ຊານນາ ມາຣິນ ນາຍົກຟິນແລນ ໄດ້ກວດຫາສານເສບຕິດໃນຮ່າງກາຍ ຫຼັງຈາກມີຄລິບຫຼຸດຈັດງານລ້ຽງສັງສັນ

ນາຍົກຟິນແລນ

ໃນວັນທີ 19 ສິງຫາ 2022 ຊານນາ ມາຣິນ ນາຍົກລັດຖະມົນຕີຍິງຂອງຟິນແລນ ໄດ້ເຮັດການກວດຫາສານເສບຕິດໃນຮ່າງກາຍຕາມຄໍາຮຽກຮ້ອງຂອງພັກຝ່າຍຄ້ານ ລວມເຖິງສະມາຊິກພັກຮ່ວມລັດຖະບານ ຫຼັງຈາກມີຄລິບວິດີໂອຫຼຸດອອກມາເຊິ່ງສະແດງໃຫ້ເຫັນວ່າ ມາຣິນ ກໍາລັງມ່ວນຊື່ນໄປກັບງານສັງສັນ ເຊິ່ງ ມາຣິນ ຢືນຢັນວ່າຕົນເອງບໍ່ເຄີຍໃຊ້ສານເສບຕິດຜິດກົດໝາຍ ແລະພາບງານທີ່ຖືກເຜີຍແຜ່ອອກໄປນັ້ນ ກໍຈັດຂຶ້ນເປັນການສ່ວນຕົວ ເຊິ່ງໃນຂະນະດຽວກັນກໍມີຜູ້ຄົນອອກມາຕັ້ງຄໍາຖາມເຖິງພາກລັດ ແລະ ຄວາມເໝາະສົມໃນຖານະເປັນຜູ້ນໍາຂອງປະເທດ.

ນາຍົກຟິນແລນ

ຊານນາ ມາຣິນ ຜູ້ນໍາຍິງຂອງຟິນແລນ ໃນໄວ 36 ປີ ເຊິ່ງເປັນໜຶ່ງໃນຜູ້ນຳທີ່ອາຍຸນ້ອຍທີ່ສຸດຂອງໂລກໃນປັດຈຸບັນນີ້ ໄດ້ອອກມາຢືນຢັນວ່າ ເຫດການທີ່ເກີດຂຶ້ນແມ່ນບໍ່ສົ່ງຜົນຕໍ່ຄວາມສາມາດໃນການບໍລິຫານປະເທດຂອງຕົນ ໂດຍ ມາຣິນ ຍັງຕ້ອງການທີ່ຈະເຮັດໜ້າທີ່ນາຍົກລັດຖະມົນຕີຕໍ່ໄປ ເນື່ອງຈາກມີສື່ມວນຊົນຖາມເຖິງຄວາມເປັນໄປໄດ້ທີ່ ມາຣິນ ຈະກ້າວລົງຈາກຕໍາແໜ່ງ ຫຼັງຈາກທີ່ມີເຫດການຄລິບຫຼຸດອອກມາ.

ນາຍົກຟິນແລນ

ນອກຈາກນີ້ ມາຣິນ ກໍໄດ້ກ່າວກັບສື່ວ່າ “ຕະຫຼອດຫຼາຍມື້ທີ່ຜ່ານມາ ຂ້ອຍໄດ້ຮັບສຽງວິພາກວິຈານຢ່າງຫຼວງຫຼາຍ ຂ້ອຍຢູ່ໃນພື້ນທີ່ທີ່ເບິ່ງຄືວ່າຈະມີການໃຊ້ສານເສບຕິດ ຫຼື ມີຄົນບອກວ່າຂ້ອຍເອງໃຊ້ສານເສບຕິດ. ຂ້ອຍສຳຫຼວດກວດສອບຄໍາກ່າວຫາເຫຼົ່ານັ້ນ ແລະຖືວ່າເປັນຄໍາກ່າວຫາທີ່ຮ້າຍແຮງຫຼາຍ ເຖິງວ່າຄວາມຕ້ອງການທີ່ຈະໃຫ້ຂ້ອຍກວດສອບຫາສານເສບຕິດຈະເບິ່ງບໍ່ເປັນທໍາ ແຕ່ເພື່ອການໄດ້ຮັບຄວາມຄຸ້ມຄອງຈາກກົດໝາຍ ແລະແກ້ໄຂຄວາມສົງໄສ ຂ້ອຍໄດ້ເຮັດການກວດສອບຫາສານເສບຕິດແລ້ວມື້ນີ້ ເຊິ່ງຜົນຈະອອກມາພາຍໃນໜຶ່ງອາທິດ”

“ຕະຫຼອດຊີວິດຂອງຂ້ອຍ ແມ່ນແຕ່ຕອນທີ່ຂ້ອຍເປັນໄວໜຸ່ມ ຂ້ອຍບໍ່ເຄີຍໃຊ້ສານເສບຕິດເລີຍ”

“ຂ້ອຍເຊື່ອວ່າ ປະຊາຊົນຈະເຂົ້າໃຈ ແລະສາມາດແຍກແຍະໄດ້ວ່າ ເວລາພັກຜ່ອນແລະເວລາວຽກງານ ເປັນຄົນລະໄລຍະເວລາ ສາມາດແຍກອອກຈາກກັນໄດ້”.

ນາຍົກຟິນແລນ

ທັງນີ້ ເຮົາກໍຕ້ອງມາຖ້າຕິດຕາມພ້ອມກັນວ່າ ກໍລະນີຂອງ ຊານນາ ມາຣິນ ຜູ້ນໍາຍິງຂອງຟິນແລນ ຈະອອກມາໃນທິດທາງໃດ ຫຼັງຈາກຜົນກວດສານເສບຕິດອອກມາ.

ໃນສ່ວນເສັ້ນທາງການເປັນຜູ້ນໍາຟິນແລນຂອງ ມາຣິນ ແມ່ນໄດ້ກ້າວຂຶ້ນມາເປັນຫົວໜ້າລັດຖະບານປະສົມໃນໄລຍະປາຍເດືອນທັນວາ ປີ 2019 ແລະ ໄດ້ຮັບສຽງຍ້ອງຍໍສົມເຊີມຢ່າງຫຼວງຫຼາຍໃນດ້ານຕ່າງໆ ແຕ່ໃນທ້າຍ ປີ 2021 ມາຣິນ ກໍໄດ້ຮັບສຽງວິຈານຢູ່ຫຼາຍຄັ້ງ ເພາະມີຂ່າວລືວ່າຜູ້ນໍາຟິນແລນໄດ້ຈັດງານລ້ຽງສັງສັນໝົດຄືນ ເຖິງວ່າຈະຢູ່ໃນໄລຍະການແຜ່ລະບາດຂອງໂຄວິດ-19 ກໍຕາມ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply