ຈີນສອບສວນ “Alibaba” ກັບການຜູກຂາດທຸລະກິດ E-commerce


ຈີນເປີດການສອບສວນ “Alibaba” ບັງຄັບຄູ່ຄ້າຫ້າມຂາຍກັບຊ່ອງທາງການຂາຍ (Platform) ຂອງຄູ່ແຂ່ງ ວ່າເປັນການຜູກຂາດທຸລະກິດນີ້ຫຼືບໍ່ ຂະນະທີ່ຫຼາຍຝ່າຍຈັບຕາເບິ່ງທ່າທີ ຫວັ່ນ Alibaba ມີອິດທິພົນກັບປະຊາຊົນຫຼາຍເກີນໄປ.

ວັນທີ 24 ທັນວາ 2020 ທີ່ຜ່ານມາ ເວັບໄຊ SCMP ສື່ພາສາອັງກິດໃນຮ່ອງກົງລາຍງານວ່າ ໜ່ວຍງານກຳກັບດູແລຕະຫຼາດຂອງຈີນຕັດສິນໃຈສອບສວນບໍລິສັດ Alibaba ບໍລິສັດການຄ້າແບບອີເລັກໂຕຣນິກ (E-commerce) ຍັກໃຫຍ່ຂອງຈີນທີ່ກໍ່ຕັ້ງໂດຍ ແຈັກ ໝ່າ ດ້ວຍຂໍ້ກ່າວຫາທີ່ວ່າ ອາລີບາບາມີພຶດຕິກຳຜູກຂາດທາງທຸລະກິດຫຼືບໍ່ ຈາກກໍລະນີທີ່ບໍລິສັດອອກຂໍ້ກຳນົດໃຫ້ຄູ່ຄ້າລົງນາມ ວ່າຕ້ອງຄ້າຂາຍກັບອາລີບາບາເທົ່ານັ້ນ ໂດຍທີ່ບໍ່ໃຫ້ຂາຍສິນຄ້າຜ່ານ platform ຄູ່ແຂ່ງ.

ການສອບສວນບໍລິສັດອາລີບາບາ ເຮັດໃຫ້ລາຄາຫຸ້ນຂອງບໍລິສັດຕົກທັນທີ 7.7% ຂະນະທີ່ອາລີບາບາອອກຖະແຫລງການຢືນຢັນວ່າ ບໍລິສັດຈະໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ຢ່າງເຕັມທີ່ ແລະ ຈະຍັງເຮັດໃຫ້ທຸລະກິດດຳເນີນໄປຕາມປົກກະຕິ.

ໜັງສືພິມ People’s Daily ກະບອກສຽງຂອງລັດຖະບານຈີນ ເຜີຍແຜ່ບົດຄວາມສະແດງຄວາມເຫັນຕໍ່ກໍລະນີນີ້ວ່າ ນີ້ຈະເປັນການພັດທະນາໄປໃນທາງທີ່ດີຂອງເສດຖະກິດຈີນ ຂະນະທີ່ນັກວິເຄາະປະເມີນວ່າ ອາດຈະບໍ່ແມ່ນເລື່ອງງ່າຍທີ່ການສອບສວນຈະປ່ຽນແປງອຸດສາຫະກຳ E-commerce ໃນປະເທດຈີນໃຫ້ໂປ່ງໃສ ແລະ ເປັນທຳຫຼາຍຂຶ້ນ ແຕ່ທີ່ແນ່ນອນຄືການສອບສວນຈະສົ່ງຜົນຕໍ່ບໍລິສັດອາລີບາບາໂດຍກົງ.

ຫຼາຍຝ່າຍກຳລັງຈັບຕາເບິ່ງທ່າທີຂອງລັດຖະບານຈີນຕໍ່ບໍລິສັດ E-commerce ຍັກໃຫຍ່ນີ້ ໂດຍເບິ່ງວ່າຈີນກຳລັງກັງວົນເຖິງຄວາມຍິ່ງໃຫຍ່ຂອງອາລີບາບາ ທີ່ອາດຈະມີອິດທິພົນຄອບງຳຜູ້ໃຊ້ງານຊາວຈີນຫຼາຍລ້ານຄົນເກີນໄປ ເຊິ່ງເມື່ອເດືອນທີ່ຜ່ານມາ ຈີນຫາກໍສັ່ງລະງັບການເຂົ້າສູ່ຕະຫຼາດຫຼັກຊັບຂອງ “Ant Group” ບໍລິສັດການເງິນຂອງອາລີບາບາໃນຊ່ວງ 48 ຊົ່ວໂມງສຸດທ້າຍກ່ອນເຂົ້າຕະຫຼາດ ໂດຍໃຫ້ເຫດຜົນເຖິງຄວາມກັງວົນກ່ຽວກັບການອອກເງິນກູ້ໃຫ້ກັບຜູ້ກູ້ລາຍຍ່ອຍ.

ທີ່ມາ: https://workpointtoday.com/alibaba-china-investigation/