ປະເທດໄທ ຕິດອັນດັບ 1 ປະເທດທີ່ມີຄົນຂີ່ລົດຈັກຫຼາຍທີ່ສຸດໃນໂລກ

ປະເທດໄທ

ຍານພາຫະນະຖືໄດ້ວ່າເປັນປັດໄຈອັນສຳຄັນສຳລັບການດຳເນີນໃນຊີວິດປະຈຳວັນ ໂດຍສະເພາະພາຫະນະທີ່ສະດວກສະບາຍໃນການໃຊ້ ແລະ ສະດວກໃນການໄປມາ ບໍ່ວ່າຈະເປັນພາຫະນະຂະໜາດນ້ອຍ-ກາງ ແລະ ໃຫຍ່. ຖ້າເວົ້າເຖິງໃນບັນດາປະເທດອາຊຽນ ລວມໄປເຖິງບັນດາປະເທດໃນເອເຊຍ ກໍມີຫຼາຍປະເທດທີ່ນິຍົມຂັບຂີ່ລົດຈັກເປັນຍານພາຫະນະ ໂດຍມີຫຼາຍປະເທດດ້ວຍກັນ, ເນື່ອງຈາກວ່າເປັນຍານພາຫະນະທີ່ສະດວກວ່ອງໄວໃຊ້ງານງ່າຍ ແຕ່ກໍຈະມີຂໍ້ດີຂໍ້ເສຍທີ່ແຕກຕ່າງກັນອອກໄປ.

ປະເທດທີ່ມີຄົນນິຍົມຂີ່ລົດຈັກຫຼາຍທີ່ສຸດໃນໂລກ ອັນດັບ1 ແມ່ນປະເທດໄທ, ອັນດັບ 2 ແມ່ນປະເທດຫວຽດນາມ, ອັນດັບ3 ອິນໂດເນເຊຍ, ອັນດັບ 4 ມາເລເຊຍ, ອັນດັບ 5 ຈີນ, ອັນດັບ 6 ອິນເດຍ, ອັນດັບ 7 ປາກີສະຖານ…ເຖິງຢ່າງໃດກໍຕາມ ປະເທດທີ່ມີຄົນຂັບລົດຈັກຫຼາຍ ກໍອາດຈະບໍ່ໄດ້ຂັບຂີ່ຕະຫຼອດກໍເປັນໄປໄດ້ ເນື່ອງຈາກຄົນໃນຕົວເມືອງຈະໃຊ້ລົດເມ, ລົດໄຟ, ລົດແທັກຊີ່ ແລະ ອື່ນໆ. ບາງຄອບຄົວອາດຈະມີໄວ້ຂີ່ໃນຕອນທີ່ຈະໄປສະຖານທີ່ໃກ້ໆ ເພື່ອຄວາມສະດວກສະບາຍ ຖ້າທຽບໃສ່ຕົວເມືອງແລ້ວ ບາງປະເທດອາດຈະນິຍົມຂີ່ລົດໃຫຍ່ກໍມີ.

ປະເທດໄທ

ໃນປີ 2022 ການຈັດອັນດັບແມ່ນປະເທດໄທເປັນທີ 1 ໃນເອເຊຍ ແລະ ປະເທດຫວຽດນາມໄດ້ອັນດັບ 2 ໄປຄອບຄອງ, ຮອງມາກໍເປັນເປັນປະເທດອາຊຽນເຮົາເຊັ່ນເຄີຍ ກໍຄືປະເທດອິນໂດເນເຊຍ, ສັງເກດໄດ້ເລີຍວ່າປະເທດຫວຽດນາມ ເປັນປະເທດທີ່ນິຍົມຂີ່ລົດຈັກຫຼາຍຕາມທ້ອງຖະໜົນ ຕາມຈຳນວນປະຊາກອນຂອງປະເທດເຂົາ, ສ່ວນລາວເຮົາກໍນິຍົມເຊັ່ນດຽວກັນ ອາດຈະເປັນຍ້ອນຈຳນວນປະຊາກອນນ້ອຍເລີຍບໍ່ຕິດອັນດັບທັອບໆ.

ປະເທດທີ່ຄົນນິຍົມຂີ່ລົດຈັກຫຼາຍ ແມ່ນກຸ່ມເປົ້າໝາຍທີ່ສຳຄັນຂອງນັກທຸລະກິດທັງຫຼາຍ ໂດຍສະເພາະອິນໂດເນເຊຍ ເປັນປະເທດທີ່ນາຍທຶນ ຫຼື ຜູ້ຜະລິດລົດ ກ່ຽວກັບຍານພາຫະນະກຳລັງຈັບຕາເບິ່ງ ເນື່ອງຈາກວ່າ ຕິດອັນດັບ 3 ທີ່ມີຄົນຂີ່ລົດຈັກຫຼາຍທີ່ສຸດໃນເອເຊຍ, ຈຶ່ງມີຄວາມສົນໃຈແຜ່ຂະຫຍາຍການຊື້-ຂາຍ ລົດຈັກໄປຍັງປະເທດອິນໂນເຊຍ ໃຫ້ເພີ່ມຂຶ້ນກວ່າເກົ່າ.

ການທີ່ປະເທດໃດໜຶ່ງນິຍົມໃຊ້ລົດຈັກຕາມທ້ອງຖະໜົນເສັ້ນໃຫຍ່ ກໍມີຫຼາຍສາເຫດ ແລະ ຫຼາຍປັດໄຈດ້ວຍກັນ. ໜຶ່ງໃນນັ້ນ ກໍເປັນຍ້ອນສະພາບການແອອັດຂອງລົດຕິດ ສັງເກດໄດ້ຈາກບ້ານເຮົາ (ປະເທດລາວ) ຫຼາຍກຸ່ມຄົນທີ່ນິຍົມຂີ່ລົດຈັກ ກໍອາດຈະຍ້ອນມັນສົ່ງຜົນຕໍ່ການຂັບຂີ່ແບບສະດວກສະບາຍ ລົດບໍ່ຕິດ ທີ່ສຳຄັນລາຄານ້ຳມັນຈະຖືກກວ່າລົດໃຫຍ່. ເຖິງຢ່າງໃດກໍຕາມ ບໍ່ວ່າຈະລົດໃຫຍ່ ຫຼື ລົດນ້ອຍ ຕ່າງກໍມີຜົນເສຍ ແລະ ຜົນດີ ທີ່ແຕກຕ່າງກັນ. ຂຶ້ນຢູ່ກັບຄວາມສະດວກໃຜລາວວ່າຈະນຳໃຊ້ລົດຂະໜາດໃດ.

ປະເທດໄທ

ຂອບໃຈຂໍ້ມູນຈາກ:

https://bit.ly/3lhu51n

https://bit.ly/3xb3A0a

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/