ຍອມໃນຄວາມໃຈກ້າ! ສາວອັງກິດຖືກນອກໃຈ ເລີຍປາດຜິວໜັງທີ່ສັກຊື່ຂອງແຟນເກົ່າສົ່ງໄປສະນີໄປໃຫ້ຮອດເຮືອນ


ເຊື່ອວ່າຫຼາຍຄົນເມື່ອເລີກລາໄປກັບແຟນເກົ່າທີ່ຝາກຮອຍແຜໄວ້ໃນໃຈ ແມ່ນຕ້ອງການທີ່ຈະຢາກລືມທຸກສິ່ງທຸກຢ່າງທີ່ກ່ຽວກັບເຂົາ ນັບຕັ້ງແຕ່ເຄື່ອງທີ່ເຂົາເຄີຍຊື້ໃຫ້ກໍຕ້ອງສົ່ງຄືນເຂົາໄປ ຫຼື ທໍາລາຍມັນໃຫ້ຫາຍໄປ ແລະຖ້າຫາກເປັນ “ຮອຍສັກ” ໃນຮ່າງກາຍເຮົາທີ່ໄດ້ສັກຊື່ເຂົາໄວ້ ຈະເຮັດແນວໃດດີ? ສຳລັບກໍລະນີນີ້ ບາງຄົນອາດຈະສັກທັບຮອຍສັກເກົ່າ ຫຼື ໃຊ້ເລເຊີ້ກໍາຈັດມັນຖິ້ມ.

ແຕ່ສໍາລັບ Torz Reynolds ຍິງປະເທດອັງກິດ ອາຍຸ 35 ປີຄົນນີ້ ການລຶບຮອຍສັກທີ່ມີຊື່ແຟນເກົ່າແບບທີ່ກ່າວມາອາດຈະເບິ່ງທໍາມະດາເກີນໄປ ເພາະລາວໄດ້ເລືອກວິທີທີ່ສຸດແສນຈະຂົນລຸກໂດຍການປາດຜິວໜັງອອກໄປ.

ໂດຍການຕັດສິນໃຈຂອງ Torz Reynolds ທີ່ເຮັດແບບນີ້ແມ່ນເນື່ອງມາຈາກລາວຖືກແຟນໜຸ່ມຂອງລາວນອກໃຈ ໄປລົມກັບຜູ້ຍິງຄົນອື່ນ ເຮັດໃຫ້ລາວເສຍໃຈແລະຄຽດແຄ້ນເປັນທີ່ສຸດ ລາວຈຶ່ງນຶກຢາກແກ້ແຄ້ນດ້ວຍວິທີສຸດໂຫດ ໂດຍການຕັດຜິວໜັງບໍລິເວນແຂນທີ່ສັກຊື່ຂອງແຟນເກົ່າອອກມາ ແລະ ໄດ້ເຮັດການສົ່ງຜິວໜັງດັ່ງກ່າວສົ່ງໄປທາງໄປສະນີເພື່ອໃຫ້ໄປຮອດເຮືອນຂອງແຟນເກົ່າ.

“ຫຼາຍປີກ່ອນຂ້ອຍເຄີຍປາດຮອຍສັກທີ່ເປັນຊື່ແຟນເກົ່າອອກມາແລ້ວສົ່ງໄປໃຫ້ລາວທາງໄປສະນີ”

“ລາວເປັນຄົນທີ່ດື້ດ້ານ ແລະ ນອກໃຈຂ້ອຍ ດັ່ງນັ້ນຂ້ອຍເລີຍບໍ່ຂໍເກັບຊື່ຂອງລາວເອົາໄວ້ອີກຕໍ່ໄປ”

ເຊິ່ງເລື່ອງລາວນີ້ Troz ໄດ້ກ່າວໃນສໍາພາດຜ່ານທາງເວັບໄຊ Jam Press ໂດຍ Troz ແມ່ນເຮັດທຸລະກິດກ່ຽວກັບການສັກ, ເຈາະ ລວມໄປຮອດການກໍາຈັດຮອຍ ແລະ ປູກຖ່າຍຜິວໜັງມາກ່ອນ ລາວຈຶ່ງຮູ້ວ່າຄວນເຮັດແນວໃດກັບການກຳຈັດຮອຍສັກແບບນີ້ ແລະມັ ນກໍບໍ່ໄດ້ເຈັບຄືດັ່ງທີ່ຫຼາຍຄົນຄິດ.

“ມັນໄວກວ່າການເລເຊີ້ ເຊິ່ງເລເຊີ້ເປັນຂັ້ນຕອນທີ່ຂ້ອນຂ້າງດົນ” Troz ກ່າວ.

ຢ່າງໃດກໍຕາມ Troz ກໍບໍ່ຮູ້ວ່າປະຕິກິລິຍາຂອງແຟນເກົ່າເມື່ອໄດ້ຮັບຜິວໜັງຂອງລາວໄປຈະເປັນແນວໃດ ແຕ່ລາວເບິ່ງວ່າມັນເປັນຄວາມຕະຫຼົກຮ້າຍທີ່ຢາກຢອກຫຼິ້ນກັບແຟນເກົ່າເທົ່ານັ້ນ.

ນອກຈາກຜິວໜັງແລ້ວ Troz ຍັງເຄີຍຕັດປາຍນິ້ວກ້ອຍຂອງຕົນເອງອອກແລະເກັບເອົາໄວ້ໃນຕູ້ໂຊນໍາອີກ. ເອີ້ນໄດ້ວ່າການປາດຜິວໜັງສົ່ງໃຫ້ແຟນເກົ່າ ມັນເປັນເລື່ອງທີ່ເບົາກວ່າເລື່ອງນີ້ຫຼາຍເທົ່າເລີຍ.

ແລະໝູ່ເພື່ອນເດ ຖ້າຫາກຢາກແກ້ແຄ້ນແຟນເກົ່າຈະສົ່ງຫຍັງໃຫ້ດີ ຫຼື ຈະເຮັດຕາມ Torz Reynolds  ຄົນນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/