ຄັ້ງທຳອິດໃນລາວ! ບຸນກະລ່ຳປີ ຈະຈັດຂຶ້ນທີ່ວັງວຽງ


ການຈັດງານຄັ້ງນີ້ ເພື່ອແນໃສ່ຊຸກຍູ້ສົ່ງເສີມການປູກກະລ່ຳປີທີ່ມີຄຸນະພາບ ແລະ ເພື່ອສ້າງລາຍຮັບໃຫ້ປະຊາຊົນນັບມື້ນັບຫຼາຍຂຶ້ນ ເພາະກະລໍ່າປີ ສາມາດນຳໄປປຸງແຕ່ງອາຫານໄດ້ຫຼາຍຊະນິດ, ພ້ອມນີ້ ຍັງເປັນການສ້າງເງື່ອນໄຂໃຫ້ມີການຈັບຄູ່ທຸລະກິດລະຫວ່າງຜູ້ຜະລິດ ແລະ ຜູ້ຊື້ ເພື່ອຮັບປະກັນລາຄາຂອງຜົນຜະລິດ. ພາຍໃນງານດັ່ງກ່າວ ຈະມີຫຼາຍກິດຈະກຳເປັນຕົ້ນແມ່ນ: ການແຫ່ຂະບວນກະລໍ່າປີໄປຕາມເທສະບານເມືອງວັງວຽງ, ຮວບຮວມບັນດາສິນຄ້າກະສິກຳພາຍໃນເມືອງມາວາງສະແດງ, ການໃຫ້ຄວາມຮູ້ກ່ຽວກັບກະລໍ່າປີຈາກນັກວິຊາການທີ່ກ່ຽວຂ້ອງ.

ນອກຈາກນີ້ ຍັງຮວບຮວມຜລິດຕະພັນ ແລະ ອາຫານທີ່ຜະລິດຈາກກະລໍ່າປີຫຼາຍຊະນິດ, ຈັດການແຂ່ງຂັນກະລໍ່າຫົວໃຫຍ່, ການສະແດງພື້ນເມືອງ ແລະ ດົນຕີຈາກໄວໜຸ່ມລາວ, ຈັດການຖາມ-ຕອບ ຄວາມຮູ້ທົ່ວໄປເພື່ອຊິງຮາງວັນ ແລະ ສ້າງບັນຍາກາດພາຍໃນງານໃຫ້ມີຄວາມເບີກບານມ່ວນຊື່ນ ແລະ ກິດຈະກຳຕ່າງໆ ໃນຕົວເມືອງວັງວຽງ ເຂົ້າຮ່ວມຟຣີ.

ເຈົ້າເມືອງວັງວຽງ ໃຫ້ຮູ້ຕື່ມວ່າ: ເມື່ອບໍ່ດົນມານີ້ ໂຄງການສ້າງຄວາມເຊື່ອມໂຍງ ເພື່ອຂະຫຍາຍເຄື່ອຂ່າຍກະສິກຳ ໄດ້ມອບໃບຢັ້ງຢືນການຜະລິດກະສິກຳທີ່ດີ (GAP) ໃຫ້ຊາວກະສິກອນຈໍານວນໜຶ່ງຢູ່ 2 ບ້ານຂອງເມືອງວັງວຽງ ຄື: ບ້ານຜາຕັ້ງ ແລະ ບ້ານນາຜາແດງ.

ໂດຍເຫັນວ່າໂຄງການດັ່ງກ່າວໄດ້ປະກອບສ່ວນສໍາຄັນໃນການຊ່ວຍຊຸກຍູ້ສົ່ງເສີມການຜະລິດກະສິກໍາຂອງປະຊາຊົນພາຍໃນເມືອງ ກໍຄືບັນດາບ້ານເປົ້າໝາຍຂອງໂຄງການ ເພາະເປັນການຜະລິດກະສິກໍາທີ່ດີ, ທັງມີຕະຫຼາດຮອງຮັບ ໂດຍສະເພາະແມ່ນບໍລິສັດວຽງຈັນ ຟູດ ທີ່ຮັບຊື້ຜົນຜະລິດນໍາປະຊາຊົນ ເຊິ່ງເປັນການຄໍ້າປະກັນດ້ານລາຄາ. ເພາະໄລຍະຜ່ານມາ ເຖິງວ່າຂະບວນການປູກພືດຢູ່ເມືອງວັງວຽງ ພົ້ນເດັ່ນສົມຄວນ ແຕ່ການຜະລິດຂອງປະຊາຊົນຍັງເຮັດແບບຕ່າງຝ່າຍຕ່າງເຮັດ ແລະ ມີການແຂ່ງຂັນກັນດ້ານລາຄາ.

ພ້ອມນີ້ ທ່ານໄດ້ຊວນເຊີນນັກທ່ອງທ່ຽວທຸກຄົນ ຈົ່ງຫາໂອກາດໄປທ່ຽວຊົມງານບຸນກະລໍ່າປີຄັ້ງປະຫວັດສາດຂອງລາວທີ່ຈະຈັດຂຶ້ນຢູ່ເມືອງວັງວຽງ ໃນຄັ້ງນີ້ ເພາະນອກຈາກຈະໄດ້ເຫັນຂະບວນການຜະລິດກະລໍ່າປີ ກໍຄື ພືດຊະນິດຕ່າງໆ ຢູ່ເມືອງວັງວຽງ ທີ່ນັບມື້ຂະຫຍາຍຕົວ ຍັງຈະໄດ້ຮຽນຮູ້ຫລາຍຢ່າງກ່ຽວກັບການປູກ ແລະ ຄຸນປະໂຫຍດຂອງກະລໍ່າປີ ຕື່ມອີກ.

ສໍາລັບໂຄງການສ້າງຄວາມເຊື່ອມໂຍງ ເພື່ອຂະຫຍາຍເຄືອຂ່າຍກະສິກຳ ຫຼື CLEAN Project ເປັນໂຄງການໜຶ່ງທີ່ໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກກະຊວງກະສິກຳຂອງປະເທດສະຫະລັດອາເມຣິກາ ( USDA ) ໂດຍໄດ້ໃຫ້ອົງການວິນຣັອກ ສາກົນ (Winrock International) ເປັນຜູ້ຈັດຕັ້ງປະຕິບັດກິດຈະກຳຂອງໂຄງການຮ່ວມກັບກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ຂອງລາວ ເພື່ອຍົກສະມັດຖະພາບການຜະລິດ.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/