ປະຊາຊົນ ເອລ ຊາວາດໍ (El Salvador) ປະທ້ວງການນຳໃຊ້ Bitcoin ພາຍໃນປະເທດ


ຜູ້ປະທ້ວງກວ່າພັນຄົນໄດ້ລົງຖະໜົນໃນປະເທດເອລ ຊາວາດໍ (El Salvador) ເພື່ອສະແດງຈຸດຢືນຕໍ່ຕ້ານການເປີດຕົວບິດຄອຍໃຫ້ຖືກກົດໝາຍໃນປະເທດ. ໂດຍປະເທດເອລ ຊາວາດໍ ເປັນປະເທດທຳອິດໃນໂລກທີ່ເປີດຮັບການນຳໃຊ້ບິດຄອຍເປັນຊ່ອງທາງປະມູນຢ່າງຖືກກົດໝາຍໃນວັນອັງຄານນີ້.

ປະທານປະເທດ Nayib Bukele ໄດ້ໃຫ້ປະກາດວ່າເງິນສະກຸນດິຈິຕອລນັ້ນ ຈະຊ່ວຍໃຫ້ປະເທດຊາວາດໍໄດ້ກ້າວເຂົ້າສູ່ສະໜາມວຽກງານທີ່ກວ້າງຂວາງໄປຮອດຕ່າງປະເທດ ພ້ອມທັງຫາເງິນເຂົ້າມາໃນປະເທດອີກພ້ອມ. ແຕ່ຜູ້ຕໍ່ຕ້ານນັ້ນຄິດກົງກັນຂ້າມ, ເພາະພວກເຂົາຢ້ານວ່າມັນຈະນຳມາສູ່ຄວາມບໍ່ຄົງທີ່ ແລະ ເງິນເຟີ້ຈົນສົ່ງຜົນໃຫ້ປະເທດທຸກຍາກລົງ. ນອກຈາກນີ້ ພວກເຂົາຍັງກ່າວຫາປະທານປະເທດ Nayib Bukele ວ່າເປັນຜະເດັດການ ແຕ່ລາວກໍຍັງໄດ້ຮັບການສະໜັບສະໜູນ ດ້ວຍຄະແນນຈາກການເລືອກຕັ້ງກວ່າ 85% ໃນປະເທດ. ທາງລັດຖະບານຊາວາດໍໄດ້ຮີບປະຕິບັດການຊື້ບິດຄອຍກວ່າ 400 ຫຼຽນ ມີມູນຄ່າປະມານ 20 ລ້ານໂດລາສະຫາລັດໃນມື້ເປີດຕົວ.

ຜູ້ປະທ້ວງໄດ້ມາຮວມຕົວກັນທີ່ເມືອງຫຼວງ San Salvador ໃນວັນຄົບຮອບ 200 ປີ ທີ່ປະເທດໄດ້ຮັບອິດສະຫຼະ. ພວກເຂົາຖືກປ້າຍ “No to Bitcoin” ແລະ “Respect the Constitution” ພ້ອມທັງຈູດຢາງລົດ ແລະ ຈູດກະໂພກຕໍ່ໜ້າສານສູງສຸດ ໃນຂະນະທີ່ທາງລັດຖະບານໄດ້ສົ່ງກອງກຳລັງທະຫານຄົບອາວຸດເຂົ້າມາ.

ທາງຜູ້ປະທ້ວງໄດ້ໃຫ້ຂໍ້ມູນວ່າ “ສະກຸນເງິນພວກນີ້ບໍ່ມີທາງໃຊ້ໄດ້ສຳລັບຄົນເຮັດວຽກ, ຄົນຂັບລົດເມ ຫຼື ພໍ່ຄ້າແມ່ຄ້າ”

“ສະກຸນເງິນພວກນີ້ມັນໃຊ້ໄດ້ແຕ່ກັບນາຍທຶນໃຫຍ່ທີ່ຢາກລົງທຶນກັບຊັບພະຍາກອນຂອງເສດຖະກິດຂອງພວກເຂົາ”

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/