ຊາວກະສິກອນຊຽງຂວາງ ຮຽກຮ້ອງໃຫ້ຊ່ວຍກະຈາຍສິນຄ້າອອກຕ່າງແຂວງ ແກ້ບັນຫາສິນຄ້າກະສິກຳ ລົ້ນຕະຫຼາດໃນຍາມແລ້ງ


ຊາວກະສິກອນ ຈາກເມືອງແປກ ແຂວງຊຽງຂວາງ ໄດ້ຮຽກຮ້ອງໃຫ້ທັງພາກລັດ-ເອກະຊົນ ໃຫ້ຊ່ວຍກະຈາຍສິນຄ້າອອກຕ່າງແຂວງ ແກ້ບັນຫາສິນຄ້າກະສິກຳ ລົ້ນຕະຫຼາດ ເຮັດໃຫ້ລາຄາສິນຄ້າກະສິກຳ ໂດຍສະເພາະພືດຜັກ ຕົກຕ່ຳຢ່າງໜັກໃນຍາມແລ້ງ.

ເມື່ອບໍ່ດົນມານີ້ ທີ່ງານ CSO Fair 2023 ຫໍວັດທະນະທຳແຫ່ງຊາດ, ນະຄອນຫຼວງວຽງຈັນ ທ່ານ ນາງ ສີພັນ ພັນທະວົງ ໜຶ່ງໃນຊາວກະສິກອນ ໃນສະມາຄົມ ພັດທະນາກະສິກຳ ແລະ ສິ່ງແວດລ້ອມ ແບບຍືນຍົງ ໄດ້ກ່າວເຖິງບັນຫາ ແລະ ສິ່ງທ້າທາຍ ໃນການເຮັດກະສິກຳ ໃນປະເທດລາວ ໂດຍສະເພາະ ບ້ານ ນາຄາຍ ເມືອງແປກ ແຂວງຊຽງຂວາງ ທີ່ຕົນອາໄສຢູ່.

ໂດຍທ່ານ ນາງ ສີພັນ ກ່າວກັບທີມຂ່າວ Lao Xperts ວ່າ: ການປູກພືດຜັກ ກະສິກຳ ພາຍໃນແຂວງ ຂອງຊາວກະສິກອນນັ້ນຍັງພົບກັບບັນຫາຫຼາຍດ້ານ ບໍ່ວ່າຈະເປັນເລື່ອງຂອງຄວາມຮູ້ເຕັກນິກວິຊາການ ແລະ ເລື່ອງຂອງງົບປະມານ ແລະ ການກະຈາຍສິນຄ້າ ອອກໄປພາຍນອກ ໃນຍາມແລ້ງ.

ໂດຍການກະສິກຳສ່ວນຕົວຂອງ ສປປ ລາວ ສ່ວນໃຫຍ່ຍັງເອື່ອຍອີງຕາມລະດູການຫຼາຍເກີນໄປ ເຮັດໃຫ້ຜົນຜະລິດທີ່ໄດ້ຮັບນັ້ນບໍ່ມີຄວາມສະໝໍ່າສະເໝີ ສົ່ງຜົນຕໍ່ລາຄາພືດຜັກໃນຕະຫຼາດ ຂຶ້ນລົງເປັນໄລຍະໆ ສົ່ງຜົນໂດຍກົງຕໍ່ລາຍໄດ້ ແລະ ຄວາມໝັ້ນຄົງຂອງ ຊາວກະສິກອນ.

ທ່ານ ນາງ ສີພັນ ກ່າວວ່າ: “ໃນແຂວງຊຽງຂວາງ ໂດຍສະເພາະເມືອງແປກນັ້ນ ປະຊາຊົນສ່ວນໃຫຍ່ແມ່ນສາມາດປູກຜັກກິນເອງໄດ້ ເຊິ່ງໃນຍາມແລ້ງ ເປັນລະດູການທີ່ພືດຜັກໄດ້ຜົນຜະລິດດີທີ່ສຸດນັ້ນລົ້ນຕະຫຼາດ ລາຄາຕົກຕ່ຳ ບໍ່ກຸ້ມກັບທຶນຮອນທີ່ລົງໄປ”

“ລາຄາພືດຜັກໃນຕະຫຼາດຊຽງຂວາງນັ້ນແຕກຕ່າງຈາກຕະຫຼາດໃນນະຄອນຫຼວງ ເນື່ອງຈາກໃນຊຽງຂວາງນັ້ນຍັງເປັນຕະຫຼາດນ້ອຍ ມີສິນຄ້າຫຼາຍ ແຕ່ມີແຕ່ຄົນຂາຍ ບໍ່ມີຄົນຊື້ ຍິ່ງເຮັດໃຫ້ລາຄາສິນຄ້າກະສິກຳ ໂດຍສະເພາະພືດຜັກນັ້ນຕົກຕ່ຳລົງໄປອີກ ເມື່ອທຽບກັບ ຜືດພັກໃນຍາມແລ້ງ ໃນຕະຫຼາດນະຄອນຫຼວງວຽງຈັນ”.

ແຕ່ໃນທາງກັບກັນ ໃນຍາມຝົນ ສິນຄ້າກະສິກຳ ຜືດພັກ ກັບຂາດຕະຫຼາດເພາະຊາວກະສິກອນສ່ວນໃຫຍ່ຍັງອາໄສການປູກພືດຜັກ ແບບປະຖົມປະຖານ ບໍ່ໄດ້ປູກໃນເຮືອນຮົ່ມ ຫຼື ໂຮງເຮືອນ ເນື່ອງຈາກຍັງຂາດເລື່ອງຄວາມຮູ້ ແລະ ງົບປະມານ ເຮັດໃຫ້ລາຄາພືດຜັກໃນໄລຍະນັ້ນ ເພີ່ມຂຶ້ນສູງ.

ທ່ານ ນາງ ສິພັນກ່າວວ່າ: “ນອກຈາກນີ້ ການເຂົ້າເຖິງເຄື່ອງຈັກເຄື່ອງມືທີ່ທັນສະໄໝໃນການເຮັດກະສິກຳ ຂອງຊາວກະສິກອນພາຍໃນແຂວງນັ້ນ ຍັງຈຳກັດຢູ່ ທັງໃນເລື່ອງຂອງງົບປະມານ ແລະ ຄວາມຮູ້ເຕັກນິກວິຊາການ”

ຕໍ່ກັບບັນຫາດັ່ງກ່າວ ໃນໄລຍະທີ່ຜ່ານມາ ລັດຖະບານກໍໄດ້ມີຄວາມພະຍາຍາມ ໃນການຈຳກັດການນຳເຂົ້າພືດຜັກບາງຊະນິດ ທີ່ຊາວກະສິກອນ ສາມາດຜະລິດໄດ້ເອງ ແລະ ໄດ້ຫຼາຍ ເພື່ອເປັນການສົ່ງເສີມສິນຄ້າພາຍໃນ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/