ຊາຍດູໄບເຜີຍຄວາມລັບ ທີ່ເຮັດໃຫ້ຜູ້ສາວຫຼົງຮັກ! ນັ້ນແມ່ນການ ບໍ່ກິນເຫຼົ້າ ບໍ່ສູບຢາ


ດູໄບ ປະເທດທີ່ຈະເລີນຮຸ່ງເຮືອງ ແລະ ມີວັດທະນະທຳ ທີ່ເປັນເອກະລັກ. ເມື່ອເວົ້າເຖິງຜູ້ຊາຍອາຣັບເອມິເຣດລວມເຖິງຜູ້ຊາຍຕາເວັນອອກກາງ ເປັນໜຸ່ມໃນຝັນຂອງສາວໆຫຼາຍຄົນ ບາງຄົນອາດຈະບໍ່ໄດ້ຫຼໍ່ຈົນເກີນໄປ ບາງຄົນກໍມີໜ້າຕາທີ່ຮູບງາມ. ພິເສດໄປກວ່ານີ້ ພວກເຂົາເປັນມະຫາເສດຖີທີ່ສາມາດຊື້ສິ່ງທີ່ຕົນເອງຕ້ອງການໄດ້ຢ່າງມີຄວາມສຸກ ບາງຄົນຍັງເປັນໄວໜຸ່ມຍັງເປັນນັກທຸລະກິດຕັ້ງແຕ່ຍັງໜຸ່ມ ພຽບພ້ອມກັບໜ້າຕາທີ່ຮູບງາມ.

ຜູ້ຊາຍດູໄບ ພວກເຂົາຈະບໍ່ບໍ່ດື່ມເຫຼົ້າ ຫຼື ເຄື່ອງດື່ມສິ່ງມຶນເມົາ ສ່ວນໜ້ອຍທີ່ຈະດື່ມ ແຕ່ເວລາດື່ມກໍຈະດື່ມພໍເປັນພິທີ ບໍ່ໄດ້ດື່ມໜັກຈົນມຶນເມົາ ເພາະພວກເຂົາເຊື່ອວ່າມັນຈະເຮັດໃຫ້ຂາດສະຕິ ເຮັດໃຫ້ບໍ່ດູດີ ແລະ ທີ່ສຳຄັນ ພວກເຂົານັບຖືສາສະນາເປັນຢ່າງສູງ. ເພາະເວລາເມົາອາດສົ່ງຜົນບໍ່ດີຕໍ່ກັບຄົນອ້ອມຂ້າງ ອາດສ້າງຄວາມວຸ້ນວາຍ ແລະ ສິ່ງທີ່ບໍ່ເປັນປະໂຫຍດໃຫ້ແກ່ຄົນອື່ນ.

ນອກຈາກນີ້ ພວກເຂົາຍັງມີຄວາມເປັນຜູ້ນຳ ເປັນຜູ້ຊາຍທີ່ມີໜ້າທີ່ຄວນເຮັດວຽກນອກເຮືອນຫຼາຍກວ່າ ສ່ວນຜູ້ຍິງຈະເປັນຄົນເບິ່ງແຍງດູແລເຮືອນ ຫຼື ທຸກຢ່າງພາຍໃນເຮືອນ. ແຕ່ອາດຈະບໍ່ມີຄວາມເທົ່າທຽມໃນສັງຄົມເທົ່າທີ່ຄວນ ຖ້າປຽບເຖິງຜູ້ຍິງກັບຜູ້ຊາຍ, ອາດຈະເປັນເພາະຢາກໃຫ້ຜູ້ຍິງເຮັດວຽກເຮືອນແບບເຕັມທີ່ ສ່ວນວຽກພົບປະຕ່າງໆແມ່ນຈະເປັນຜູ້ຊາຍ.

ພ້ອມກັນນີ້ ຍັງເປັນຜູ້ຊາຍທີ່ມີຄວາມສຸພາບບູລຸດ ເຊິ່ງກໍເປັນສິ່ງທີ່ຜູ້ຊາຍຫຼາຍປະເທດຄວນຈະເຮັດຢູ່ແລ້ວ ແລະ ພວກເຂົາຈະຈິງຈັງຫຼາຍກັບເລື່ອງແບບນີ້. ເວລາຜູ້ຍິງຈະລົງລົດຕ້ອງໄດ້ເປີດໃຫ້ຜູ້ຍິງສະເໝີ ເວລາອອກໄປນອກກັບແຟນ ຫຼື ຜູ້ຍິງ ຕ້ອງແມ່ນຜູ້ຊາຍເປັນຄົນຈ່າຍ. ເວລາຊື້ສິ່ງຂອງຕ່າງໆກໍແມ່ນຜູ້ຊາຍຈ່າຍ ແລະ ເວລາອອກໄປເດດກັນຄັ້ງທຳອິດ ຈະບໍ່ການຈັບຮ່າງກາຍຜູ້ຍິງເດັດຂາດ ບາງຄັ້ງຈົນຮອດປີກໍຍັງບໍໄດ້ຈັບ ເຫດຜົນກໍຍ້ອນວັດທະນະທຳຂອງປະເທດນັ້ນເອງ ເຊິ່ງຜູ້ຊາຍກໍຄືກັບຜູ້ຊາຍທົ່ວໄປໃນແຕ່ລະປະເທດ ມີທັງຄົນນດີ ແລະ ຄົນທີ່ເຈົ້າຊູ້ ປະປົນກັນໄປ.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/