ຊົມເຊີຍ! ນັກສຶກສາລາວ ໄດ້ຮັບຮາງວັນຊະນະເລີດ ໃນການແຂ່ງຂັນເທັກໂນໂລຢີໃນການຕິດຕາມແມ່ນໍ້າຂອງ ຈາກຄະນະກຳມາທິການແມ່ນໍ້າຂອງສາກົນ


ຄະນະນັກສຶກສາລາວຈາກພາກວິຊາວິສະວະກໍາ ຄອມພີວເຕີ ແລະ ເທັກໂນໂລຢີຂໍ້ມູນຂ່າວສານ, ຄະນະວິສະວະກຳສາດ,ມະຫາວິທະຍາໄລແຫ່ງຊາດ ໄດ້ຮັບຮາງວັນຊະນະເລີດ “ການວັດແທກຄວາມຊຸ່ມຂອງດິນ” ຈາກຄະນະກໍາມາທິການແມ່ນໍ້າຂອງ ສາກົນ ພາຍໃຕ້ໂຄງການແຂ່ງຂັນເທັກໂນໂລຢີການຕິດຕາມແມ່ນໍ້າຂອງ (MRC River Monitoring Technology Competition).

ໂດຍພິທີມອບຮາງວັນຈັດຂຶ້ນໃນວັນທີ 3 ເມສາ 2023 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ. ເຊິ່ງການແຂ່ງຂັນຄັ້ງນີ້ເຂົ້າຮ່ວມແຂ່ງຂັນທັງໝົດລວມມີ 4 ປະເທດໄດ້ແກ່: ລາວ, ໄທ, ຫວຽດນາມ, ກຳປູເຈຍ ໃນນັ້ນລາຍການແຂ່ງຂັນປະກອບມີ 4 ໝວດ ຄື: ຄວາມຊຸ່ມຂອງດິນ (Soil Moisture) , ກວດກາລະດັບນໍ້າ, (Water Level), ລະດັບຝົນຕົກ( Rainfall), ຄຸນະພາບນໍ້າ (Water Quality) ແລະ ມີທັງໝົດ 14 ທີມເຂົ້າຮ່ວມ ຈາກ 11 ມະຫາວິທະຍາໄລ. ໃນນັ້ນ,ຄະນະນັກສຶກສາລາວ ເຂົ້າຮ່ວມແຂ່ງຂັນໄດ້ຊະນະເລີດດ້ວຍການນໍາສະເໜີນະວັດຕະກໍາປະດິດສ້າງເຂົ້າໃນໂຄງການແຂ່ງຂັນເທັກໂນໂລຢີໃນການຕິດຕາມແມ່ນໍ້າຂອງ.

 ທ່ານ ພອນປະເສີດ ສີໃສແກ້ວ ຕາງໜ້າໃຫ້ກຸ່ມນັກສຶກສາລາວທີ່ໄດ້ຮັບຮາງວັນໄດ້ໃຫ້ສໍາພາດວ່າ: ພວກເຮົາໄດ້ເຫັນເຖິງຄວາມສຳຄັນ ຂອງດິນທີ່ລຽບຕາມຝັ່ງແມ່ນໍ້າຂອງ ແລະ ບັນຫາຕ່າງໆທີ່ຈະເກີດຂຶ້ນຈຶ່ງໄດ້ເລືອກຫົວຂໍ້ ຄວາມຊຸ່ມດິນ ແລະ ຄິດຄົ້ນການສ້າງອຸປະກອນທີ່ເປັນນະວັດຕະກຳນີ້ຂຶ້ນມາໃໝ່ ເຊິ່ງໂຄງການດັ່ງກ່າວໄດ້ເລີ່ມມາແຕ່ເດືອນຕຸລາ 2022 ຫຼັງຈາກພວກເຮົາໄດ້ຜ່ານການຄັດເລືອກເປັນຕົວແທນຈາກປະເທດລາວ ກໍໄດ້ເຂົ້າຮ່ວມງານ MRC Pitching Workshop ທີ່ບາງກອກປະເທດໄທ ໃນເດືອນມັງກອນປີ 2023 ພາຍຫຼັງກັບມາຈາກບາງກອກພວກເຮົາກໍໄດ້ເລີ່ມສ້າງນະວັດຕະກຳຂອງພວກເຮົາ ແລະ ໄດ້ຂຶ້ນນຳສະເໜີໃນວັນທີ 30-31 ມີນາ 2023 ທີ່ກອງເລຂາກໍາມາທິການແມ່ນໍ້າ. ຜ່ານການນໍາສະເໜີ,ເຫັນວ່າທີມສປປລາວໄດ້ຮາງວັນຊະນະເລີດໃນໝວດການວັດແທກຄວາມຊຸ່ມຂອງດິນ.

 ສໍາລັບຄະນະນັກສຶກສາດັ່ງກ່າວ ປະກອບດ້ວຍອາຈານທີ່ປຶກສາ 2 ຄົນ ແລະ ນັກສຶກສາ 5 ຄົນ ຄື: ອາຈານແສງລັດສະໝີ ຈັນທະມີນາວົງ, ອາຈານ ຄຳເພັດ ບຸນນະດີ, ທ້າວ ພອນປະເສີດ ສີໃສແກ້ວ (ຫົວໜ້ານໍາພາທີມ), ທ້າວ ເກດສະໜາ ດວງປັນຍາ, ທ້າວ ສີພະຈັນ ສະຫວັດວົງ, ນາງ ມະນີເພັດ ມີໄຊ  ແລະນາງ ຊາລິສາ ຈັນທະວົງ.

ໂດຍ Mekong River Commission (MRC) ຫຼືວ່າ ຄະນະກໍາມາທິການແມ່ນໍ້າຂອງສາກົນ ເປັນອົງກອນຮ່ວມມືລະຫວ່າງລັດຖະບານຂອງບັນດາປະເທດລຸ່ມແມ່ນໍ້າຂອງ ໄດ້ແກ່ ລາວ, ໄທ, ຫວຽດນາມ ແລະ ກຳປູເຈຍ ເຊິ່ງໄດ້ກໍ່ຕັ້ງຂຶ້ນຕັ້ງແຕ່ປີື 1995 ໂດຍມີຈຸດປະສົງຫຼັກກໍເພື່ອສົ່ງເສີມ ແລະ ປະສານງານການຄຸ້ມຄອງ ແລະ ພັດທະນາຊັບພະຍາກອນນໍ້າແບບຍືນຍົງ ແລະ ຊັບພະຍາກອນອື່ນໆທີ່ກ່ຽວຂ້ອງ ເພື່ອຜົນປະໂຫຍດເຊິ່ງກັນ ແລະ ກັນ ລະຫວ່າງບັນດາປະເທດທີ່ເປັນສະມາຊິກ ນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/