ຄ່າເງິນເຢນ ຕ່ຳລົງສຸດໃນຮອບ 33 ປີ

ເງິນເຢນຕໍ່າລົງສູ່ລະດັບຕໍ່າສຸດໃນຮອບ 33 ປີ ເມື່ອທຽບກັບໂດລາສະຫະລັດ ຈາກຊ່ອງວ່າງອັດຕາຜົນຕອບແທນພັນທະບັດລັດຖະບານສະຫະລັດທີ່ກວ້າງຂຶ້ນ.

ຄ່າເງິນເຢນຂອງຍີ່ປຸ່ນປິດຕະຫຼາດ ເມື່ອວັນທີ 25 ຕຸລາ 2023 ເງິນອ່ອນຄ່າລົງອີກ 0.2% ມາຢູ່ທີ່ 150.25 ເຢນຕໍ່ໂດລາສະຫະລັດ ຖືວ່າອ່ອນຄ່າທີ່ສຸດນັບຕັ້ງແຕ່ເດືອນສິງຫາ ປີ 1990. ຄວາມເຄື່ອນໄຫວດັ່ງກ່າວ ເຮັດໃຫ້ນັກລົງທຶນເທນ້ຳໜັກຄວາມເປັນໄປໄດ້ທີ່ລັດຖະບານຍີ່ປຸ່ນຈະເຂົ້າມາແຊກແຊງຕະຫຼາດ ເຊິ່ງກ່ອນໜ້ານີ້ທາງຍີ່ປຸ່ນສະແດງຈຸດຢືນຢ່າງຊັດເຈນວ່າ ຍີ່ປຸ່ນຈະບໍ່ຕັດທາງເລືອກໃດໆ ທີ່ຈະຄວບຄຸມຄວາມຜັນຜວນທີ່ຫຼາຍເກີນໄປຂອງສະກຸນເງິນເຢນ.

ກ່ອນນ້ານີ້ໃນເດືອນຕຸລາປີ 2022 ລັດຖະບານຍີ່ປຸ່ນໄດ້ໃຊ້ເງິນຫຼາຍທີ່ສຸດເປັນປາກົດການ ຈຳນວນ 6.3 ລ້ານເຢນ ເພື່ອປະຄອງຄ່າເງິນເຢນ ຫຼັງອ່ອນຄ່າລົງເກີນລະດັບ 150.

ຂໍ້ມູນຈາກ:

THE STANDARD WEALTH

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/