ນ້ອງຢຸດ ຫຼື หยุด สาละวัน ໜຸ່ມແຂວງສາລະວັນ ຕອນນີ້ກໍຖືວ່າກຳລັງເປັນທີ່ສົນໃຈຂອງຫຼາຍຄົນ ຍ້ອນຄວາມສາມາດ ແລະ ສຽງຮ້ອງເພງທີ່ມ່ວນຫູ ມີເອກະລັກສຽງເປັນຂອງຕົນເອງ ຟັງແລ້ວຫຼົງໄປກັບສຽງຂອງລາວ ຈົນ ຕັກສິຣິພອນ (ນັກຮ້ອງ, ນັກສະແດງ, ພິທີກອນ ຊື່ດັງປະເທດໄທ) ໄດ້ບອກວ່າຢາກຈະປັ້ນນ້ອງຄົນນີ້, ເຊິ່ງ ຕັກ ສິຣິພອນ ໄດ້ໂພສຜ່ານ Instagram ແລະ Facebook ແລະ ມີຫຼາຍຄົນສະແດງຄວາມຄິດເຫັນໄປໃນທາງບວກເກືອບ 100% ພ້ອມຍັງໄດ້ອອກຂ່າວທາງຊ່ອງໄທນຳພ້ອມ. ນອກຈາກນີ້ ກໍຍັງມີຫຼາຍຊ່ອງດັງຂອງໄທ ກໍຢາກຮ່ວມງານນຳນ້ອງ ລວມທັງ ຕ່າຍ ອາກາດ ນັກຮ້ອງຊື່ດັງລາວເຮົາ ກໍສົນໃຈຢາກເຮັດເພງໃຫ້ນ້ອງນຳອີກ.

ໃນ TikTok ຂອງນ້ອງຢຸດເອງ ກໍມີຜູ້ຕິດຕາມຫຼາຍເຖິງແສນກວ່າຄົນ ຍອດວິວທີ່ເຂົ້າຮັບຊົມກໍສູງເຖິງລັກລ້ານ ມີທັງຜູ້ຕິດຕາມທັງປະເທດລາວ ແລະ ໄທ. ເນື່ອງຈາກເປັນຄົນທີ່ມີພອນສະຫວັນດ້ານການຮ້ອງເພງ ບໍ່ວ່າຈະຮ້ອງເພງໃດສຽງກໍມ່ວນ ແລະ ນ້ອງຢຸດເອງກໍເປັນຄົນທີ່ມີນິໄສໜ້າຮັກ ຈຶ່ງເຮັດໃຫ້ຫຼາຍຄົນສົນໃຈ ແລະ ກຳລັງຈັບຕາເບິ່ງໃນໄລຍະນີ້.

