ຈີນກຽມຂະຫຍາຍການເປີດປະຕູສູ່ພາຍນອກ ພ້ອມເປີດຮັບວິສາຫະກິດບັນດາປະເທດມາລົງທຶນຢູ່ຈີນຕື່ມອີກ


ຈີນກຽມຂະຫຍາຍການເປີດປະຕູສູ່ພາຍນອກ ພ້ອມເປີດຮັບວິສາຫະກິດບັນດາປະເທດມາລົງທຶນຢູ່ຈີນ ຕື່ມອີກ ພ້ອມກາຍເປັນຜູ້ປະກອບສ່ວນທີ່ສຳຄັນໃນການເຕີບໂຕທາງເສດຖະກິດທົ່ວໂລກ.

ເມື່ອບໍ່ດົນມານີ້ໃນກອງປະຊຸມສຳມະນາພິເສດທີ່ມີຫົວຂໍ້ “ໂອກາດມາຈາກຈີນພັດທະນາຢ່າງຕໍ່ເນື່ອງ ແລະ ການຮ່ວມມືສາກົນ”, ທ່ານນາງກົ່ວທີງທີງ ຮອງລັດຖະມົນຕີກະຊວງການຄ້າຈີນກ່າວເຜີຍວ່າ ຈີນຈະຂະຫຍາຍການເປີດປະຕູສູ່ພາຍນອກໃນລະດັບສູງຕື່ມອີກ ເພື່ອເສີມຂະຫຍາຍການຮ່ວມມືກັບພາກພື້ນ ແລະ ສາກົນເພື່ອການພັດທະນາຮ່ວມກັນ.

ທ່ານນາງກົ່ວທີງທີງກ່າວຕື່ມວ່າ: ຈີນມີປະຊາກອນ 1 ຕື້ 400 ລ້ານກວ່າຄົນ, ເປັນຕະຫຼາດການບໍລິໂພກສິນຄ້າໃຫຍ່ອັນດັບສອງໃນໂລກ, ລາຍໄດ້ສະເລ່ຍຕໍ່ຄົນຕໍ່ປີທີ່ຈັບຈ່າຍໄດ້ຂອງປະຊາຊົນມີເກືອບ 40.000 ຢວນ ໂດຍໄດ້ກໍ່ຕົວເປັນຝູງຊົນທີ່ມີລາຍຮັບລະດັບກາງຂະໜາດໃຫຍ່ທີ່ສຸດ ແລະ ມີລັກສະນະການເຕີບໂຕດີທີ່ສຸດໃນໂລກ. ການທີ່ຈີນເປີດຕະຫຼາດຕໍ່ປະເທດຕ່າງໆໃນໂລກຢ່າງເປັນເຈົ້າການ ແລະ ເພີ່ມໂອກາດການຮ່ວມມືຢ່າງບໍ່ຢຸດຢັ້ງນັ້ນຈະເຮັດໃຫ້ ຄວາມສາມາດບົ່ມຊ້ອນຂອງຕະຫຼາດຂະໜາດໃຫຍ່ອັນໄພສານຂອງຈີນໄດ້ຮັບການປ່ອຍອອກຢ່າງຕໍ່ເນື່ອງ.

ທ່ານ ລີນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ເນັ້ນວ່າ: ປັດຈຸບັນ,ຈີນພວມຊຸກຍູ້ຄວາມທັນສະໄໝແບບຈີນຢ່າງຮອບດ້ານ, ເລັ່ງລັດພັດທະນາກຳລັງການຜະລິດໃນຄຸນະພາບໃໝ່ທີ່ຖືເອົາການປະດິດສ້າງເປັນຫຼັກ, ຈະສ້າງໂອກາດການຕະຫຼາດທີ່ເປັນໄປໄດ້ໃນທຸກດ້ານ ແລະ ພາບແຫ່ງອະນາຄົດຂອງການພັດທະນາທີ່ກວ້າງຂວາງກວ່າເກົ່າໃຫ້ແກ່ຜູ້ລົງທຶນຂອງຈີນ ແລະ ຕ່າງປະເທດ. ພວກເຮົາຍິນດີຕ້ອນຮັບວິສາຫະກິດບັນດາປະເທດທີ່ມາລົງທຶນຢູ່ຈີນ, ເກາະແຂນເດີນທາງຮ່ວມກັນ ແລະພັດທະນາໄປທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດພ້ອມກັນໃຫ້ຫຼາຍກວ່າເກົ່າ.

ໂດຍກ່ອນໜ້ານີ້ ໃນໄລຍະໄຂເວທີປຶກສາຫາລືການພັດທະນາຈີນປີ 2024, ທ່ານນາງ ຄຣີສຕາລີນາ ຈີໂອເກຍວາ  ຜູ້ອຳນວຍການໃຫຍ່ອົງການກອງທຶນເງິນຕາສາກົນ ຫຼື IMF ກ່າວວ່າ: ເມື່ອສຸມໃສ່ປະເທດຈີນ, ພວກເຮົາໄດ້ເຫັນຍຸກໃໝ່ທີ່ເຕີບໂຕຢ່າງມີຄຸນນະພາບສູງ, ຈີນຈະສືບຕໍ່ກາຍເປັນຜູ້ປະກອບສ່ວນທີ່ສຳຄັນໃນການເຕີບໂຕທາງເສດຖະກິດທົ່ວໂລກ.

https://www.facebook.com/photo?fbid=823680913121711&set=a.482253443931128

https://www.facebook.com/photo/?fbid=822881489868320&set=a.482253443931128

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/