ຈີນຈັດການແຂ່ງຂັນ “ບໍລິຈາກອະສຸຈິ” ເພື່ອຫາອະສຸຈິທີ່ແຂງແຮງທີ່ສຸດ


ການບໍລິຈາກອະສຸຈິ ເປັນການເກັບຕົວຢ່າງນ້ຳເຊື້ອ ເພື່ອໃຊ້ເປັນປະໂຫຍດທາງດ້ານການແພດ ເຊັ່ນ: ການວິໄຈໃນອະນາຄົດ, ຊ່ວຍຮັກສາຜູ້ທີ່ມີພາວະມີລູກຍາກ, ນ້ຳເຊື້ອຂອງຜູ້ເປັນສາມີບໍ່ແຂງແຮງ ຫຼື ຜູ້ທີ່ຕ້ອງການເກັບນ້ຳເຊື້ອໄວ້ໃນອະນາຄົດ ໃນກໍລະນີທີ່ຕ້ອງເຂົ້າຮັບການຮັກສາ ແລ້ວມີໂອກາດເປັນໝັນ. ເຊິ່ງຖືວ່າການບໍລິຈາກອະສຸຈິເຂົ້າທະນາຄານອະສຸຈິນັ້ນ ມີປະໂຫຍດທາງດ້ານການແພດຢ່າງຫຼວງຫຼາຍ.

ທີ່ທະນາຄານອະສຸຈິ ແຫ່ງມະຫານະຄອນຊຽງໄຮ ປະເທດຈີນ ກໍໄດ້ເປີດການແຂ່ງຂັນບໍລິຈາກອະສຸຈິຕໍ່ເນື່ອງເປັນເວລາເຖິງ 45 ວັນ, ໄດ້ເຊີນຊວນໃຫ້ນັກສຶກສາທີ່ຢູ່ໃນກຸ່ມໄວໜຸ່ມ ສຸຂະພາບແຂງແຮງມາບໍລິຈາກນ້ຳເຊື້ອ ເພື່ອຫາວ່າ ໃຜຈະເປັນເຈົ້າຂອງ “ອະສຸຈິທີ່ແຂງແກ່ນທີ່ສຸດ” ໂດຍທີ່ຜູ້ເຂົ້າຮ່ວມຈະໄດ້ຖືກປົກປິດຕົວຕົນທີ່ແທ້ຈິງ ທາງຜູ້ຈັດງານເອງກໍຈະປົກປິດຂໍ້ມູນສ່ວນຕົວຂອງຜູ້ເຂົ້າແຂ່ງຂັນເປັນຄວາມລັບທີ່ສຸດ.

ໃນການແຂ່ງຂັນດັ່ງກ່າວ ບໍ່ມີຄ່າໃຊ້ຈ່າຍ ແຕ່ມີເງື່ອນໄຂວ່າຈະຕ້ອງເປັນພົນລະເມືອງຈີນ ທີ່ອາໄສຢູ່ຊຽງໄຮ ແລະ ມີອາຍຸ 20-45 ປີ, ສູງ 165 ຊມ. ຂຶ້ນໄປ ແລະ ຕ້ອງສຶກສາຢູ່ລະດັບປະລິນຍາຕີ ຫຼື ສູງກວ່າເທົ່ານັ້ນ. ເຊິ່ງຜູ້ໃດທີ່ມີອະສຸຈິເຂັ້ມຂຸ້ນທີ່ສຸດ, ໃຊ້ວຽກໄດ້ຫຼາຍສຸດ ແລະ ສວຍງາມທີ່ສຸດ ຈະເປັນຜູ້ຊະນະ.

ໃນຂະນະທີ່ເຂົ້າຮ່ວມບໍລິຈາກອະສຸຸຈິກັບທາງທະນາຄານອະສຸຈິ ຂັ້ນຕອນຈະກິນເວລາຍາວນານເຖິງເຄິ່ງປີ ໂດຍທາງທະນາຄານກໍຈະໃຫ້ການຊ່ວຍເຫຼືອແກ່ຜູ້ທີ່ເຂົ້າຮ່ວມບໍລິຈາກ ທັງຄ່າເດີນທາງ ແລະ ຄ່າອາຫານ, ຈຳນວນເງິນຈະຂຶ້ນກັບຈຳນວນການບໍລິຈາກ ແລະ ຄຸນະພາບຂອງອະສຸຈິ ເຊິ່ງຈຳນວນເງິນສູງສຸດຢູ່ທີ່ 7,500 ຢວນ.

ແພດຜູ້ປະຈຳໃນງານດັ່ງກ່າວ ໄດ້ເວົ້າວ່າ ຈຸດປະສົງໃນງານຄັ້ງນີ້ ບໍ່ແມ່ນເພື່ອເກັບນ້ຳເຊື້ອອະສຸຈິຈາກນັກສຶກສາຢ່າງດຽວ ແຕ່ຍັງເປັນການເຮັດໃຫ້ພວກຜູ້ເຂົ້າຮ່ວມທັງຫຼາຍຄຳນຶງເຖິງການໃສ່ໃຈອະນາໄມການຈະເລີນພັນຫຼາຍຂຶ້ນ ແຖມຍັງເປັນການກວດອະສຸຈິໃຫ້ຟຣີອີກພ້ອມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/