ມື້ນີ້ທາງທີມຂ່າວເຮົາຈະມານຳສະເໜີ ຄວາມເປັນມາຂອງນ້ອງຈັກເລັກໜ້ອຍ ເຊິ່ງທາງເຮົາໄດ້ສຳພາດນ້ອງໃນວັນທີ 16 ກັນຍາ 2021 ມີດັ່ງນີ້:
- ຊື່ ແລະ ອາຍຸ ອາຊີບ: ຊື່ຢຸດ ອາຍຸ 20 ປີ ອາຊີບກຳມະກອນກໍ່ສ້າງ ເປັນຄົນແຂວງສາລະວັນ, ນ້ອງໄດ້ບອກວ່າເຮັດອາຊີບນີ້ມາແຕ່ຍັງນ້ອຍ ຈົນຕອນນີ້ກໍຍັງເຮັດຢູ່.
- ການຮ້ອງເພງ: ນ້ອງເປັນຄົນທີ່ມັກຮ້ອງເພງມາຕັ້ງແຕ່ຍັງນ້ອຍແລ້ວ ຕັ້ງແຕ່ຈື່ຄວາມໄດ້ກໍຮູ້ສຶກວ່າມັກຮ້ອງເພງ ແລະ ກໍໄດ້ຮ້ອງມາເລື້ອຍໆ ໂດຍການຮັບຟັງຈາກເພງຕ່າງໆ. ໃນການຮ້ອງເພງນີ້ ນ້ອງມັກຫຼາຍຮ້ອງທຸກມື້ ເຮັດວຽກໄປນຳຮ້ອງໄປນຳ ເປັນການຝຶກຮ້ອງເພງໄປພ້ອມ. ຖ້າວ່າງຈາກວຽກກໍອັດຄລິບຮ້ອງເພງ ນຳອ້າຍ, ນ້ອງ ໝູ່ເພື່ອນ 3-4 ຄົນ ບາງຄັ້ງນັ່ງຮ້ອງເພງຫຼິ້ນດົນຕີໄປພ້ອມ ແລະ ບາງຄັ້ງກໍເອົາຄຸມາເຮັດເປັນສຽງກອງ ຫຼື ເອົາອຸປະກອນການກໍ່ສ້າງສິ່ງອື່ນ ເພື່ອມາປະກອບກັບບົດເພງ ຕາມດ້ວຍກີຕ້າຄູ່ໃຈມາດີດເກືອບທຸກຄັ້ງ.
- ໃນອະນາຄົດ: ໃນເລື່ອງອະນາຄົດ ຖ້າເປັນໄປໄດ້ນ້ອງກໍບອກວ່າ ຢາກຈະເປັນນັກຮ້ອງ ແຕ່ກໍຄືຈະເປັນໄປໄດ້ຍາກ ເພາະໄລຍະນີ້ໂລກເຮົາຍັງປະສົບກັບວິກິດການແຜ່ລະບາດຂອງພະຍາດໂຄວິດ-19, ອາດຈະມີຄວາມຫຍຸ້ງຍາກໃນບາງເລື່ອງ ແຕ່ໃນຄວາມຝັນ ຫຼື ອະນາຄົດ ແມ່ນຢາກຈະເປັນນັກຮ້ອງ.

ຈາກການສຳພາດແລ້ວ ສຳຜັດໄດ້ເລີຍວ່ານ້ອງຢຸດເປັນຄົນທີ່ມີພອນສະຫວັນມາແຕ່ຍັງນ້ອຍ ມັກ ແລະ ຮັກ ໃນການຮ້ອງເພງເປັນຊີວິດຈິດໃຈຮ້ອງທຸກມື້ທຸກວັນໃນເວລາເຮັດວຽກ ໂດຍບໍ່ໄດ້ຝຶກຝົນຮ້ອງເພງຈາກໂຮງຮຽນໃດ, ຮ້ອງໄປຮ້ອງມາດ້ວຍຄວາມມັກ ສຽງດີຈົນໃຜໆກໍຍ້ອງຍໍ ຈົນ ຕັກ ສິຣິພອນ ຍັງຢາກຈະປັ້ນນ້ອງ, ຈາກທີ່ ຕັກ ສິຣິພອນ ໂພສລົງໂຊຊ່ຽວເຮັດໃຫ້ຊ່ອງຂ່າວຂອງໄທເຖິງກັບນຳມາເຮັດເປັນຂ່າວ ແລະ ຫຼາຍໆຄົນກໍໄດ້ຮັບຮູ້ເພີ່ມໄປອີກ.

ສ່ວນໃຜທີ່ສົນໃຈຢາກຈະຟັງເພງ ກໍຟັງໄດ້ທີ່ຊ່ອງຢູທູບນ້ອງຢຸດ ເຊິ່ງຫາກໍເປີດຊ່ອງບໍ່ພໍເທົ່າໃດ ຜູ້ຕິດຕາມທະລຸເຖິງໝື່ນກວ່າບັນຊີແລ້ວ ແລະ ຜູ້ຕິດຕາມຊ່ອງ ຕິກຕັອກ ກໍຍັງຄົງເພີ່ມຂຶ້ນເລື້ອຍໆ.
ອອກຂ່າວຊ່ອງໄທ: https://youtu.be/sdshW5fTvxo
ຊ່ອງ YouTube: หยุด สาละวัน ( https://bit.ly/3hWGLX9 )
ຊ່ອງ TikTok: https://bit.ly/2YWGHQd
ຂອບໃຈບົດສຳພາດຈາກ: ນ້ອງຢຸດ, ຊື່ເຟສບຸກ: หยุด สาละวัน
ສຳພາດວັນທີ 16 ກັນຍາ 2021
ຮຽບຮຽງໂດຍ: Cat-Meo-ManU
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/