ຊົມເຊີຍ! ໂຮງໝໍ 103 ສຳເລັດການຜ່າຕັດ ຄົນເຈັບປະສາດ ຖືກໜີບເຕັງ ໃນຂວັ້ນສະໝອງ 3 ກໍລະນີ ທຳອິດໃນ ສປປ ລາວ

ໂຮງໝໍ 103

ໂຮງໝໍສູນກາງ 103 ກອງທັບ ສົມທົບກັບຊ່ຽວຊານການແພດ ກອງທັບປົດປ່ອຍປະຊາຊົນຈີນ ໄດ້ສຳເລັດການຜ່າຕັດ ຄົນເຈັບປະສາດຖືກໜີບເຕັງ ໃນຂວັ້ນສະໝອງ 3 ກໍລະນີ ທຳອິດໃນ ສປປ ລາວ. ໃນນັ້ນມີ ຍິງ 2 ທ່ານ.

ໂດຍຄົນເຈັບປະສາດຄູ່ທີ V  ຖືກໜີບເຕັງ ໃນຂວັ້ນສະໝອງ ອາການທີ່ສະແດງອອກແມ່ນ ເຈັບເຂດໃບໜ້າ, ເຈັບລາມ ອ້ອມກະໂປ່ງຕາ, ເຈັບຫຼາຍເວລາປາກເວົ້າ, ຫຍໍ້າອາຫານ, ໄອ-ຈາມ.

ໂຮງໝໍ 103

ການຜ່າຕັດຄັ້ງນີ້, ນໍາພາໂດຍ ຮສຈ. ປອ. ຫຼີ ຊ່ານ ຈົ່ງ (Li San Zhong) ພ້ອມທີມງານວິຊາການ ຜ່າຕັດ ຂອງໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ, ຜ່ານການກວດກາອາການພະຍາດ, ປະຫວັດພະຍາດ, ກວດກາຕົວຈິງຂອງຄົນເຈັບ ແລະ ສົມທົບຮູບພາບ CTA, MRI ຈຶ່ງສະມາດບົ່ງມະຕິຊັດເຈນ ແມ່ນ ປະສາດຄູ່ທີ V ຖືກເສັ້ນເລືອດໃນສະໜອງໜີບເຕັງ ເຊິ່ງ ທິດທາງປິ່ນປົວຕ້ອງໄດ້ຜ່າຕັດໄຂກະໂຫຼກຫົວເຂດຫຼັງຫູ, ໃຊ້ກ້ອງສ່ອງຂະຫຍາຍເພື່ອເຂົ້າໄປຊອກເສັ້ນປະສາດຄູ່ທີ V ທີ່ແຍກຕົວອອກຈາກຂວັ້ນສະໝອງ ແລະ ຊອກຫາຈຸດທີ່ເສັ້ນເລືອດໜີບເຕັງ. ພາຍຫຼັງກໍານົດຈຸດໜີບເຕັງ ຊັດເຈນແລ້ວ, ຈະໃຊ້ເຄື່ອງຜ່າຕັດສະເພາະທາງເຂົ້າໄປ ແຍກເສັ້ນເລືອດໃຫ້ອອກຫ່າງຈາກປະສາດ ແລະ ໃຊ້ແຜ່ນສໍາເລັດຮູບທາງການແພດ ມາຂັ້ນໄວ້ເພື່ອບໍ່ໃຫ້ເສັ້ນເລືອດ ມາໜີບເຕັງຕື່ມ.

ໂຮງໝໍ 103

ພາຍຫຼັງຜ່າຕັດ ສະພາບຄົນເຈັບແຕ່ລະຄົນດີຂຶ້ນຕາມລໍາດັບ, ອາການກ່ຽວກັບເສັ້ນປະສາດຄູ່ທີ V ແມ່ນ ຫາຍຂາດເກືອບ 100%, ນີ້ແມ່ນ 3 ກໍລະນີ ຜ່າຕັດກ່ຽວກັບເສັ້ນປະສາດທີ V ໃນສະໝອງຖືກໜີບເຕັງ ທໍາອິດໃນ ສປປ ລາວ ນໍາພາໂດຍຊ່ຽວຊານການແພດກອງທັບປົດປ່ອຍປະຊາຊົນຈີນ ໄດ້ນໍາເອົາເທັກນິກໃໝ່ທັນສະໄໝ ມາປີ່ນ ປົວໃຫ້ຄົນເຈັບ ແລະ ຖ່າຍທອດໃຫ້ແກ່ວິຊາການຜ່າຕັດລາວເຮົາ.

ໂຮງໝໍ 103

 ການຜ່າຕັດເສັ້ນປະສາດທີ V ໃນສະໝອງຖືກໜີບເຕັງກໍລະນີນີ້, ມັນໄດ້ເປີດໂອກາດໃຫ້ຄົນເຈັບຢູ່ ສປປ ລາວເຮົາ ໄດ້ມີວິທີການປີ່ນປົວພະຍາດໃຫ້ຫາຍຂາດ ແລະ ມີທາງເລືອກທີດີ ສໍາລັບກໍລະນີຄົນເຈັບເປັນພະຍາດດັ່ງກ່າວ.

ຂອບໃຈຂໍ້ມູນຈາກ: https://bit.ly/40Rlti9

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/