໃຊ້ທີ່ລົດລົງເປັນຄັ້ງທຳອິດ. ຫຼ້າສຸດ Meta ກໍໄດ້ກຽມຫາໂຄສະນາຮູບແບບໃໝ່ໆ ທັງໃນ Facebook ແລະ Instagram ເພື່ອຈະຊ່ວຍຫາລາຍໄດ້ໃຫ້ກັບບໍລິສັດໃຫ້ໄດ້ຫຼາຍຂຶ້ນ.

ສຳລັບ Facebook ປົກກະຕິແລ້ວ Facebook Reels ເມື່ອຫຼິ້ນວິດີໂອຈົບ 1 ວິດີໂອ ກໍຈະຫຼິ້ນວິດີໂອຕໍ່ໄປແບບອັດຕະໂນມັດ  ແຕ່ຫຼ້າສຸດຈະມີການປັບປ່ຽນໃຫ້ຫຼິ້ນຊໍ້າຄືນຄືກັບ TikTok ຫຼືທີ່ເອີ້ນວ່າ  “Post-Loop” ແຕ່ກ່ອນຈະວົົນໄປເລີ່ມໃໝ່ Facebook ຈະເຮັດການທົດສອບແຊກໂຄສະນາເຂົ້າໄປສັ້ນໆປະມານ 4-10 ວິນາທີ.

Meta

ສ່ວນຂອງ Instagram ແມ່ນຈະເພີ່ມໂຄສະນາໃນໜ້າ Explore ແລະ ໜ້າ Feed ໃນໂປຣໄຟລຂອງຜູ້ໃຊ້ງານທີ່ເປີດບັນຊີເປັນສາທາລະນະ. ໜ້າ Explore ກໍຄືໜ້າທີ່ຜູ້ໃຊ້ງານສາມາດເຂົ້າເຖິງໂພສຕ່າງໆ ຈາກຜູ້ໃຊ້ງານລາຍອື່ນໄດ້ນັ້ນເອງ. ຈາກເມື່ອກ່ອນທີ່ຕ້ອງກົດເບິ່ງໂພສກ່ອນ ຈຶ່ງຈະມີການສະແດງໂຄສະນາຂຶ້ນມາ ແຕ່ຫຼ້າສຸດ ໂຄສະນາຈະປາກົດຂຶ້ນມາໃນໜ້າ Explore ເລີຍໂດຍກົງ.

Meta

Instagram ຍັງຈະມີການແນະນຳໂຄສະນາເທິງໜ້າ Feed ເພີ່ມຕື່ມແບບ Multi-Advertiser ເຊິ່ງການໂຄສະນາແບບ Multi-Advertiser ກໍຄື ເມື່ອເຮົາເຫັນໂຄສະນາໃດໜຶ່ງ ແລ້ວເຮົາກົດເຂົ້າໄປ ຈາກແຕ່ກ່ອນກໍຈະເຫັນແຕ່ໂຄສະນານັ້ນໆ ແຕ່ Multi-Advertiser ນີ້ ເມື່ອເຮົາກົດເຂົ້າໂຄສະນາໃດໜຶ່ງ Instagram ກໍຈະສະແດງໂຄສະນາຂຶ້ນມາອີກວ່າ “You might like” ຫຼື ວ່າສິ່ງທີ່ເຈົ້າອາດຈະມັກ ເຊິ່ງເປັນການແນະນຳໂຄສະນາອື່ນໆ ທີ່ກ່ຽວຂ້ອງກັນ ເອີ້ນໄດ້ວ່າ ໂຄສະນາໃນໂຄສະນາກັນເລີຍ.

Meta

ນອກຈາກນີ້ Instagram ຍັງກຽມເປີດຕົວການໂຄສະນາທີ່ສະແດງຜົນແບບ AR ທີ່ເຫັນຜະລິດຕະພັນຕ່າງໆ ແບບ 360 ອົງສາ ທັງໜ້າ Feed ແລະ Stories.

ທັງໝົດນີ້ກໍຄືຄືໂຄສະນາແບບໃໝ່ໆ ທີ່ທາງ Meta ຈະນຳມາໃຊ້ໃນແພລັດຟອມ Facebook ແລະ Instagram ເຊິ່ງເປັນຂໍ້ດີ ກໍຄືຈະຊ່ວຍສ້າງລາຍໄດ້ໃຫ້ກັບບໍລິສັດໄດ້ຫຼາຍຂຶ້ນ ແຕ່ໃນທາງກັບກັນມັນກໍເປັນເໝືອນດາບສອງຄົມ ເພາະມັນອາດສ້າງຄວາມລຳຄານໃຫ້ກັບບັນດາຜູ້ໃຊ້ງານໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply