ຊາວເມັກຊິໂກ ພາກັນໄປຕໍ່ຄິວເຂົ້າແຖວເພື່ອຊື້ແວ່ນຕາ ເພື່ອຖ້າເບິ່ງສຸລິຍະຄາດ ກ່ອນທີ່ຈະເກີດຂຶ້ນແທ້ໃນວັນທີ 8 ເມສາ 2024 ໂດຍແວ່ນຕາດັ່ງກ່າວຈະຊ່ວຍປ້ອງກັນສາຍຕາ ພ້ອມຜ່ານການຮັຍຮອງ ແລະ ຈຳໜ່າຍຈາກລັດຖະບານໃນລາຄາ 88 ເປໂຊເມັກຊິໂກ ຫຼື ປະມານ 120,000 ກີບ.
ເຊິ່ງໂຄງການນີ້ໄດ້ຮັບການສະໜັບສະໜູນຈາກລັດຖະບານ ແລະ ບໍລິສັດເຜີຍແຜ່ທາງວິທະຍາສາດຂອງເມັກຊິໂກ ອັນເນື່ອງມາຈາກປາກົດການສຸລິຍະຄາດຄັ້ງນີ້ເປັນເຫດການທາງດາຣາສາດທີ່ໃຫຍ່ທີ່ສຸດແຫ່ງປິ ພ້ອມສາມາດພົບເຫັນໄດ້ຊັດເຈນໃນຫຼາຍເມືອງຂອງເມັກຊິໂກ ທາງການເອງກໍຍັງຈັດກິດຈະກຳຕ່າງໆຂຶຶ້ນອີກດ້ວຍ.
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/