ຊິມບັບເວກຽມເປີດຕົວສະກຸນເງິນໃໝ່ “Zimbabwe Gold” ຫຼື “ZiG” ໃນອາທິດໜ້າ ເພື່ອຄວບຄຸມພາວະເງິນເຟີ້ທີ່ເພີ່ມຂຶ້ນ ຫຼັງຈາກເງິນຄ່າເງິນໂດລາຂອງຊິມບັບເວຫຼຸດລົງຢ່າງຮຸນແຮງ.
John Mushayavanhu, ຜູ້ວ່າການທະນາຄານກາງຂອງຊິບບັບເວຄົນໃໝ່ ໄດ້ເປີດເຜີຍວ່າ ຄໍາ Zimbabwe Gold ຈະເຂົ້າມາທົດແທນເງິນໂດລາຊິມບັບເວໃນປັດຈຸບັນ. ໂດຍເງິນສະກຸນເງິນໃໝ່ນີ້ໄດ້ຮັບການສະໜັບສະໜູນໂດຍສະກຸນເງິນຕ່າງປະເທດທີ່ຄັດສັນມາແລ້ວເຊັ່ນ ຄໍາ ແລະ ແຮ່ທາດທີ່ມີຄ່າອື່ນໆທີ່ຈະເປີດຕົວໃນວັນຈັນໜ້ານີ້. ໂດຍອັດຕາແລກປ່ຽນແມ່ນຕັ້ງຢູ່ທີ່ 13.56 ໂດລາຊິມບັບເວຕໍ່ 1 ໂດລາສະຫະລັດ.
ໃນຖະແຫຼງການຂອງທະນາຄານຊິມບັບເວ ຍັງໄດ້ລະບຸວ່າ ຈະປ່ຽນຍອດຄົງເຫຼືອເງິນໂດລາຊິມບັບເວໃຫ້ເປັນສະກຸນເງິນໃໝ່ທີ່ເອີ້ນວ່າ Gold Zimbabwe. ເຊິ່ງສະກຸນເງິນໃໝ່ນີ້ຈະໝູນວຽນຄວບຄູ່ໄປພ້ອມກັບເງິນຕາຕ່າງປະເທດອື່ນໆໃນລະບົບເສດຖະກິດ.
ເງິນໂດລາຊິມບັບເວໄດ້ສູນເສຍມູນຄ່າຂອງຕົວເອງເກືອບ 3 ສ່ວນ 4 ເມື່ອທຽບກັບເງິນໂດລາສະຫະລັດ ນັບຕັ້ງແຕ່ການເປີດຕົວໃໝ່ໃນປີກາຍນີ້. ສົ່ງຜົນໃຫ້ພາວະເງິນເຟີ້ເພີ່ມສູງຂຶ້ນ, ເຊິ່ງວັດແທກໄດ້ຢູ່ທີ່ 55.3% ໃນເດືອນມີນາ, ເມື່ອທຽບກັບ 47.6% ໃນເດືອນກ່ອນ. ຊິມບັບເວຕໍ່ສູ້ກັບອັດຕາເງິນເຟີ້ມາໂດຍຕະຫຼອດນັບຕັ້ງແຕ່ອັດຕາເງິນເຟີ້ໄດ້ແຕະລະດັບສູງສຸດທີ່ 500 ຕື້ສ່ວນຮ້ອຍໃນປີ 2008, ເຊິ່ງກໍໄດ້ບັງຄັບໃຫ້ປະເທດຍົກເລີກການໃຊ້ເງິນໂດລາຊິມບັບເວ.
ເພື່ອທີ່ຈະປົກປ້ອງມູນຄ່າຂອງເງິນສະກຸນເງິນໃໝ່, Mushayavanhu ກ່າວວ່າ ເຂົາຈະຈໍາກັດການກູ້ຢືມຂອງທະນາຄານກາງໃຫ້ແກ່ລັດຖະບານ. ເຊິ່ງນີ້ແມ່ນແຫຼ່ງຫຼັກໆຂອງອັດຕາເງິນເຟີ້ທີ່ຖາໂຖມເຂົ້າມາໂຈມຕີເສດຖະກິດໃນປີ 2008 ແລະ ຮັບປະກັນວ່າເງິນສຳຮອງຈະໄດ້ຮັບການສະໜັບສະໜູນຈາກຄໍາໃນພາຍໃນປະເທດ ແລະ ຄັງສໍາຮອງເງິນຕາຕ່າງປະເທດ.
ການນຳໃຊ້ນະໂຍບາຍການເງິນທີ່ເຄັ່ງຄັດ ຈະກໍານົດອັດຕາດອກເບ້ຍມາດຕະຖານໃໝ່ຢູ່ທີ່ 20%, ຫຼຸດລົງຈາກອັດຕາປັດຈຸບັນ 130%, ຜູ້ສົ່ງອອກຈະຖືກຮ້ອງຂໍໃຫ້ມອບເຄິ່ງຫນຶ່ງຂອງລາຍໄດ້ຈາກເງິນຕາຕ່າງປະເທດຂອງພວກເຂົາເພື່ອແລກປ່ຽນກັບຕະຫຼາດແລກປ່ຽນເງິນຕາຕ່າງປະເທດ ແລະ ສຳລັບສ່ວນທີ່ເຫຼືອແມ່ນຈະຕົກເປັນຂອງລັດຖະບານ.
“ທະນາຄານຈະໃຊ້ເງິນຕາຕ່າງປະເທດ 50% ຈາກຂໍ້ກໍານົດໃນການຈັດສົ່ງເພື່ອແຊກແຊງເຊີງກົນລະຍຸດໃນຕະຫຼາດແລກປ່ຽນເງິນຕາຕ່າງປະເທດລະຫວ່າງທະນາຄານ.
ເງິນຕາຕ່າງປະເທດທີ່ຍັງເຫຼືອຈະສາມາດໃຊ້ໄດ້ສໍາລັບການຊໍາລະໜີ້ສິນເງິນຕາຕ່າງປະເທດຂອງລັດຖະບານເພື່ອແລກປ່ຽນກັບ ZiG ແລະ ເພື່ອສ້າງຄັງສໍາຮອງເງິນຕາຕ່າງປະເທດສຳລັບທະນາຄານກາງ”.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/