ຄາດວ່າລາຄານ້ຳມັນດິບສາກົນ ອາດປັບເພີ່ມຂຶ້ນ ລະຫວ່າງກອງປະຊຸມຂອງກຸ່ມ OPEC+ ໃນຕົ້ນເດືອນໜ້າ 


ວັນທີ 24 ພຶດສະພາ 2023, ລາຄານ້ຳມັນດິບຢູ່ຕະຫຼາດສາກົນໄດ້ປັບເພີ່ມຂຶ້ນປະມານ 2% ພາຍຫຼັງທີ່ປະລິມານນ້ຳມັນດິບໃນຄັງຂອງ ສ.ອາເມຣິກາ ໄດ້ປັບລົດລົງເປັນຈຳນວນຫຼາຍ ເນື່ອງຈາກຄວາມຕ້ອງການໃຊ້ນ້ຳມັນໄດ້ປັບເພີ່ມຂຶ້ນ. ທາງດ້ານນັກລົງທຶນສ່ວນໃຫຍ່ຕ່າງກໍຄາດການວ່າ ໃນກອງປະຊຸມກຸ່ມໂອເປັກ (OPEC+) ທີ່ຈະໄຂຂຶ້ນໃນຕົ້ນເດືອນໜ້ານີ້ ກຸ່ມໂອເປັກອາດປະກາດປັບລົດກຳລັງການຜະລິດລົງ ເຊິ່ງຈະມີຜົນຕໍ່ລາຄານ້ຳມັນດີດຕົວເພີ່ມຂຶ້ນ ເນື່ອງຈາກວ່າ ກ່ອນໜ້ານີ້ເຈົ້າຊາຍ Abdulaziz bin Salman Al-Saud ລັດຖະມົນຕີກະຊວງພະລັງງານຂອງປະເທດຊາອຸດີອາຣະເບຍ ໄດ້ອອກມາກ່າວເຕືອນຕໍ່ນັກລົງທຶນທີ່ເຂົ້າມາຂາຍເກັງກຳໄລໄລຍະສັ້ນ (Short-sellers) ໃນຕະຫຼາດນ້ຳມັນດິບ ໃຫ້ລະວັງຈະເຈັບໜັກຈາກການເຂົ້າມາເກັງກຳໄລໄລຍະສັ້ນໃນຕະຫຼາດ.

ມື້ວານນີ້ ສັນຍາຊື້-ຂາຍລ່ວງໜ້າ ນ້ຳມັນດິບ Brent ປັບເພີ່ມຂຶ້ນ ປິດຢູ່ທີ່ລະດັບ 78,24 ໂດລາ/ບາເຣວ ໃນຂະນະທີ່ລາຄານ້ຳມັນດິບເວັດເທັກຊັດ (WTI) ຂອງ ສ.ອາເມລິກາ ກໍປັບເພີ່ມຂຶ້ນເຊັ່ນກັນ ປິດທີ່ລະດັບ 74,18 ໂດລາ/ບາເຣວ.

ສ່ວນທາງດ້ານປະລິມານນ້ຳມັນດິບໃນຄັງຂອງ ສ.ອາເມລຣິກາ ປັບລົດລົງ 12,5 ລ້ານບາເຣວໃນອາທິດທີ່ຜ່ານມາ ເຫຼືອຢູ່ທີ່ລະດັບ 455,2 ລ້ານບາເຣວ ເຊິ່ງສວນທາງກັບນັກວິເຄາະທີ່ຄາດວ່າປະລິມານນ້ຳມັນດິບຈະເພີ່ມຂຶ້ນ 800.000 ບາເຣວ. ທັງນີ້, ຄາດວ່າໃນໄລຍະທ້າຍເດືອນນີ້ ຈະມີປະລິມານການຊົມໃຊ້ນ້ຳມັນຢູ່ ສ.ອາເມລິກາ ເພີ່ມຂຶ້ນ ເນື່ອງຈາກເປັນໄລຍະມື້ The U.S. Memorial Day ທັງເປັນຈຸດເລີ່ມຕົ້ນຂອງລະດູການທ່ອງທ່ຽວໃນລະດູຮ້ອນ.

ນອກນັ້ນ, ໃນໄລຍະຕົ້ນເດືອນໜ້ານີ້ ນັກລົງທຶນສ່ວນໃຫຍ່ຄາດການວ່າ ກອງປະຊຸມຂອງກຸ່ມໂອເປັກ ອາດມີການປະກາດປັບລົງກຳລັງການຜະລິດ ເນື່ອງຈາກກ່ອນໜ້ານີ້ ເຈົ້າຊາຍ Abdulaziz bin Salman Al-Saud ລັດຖະມົນຕີກະຊວງພະລັງງານຂອງປະເທດຊາອຸດີອາຣະເບຍ ໄດ້ກ່າວເຕືອນບັນດານັກລົງທຶນທີ່ເຂົ້າມາຂາຍເກັງກຳໄລໄລຍະສັ້ນ (Short-sellers) ເຖິງຄວາມສ່ຽງທີ່ອາດຈະເຈັບໜັກຈາກການພະນັນໃນຕະຫຼາດ ທີ່ຄາດຫວັງວ່າລາຄານ້ຳມັນອາດປັບລົດລົງຕໍ່ໄປ ແຕ່ຖ້າຫາກລາຄານ້ຳມັນເພີ່ມສູງຂຶ້ນຈາກການທີ່ໂອເປັກປັບລົດກຳລັງການຜະລິດ ກໍຈະເຮັດໃຫ້ນັກລົງທຶນເຫຼົ່ານີ້ຕ້ອງປິດການຊື້-ຂາຍໃນຕະຫຼາດດ້ວຍລາຄາຂາຍທີ່ຂາດທຶນ.  

ແຫຼ່ງຂໍ້ມູນອ້າງອີງ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/